ຣັດເຊຍ-ຈີນ ເລັ່ງເຈລະຈາ ໂຄງການທໍ່ສົ່ງ ແກັສສາຍໃໝ່

23/10/2026 21:56
Email Print 83
KPL - Asean 2024 ຣັດເຊຍ ແລະ ຈີນ ອາດຈະ ສາມາດ ບັນລຸຂໍ້ຕົກລົງ ໂຄງການທໍ່ສົ່ງແກັສ ສາຍໃໝ່ໄດ້ ໃນທ້າຍປີນີ້ ເຊິ່ງຖືເປັນ ຄວາມຄືບໜ້າ ຄັ້ງສຳຄັນ ໃນການ ຂະຫຍາຍ ການສົ່ງອອກ ພະລັງງານຂອງ ຣັດເຊຍໄປສູ່ ຂົງເຂດອາຊີ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ທ່ານ ອາເລັກຊານເດີ ໂນວັກ (Alexander Novak) ຮອງນາຍົກ ລັດຖະມົນຕີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ແລະ ຈີນ ອາດຈະ ສາມາດ ບັນລຸຂໍ້ຕົກລົງ ໂຄງການທໍ່ສົ່ງແກັສ ສາຍໃໝ່ໄດ້ ໃນທ້າຍປີນີ້ ເຊິ່ງຖືເປັນ ຄວາມຄືບໜ້າ ຄັ້ງສຳຄັນ ໃນການ ຂະຫຍາຍ ການສົ່ງອອກ ພະລັງງານຂອງ ຣັດເຊຍໄປສູ່ ຂົງເຂດອາຊີ.

ທ່ານ ອາລັກຊານເດີ ໂນວັກ ເປີດເຜີຍ ຕໍ່ຜູ້ສື່ຂ່າວ ຢູ່ນອກຮອບ ການປຶກສາຫາລື ລະຫວ່າງ ມິຄາອິລ ມິຊູສຕິນ (Mikhail Mishustin) ນາຍົກ ລັດຖະມົນຕີ ຣັດເຊຍ ກັບ ຫລີ ຊຽງ (Li Qiang) ນາຍົກ ລັດຖະມົນຕີ ຈີນ ຢູ່ນະຄອນ ເຊນປີເຕີສເບີກ ໂດຍລະບຸວ່າ: ໂຄງການ ທໍ່ສົ່ງແກັສ ພາເວີ ອອບ ໄບຄານ (Power of Baikal)-ເຊິ່ງຮູ້ຈັກກັນໃນຊື່ ພາເວີ ອອບ ຊີເບຣຍ 2 (Power of Siberia 2) ເປັນໜຶ່ງ ໃນປະເດັນ ທີ່ມີການປຶກສາ ຫາລືກັນ ໃນກອງປະຊຸມ ຕາມກຳນົດການ ລະຫວ່າງ ຜູ້ນຳລັດຖະບານ ຂອງ ທັງສອງປະເທດ. ປັດຈຸບັນ, ຣັດເຊຍ ສົ່ງອອກແກັສ ໄປຍັງຈີນ ຜ່ານທາງ ທໍ່ສົ່ງແກສັ ພາເວີ ອອບ ຊີເບຣີ (Power of Siberia) ເຊິ່ງມີ ຄວາມຍາວຍາວ ກວ່າ 3.000 ກິໂລແມັດ ແລະ ເລີ່ມເປີດດຳເນີນການ ໃນປີ 2019./

 

KPL