ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້
ຂປລ. ໂດຍຈະຮວບຮວມເອົາແຜ່ນແພ (ຜ້າໄໝ, ຜ້າຝ້າຍ); ເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ); ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ); ຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫລັກ, ເຄື່ອງດົນຕີພ້ືນເມືອງ); ອາຫານພື້ນເມືອງ, ສະໝຸນໄພ ແລະ ຫັດຖະກຳບັນດາປະເທດອາຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມວາງສະແດງຫລາຍກວ່າ 200 ຫ້ອງ.
![]()
ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ໄດ້ກ່າວໃນງານຖະແຫລງຂ່າວໃນ ວັນທີ 21 ກັນຍາ 2026 ວ່າ: ມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 25 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ ສານສາຍໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” ເພື່ອສະເຫລີມສະຫລອງ “ວັນຫັດຖະກໍາແຫ່ງຊາດ ວັນທີ 1 ພະຈິກ” ແລະ ສະຫລອງຄົບຮອບ 25 ປີ ມະຫະກຳສີມືຫັດຖະກຳລາວ. ນອກຈາກນີ້, ຍັງເປັນການສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າຜູ້ມາທ່ຽວຊົົມທ່ຽວຊື້ ໄດ້ພົບ-ໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫລ ໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງຊາວຊ່າງ ຫັດຖະກໍາລາວ, ເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະກຳທຸກທ້ອງຖິ່ນໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງເສີມພູມປັນຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບຂອງບັນດາຊົນເຜົ່າໃຫ້ນັບມື້ດີຂຶ້ນ ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫລາດ ຫລື ມີບ່ອນຂາຍຜະລິດຕະພັນຫັດຖະກໍາຂອງຕົນ, ພ້ອມທັງ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ, ທັງເປັນການ ສະໜັບສະໜູນນະໂຍບາຍຂອງລັດຖະບານ ໃນການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ, ສ້າງບັນຍາກາດການທ່ອງທ່ຽວດ້ານຫັດຖະກຳພາຍໃນນະຄອນຫລວງວຽງຈັນ ໃຫ້ມີຄວາມຟົດຟື້ນ.
ໂອກາດນີ້, ທ່ານ ວິລະກອນ ພິລົມລັກ ຮອງຫົວໜ້າກົມສົ່ງເສີມ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ນອກຈາກຈະມີວາງະແດງ ແລະ ຂາຍຜະລິດຕະພັນຫັດຖະກໍາແລ້ວ ພາຍໃນງານຍັງມີຫລາຍກິດຈະກໍາ ເປັນຕົ້ນກິດຈະກຳຍ່າງເພື່ອສະເຫລີມສະຫລອງວັນຫັດຖະກຳລາວ ວັນທີ 1 ພະຈິກ, ການປະກວດທິດາຫັດຖະກຳ, ກິດຈະກໍາວາງສະແດງ ແລະ ຂາຍສິນຄ້າຫັດຖະກຳຂອງບັນດາຊົນເຜົ່າຈາກແຂວງຕ່າງໆ, ກິດຈະກຳສາທິດຂັ້ນການຜະລິດສິນຄ້າຫັດຖະກຳ ຂອງຊາວຊ່າງຫັດຖະກຳລາວທີ່ມາຈາກ 18 ແຂວງທົ່ວປະເທດ, ວິຖີຕະຫລາດບູຮານ, ກິດຈະກໍາສໍາມະນາແລກປ່ຽນຄວາມຮູ້ທີ່ໜ້າສົນໃຈຫລາຍຫົວຂໍ້, ປະກວດແຂ່ງຂັນຜະລິດຕະພັນຫັດຖະກຳດີເດັ່ນ ປະຈໍາປີ, ສະແດງສິລະປະວັນນະຄະດີພື້ນເມືອງ, ສອນການປະດິດເຄ່ືອງທ່ີລະນຶກຈາກວັດຖຸເສດເຫລືອ. ໃນຄໍ່າຄືນ ຂອງວັນທີ 6 ພະຈິກ 2026 ທ່ານຈະໄດ້ພົບງານເດີນແບບອາພອນລາວບັນດາເຜົ່າ ແລະ ກິດຈະກຳອື່ນໆທີ່ຫລາກຫລາຍ.
ຂ່າວ-ພາບ: ກິດຕາ
