ຄະນະໂຄສະນາອົບຮົມເຊກອງ ສະຫລຸບຜົນງານ 9 ເດືອນ
ທ່ານ ນາງ ກົມມະລີ ສຸລິໂຍສັກ ຫົວໜ້າຂະແໜງສັງລວມ ຄະນະ ໂຄສະນາອົບຮົມແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນຜ່ານ ມາ, ຄະນະພັກ-ຄະນະໂຄສະນາ ອົບຮົມແຂວງເຊກອງ ໄດ້ເອົາໃຈ ໃສ່ນຳພາ-ຊີ້ນຳປະຕິບັດວຽກງານ ຂອງແຕ່ລະຂະແໜງການ ມີຜົນ ສຳເລັດຫລາຍດ້ານ ໃນນີ້, ໄດ້ຕິດ ຕາມການປະເມີນຜົນງານ, ສະເໜີ ການເລື່ອນຊັ້ນ-ຂັ້ນເງິນເດືອນ, ສັງລວມສະຖິຕິພະນັກງານ-ລັດຖະ ກອນທີ່ຢູ່ໃນຂັ້ນຄຸ້ມຄອງຂອງຕົນ, ໄດ້ຈັດສ່ົງພະນັກງານໄປຝຶກອົບ ຮົມວຽກງານວິຊາສະເພາະ; ໄດ້ ຊຸກຍູ້ຕິດຕາມການໂຄສະນາປາຖະ ກະຖາວັນສຳຄັນຂອງພັກ-ຊາດ ຂອງພັກ ຂອງບັນດາພະແນກການ ແລະ 4 ຕົວເມືອງ, ພ້ອມ ນັ້ນ ກໍໄດ້ເອົາ ໃຈໃສ່ໃນກາ ນ ເຄື່ອນໄຫວສໍາພາດຜົນງານ ທີ່ພົ້ນເດັ່ນໃນການນໍາພາ-ຊີ້ນໍາ ວຽກງານແຕ່ລະຂົງເຂດ, ໄດ້ ໂຄສະນາເຜີຍແຜ່ແນວທາງຂອງ ພັກ ຜ່ານສື່ຕ່າງໆຂອງທ້ອງຖິ່ນ ແລະ ຜ່ານສື່ສູນກາງ ເປັນຕົ້ນ ສື່ ສິ່ງພິມອອນລາຍ, ສື່ວິທະຍຸ, ສື່ໂທ ລະພາບ, ຢູທູບ, ເວັບໄຊ ດ້ວຍຮູບ ແບບຜະລິດເປັນສະປອດ ໄດ້ທັງໝົດ 75 ສະປອດ, ເປັນລາຍການ 25 ລາຍການ, ເປັນຂ່າວ ໄດ້ 2.643 ຂ່າວ, ເປັນບົດ ໄດ້ 31 ບົດ ແລະ ໄດ້ແຈກຢາຍປຶ້ມສູນທອນພົດ, ປຶ້ມ ຮູບພາບ 70 ປີ ພັກປະຊາຊົນປະ ຕິວັດລາວ ແລະ ປຶ້ມສຶກສາອົບຮົມ ການເມືອງ-ແນວຄິດ; ໄດ້ອົບຮົມ ມະຫາຊົນກ້າວໜ້າເຂົ້າຮຽນສະ ໜັບສະໜູນພັກ 12 ຄົນ; ໄດ້ຕິດ ຕາມ ແລະ ເກັບກຳສະພາບແນວ ຄິດ-ຫາງສຽງສັງຄົມຈາກພະແນກ ການ ແລະ 4 ເມືອງ ເພື່ອລາຍງານ ໃຫ້ຂັ້ນເທິງຮັບຊາບ; ຄຽງຄູ່ກັບ ຜົນງານທີ່ຍາດມາໄດ້ນັ້ນ ຍັງມີ ຂໍ້ຄົງຄ້າງບາງອັນ ທີ່ຈະຕ້ອງໄດ້ ແກ້ໄຂເປັນຕົ້ນ ການເຜີຍແຜ່ ແລະ ຜັນຂະຫຍາຍແນວທາງ, ມະຕິຕ່າງໆຂອງພັກ-ລັດ ໄດ້ຈັດຕັ້ງປະ ຕິບັດໃນແຕ່ລະເດືອນ ແຕ່ເຫັນ ວ່າເປັນຂະບວນຢູ່ແຕ່ອ້ອມຂ້າງ ແຂວງ ແລະ ອ້ອມຂ້າງເມືອງ ແຕ່ ຍັງບໍ່ທັນກວ້າງຂວາງ ບໍ່ທັນລົງ ຮອດຮາກຖານປະຊາຊົນ; ບາງ ວຽກງານທ່ີປະຕິບັດຍັງຊັກຊ້າ ຍ້ອນງົບປະມານ ແລະ ອຸປະກອນ ຮັບໃຊ້ຈໍານວນໜຶ່ງ ບໍ່ພຽງພໍ ແລະ ບາງອັນເກົ່າແກ່.
ສຳລັບ 3 ເດືອນທ້າຍປີ 2026 ນີ້, ຄະນະໂຄສະນາອົບຮົມແຂວງ ຈະ ນໍາພາ-ຊີ້ນໍາບັນດາຂະແໜງການ ໃຫ້ປະຕິບັດໜ້າທີ່ວຽກງານຕາມ ພາລະບົດບາດຢ່າງເຂັ້ມງວດ, ຈະ ຕິດຕາມ-ຊຸກຍູ້ການໂຄສະນາ-ປາ ຖະກະຖາເຜີຍແຜ່ແນວທາງພັກ- ລັດຂອງບັນດາພະແນກການ, ເມືອງ, ສ້າງແຜນຈັດຝຶກອົບຮົມ ໃນການສ້າງນັກໂຄສະນາ-ປາ ຖະກະຖາຢູ່ບັນດາເມືອງ, ສືບຕ່ໍ ຕິດຕາມຫາງສຽງສັງຄົມ, ສູ້ຊົນ ໂຄສະນາເຜີຍແຜ່ແນວທາງ ຜ່ານ ສື່ຕ່າງໆ ແລະ ເຄື່ອນໄຫວເກັບກຳ ຂໍ້ມູນຂ່າວສານເຫດການທີ່ເກີດຂຶ້ນ ພາຍໃນແຂວງ ມາຜະລິດເປັນສະ ປອດ, ຂ່າວ, ບົດ ແລະ ເຮັດລາຍ ການໃຫ້ເປັນປົກກະຕິໃນແຕ່ລະວັນ.
