ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23

21/09/2026 15:12
Email Print 83
KPL - Asean 2024 ງານ​ວາງ​ສະ​ແດງ ​ສິນ​ຄ້າ​ຈີນ-ອາ​ຊຽນ ​ຄັ້ງ​ທີ 23 ໄດ້​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ ໜານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ ​ເຜົ່າ​ຈ້ວງກວາງ​ຊີ​ ຂອງ ສປ ຈີນ, ວັນ​ທີ 20 ກັນ​ຍາ​ນີ້ ​ແມ່ນ​ມື້​ທຳ​ອິດ​ ຂອງ​ວັນ​ເປີດ​ ໃຫ້​ມວນ​ຊົນ​ເຂົ້າ​ຊົມ ພາຍໃນ​ງານ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ງານ​ວາງ​ສະ​ແດງ ​ສິນ​ຄ້າ​ຈີນ-ອາ​ຊຽນ ​ຄັ້ງ​ທີ 23 ໄດ້​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ ໜານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ ​ເຜົ່າ​ຈ້ວງກວາງ​ຊີ​ ຂອງ ສປ ຈີນ, ວັນ​ທີ 20 ກັນ​ຍາ​ນີ້ ​ແມ່ນ​ມື້​ທຳ​ອິດ​ ຂອງ​ວັນ​ເປີດ​ ໃຫ້​ມວນ​ຊົນ​ເຂົ້າ​ຊົມພາຍໃນ​ງານ. ​ງານ​ປີ​ນີ້​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ ທີ່​ໄດ້​ຕັ້ງເຂດ​ວາງ​ສະ​ແດງ “ຮ້ານ​ຂາຍ​ຂະ​ໜາດ​ໃຫຍ່ ​ດ້ານ​ປັນ​ຍາ​ປະ​ດິດ” ແລະ “ພື້ນ​ທີ່​ອະ​ນາ​ຄົດ”, ​ເຊິ່ງ​ເຕັມ​ໄປ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ທີ່ທັນ​ສະ​ໄໝ​ເຮັດ​ໃຫ້ 2 ເຂດວາງ​ສະ​ແດງ​ດັ່ງ​ກ່າວ ​ໄດ້​ຮັບ​ຄວາມ​ສົນ​ໃຈ ​ຢ່າງຫລວງຫລາຍ. ເຂດວາງ​ສະ​ແດງ “ຮ້ານ​ຂາຍ​ຂະ​ໜາດ​ໃຫຍ່ ​ດ້ານ​ປັນ​ຍາ​ປະ​ດິດ” ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ໃນ​ປີ​ນີ້ ໄດ້​ເຕົ້າ​ໂຮມ​ຜະ​ລິດ​ຕະ​ພັນ AI ​ສຳ​ລັບ​ ຜູ້​ບໍ​ລິ​ໂພກ 500 ກວ່າ​ຊະ​ນິດ, ​ເຊິ່ງ​ລວມ​ເຖິງ​ ຜະ​ລິດ​ຕະ​ພັນ 8 ປະ​ເພດ​ໃຫຍ່ ເຊັ່ນ: ​ອຸ​ປະ​ກອນ​ສວມ​ໃສ່, ​ອຸ​ປະ​ກອນ​ ສຳ​ລັບ ​ການ​ດຳ​ລົງ​ຊີ​ວິດ ​ອັດ​ສະ​ລິ​ຍະ, ສຸ​ຂະ​ພາບ​ໃນ​ຄອບ​ຄົວ, ການ​ສຶກ​ສາ ​ວິ​ທະ​ຍ​າ​ສາດ ​ແບບ​ອັດ​ສະ​ລິ​ຍະ ແລະ ​ອື່ນໆ. ຜູ້​ຊົມ​ສາ​ມາດ​ທົດ​ລອງ ແວ່ນ​ຕາ AI, ອຸ​ປະ​ກອນ​ກິ​ລາ ​ແບບ​ອັດ​ສະ​ລິ​ຍະ ແລະ ຜະ​ລິ​ດ​ຕະ​ພັນ​ອື່ນໆ​ຢູ່​ກັບ​ທີ່. ສຳ​ລັບ ​ເຂດ​ວາງ​ສະ​ແດງ “ພື້ນ​ທີ່​ອະ​ນາ​ຄົດ” ທີ່​ສ້າງຕັ້ງ​ຂຶ້ນ​ໃໝ່​ຄື​ກັນ​ນີ້, ໄດ້​ເລັງ​ໃສ່ ​ເຕັກ​ໂນ​ໂລ​ຊີ ແລະ ຜະ​ລິດ​ຕ​ະ​ພັນ ​​ທັນ​ສະ​ໄໝ ​ທີ່​ສຸດ​ໃນ​ຂົງ​ເຂດ ​ການ​ບິນ​ອະ​ວະ​ກາດ, ​ສະ​ທ້ອນໃຫ້​ເຫັນ​ເຖິງ ​ແຜນ​ວາດ​ຂອ​ງ​ຕ່ອງ​ໂສ້​ ອຸດ​ສາ​ຫະ​ກຳ​ຄົບ​ວົງ​ຈອນ​ທີ່​ລວມ​ທັງ “ການ​ຄົ້ນ​ຄວ້າ ​ຜະ​ລິດ​ຈະຫລວດ-ປະ​ກອບ​ເຄືອ​ຂ່າຍ​ ດາວ​ທຽມ-ການ​ນຳ​ໃຊ້ ​ຂໍ້​ມູນ​ອະ​ວະ​ກາດ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL