ທ່ານ ສີ ຈິ້ນຜິງ ເປັນປະທານ ກອງປະຊຸມກົມການເມືອງ ສູນກາງພັກກອມມູນິດຈີນ

21/09/2026 15:12
Email Print 83
KPL - Asean 2024 ກົມ​ການ​ເມືອງ ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ເພື່ອ​ຄົ້ນ​ຄວ້າ​ ບັນ​ຫາ​ສຳ​ຄັນ​ ກ່ຽວ​ກັບ​ ການ​ຊຸກ​ຍູ້​ ການ​ຄຸ້ມ​ຄອງ​ພັກ​ ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ ດ້ວຍ​ຄວາມ​ພະ​ຍາ​ຍາມ​ ຢ່າງ​ບໍ່​ລົດ​ລະ. ທ່ານ ສີ ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ເປັນ​ປະ​ທານ ກອງ​ປະ​ຊຸມ​ດັ່ງ​ກ່າວ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນ​ທີ 21 ກັນ​ຍາ​ນີ້, ກົມ​ການ​ເມືອງ ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ເພື່ອ​ຄົ້ນ​ຄວ້າ​ ບັນ​ຫາ​ສຳ​ຄັນ​ ກ່ຽວ​ກັບ​ ການ​ຊຸກ​ຍູ້​ ການ​ຄຸ້ມ​ຄອງ​ພັກ​ ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ ດ້ວຍ​ຄວາມ​ພະ​ຍາ​ຍາມ​ ຢ່າງ​ບໍ່​ລົດ​ລະ. ທ່ານ ສີ ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ເປັນ​ປະ​ທານ ກອງ​ປະ​ຊຸມ​ດັ່ງ​ກ່າວ.ໃນກອງ​ປະ​ຊຸມ​ໄດ້ຕົກ​ລົງ​ວ່າ: ກອງ​ປະ​ຊຸມ ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ 20 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ ໃນ​ລະ​ຫວ່າງ ວັນ​ທີ 26-29 ຕຸ​ລາ​ໜ້າ​ນີ້. ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງາ​ນ ​ກ່ຽວ​ກັບ​ການ​ເກັບ​ກຳ​ ຄວາມ​ຄິດ​ເຫັນ​​ ໃນ​ຂອບ​ເຂດ​ທີ່​ແນ່ນອນ ​ທັງ​ໃນ ແລະ ນອກ​ຕໍ່ຮ່າງ “​ມະ​ຕິ​ຂອງ​ຄະ​ນະ​ກຳ​ມະ​ການ ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ ໃນດ້ານ​ການ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ພັກ ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ”, ແລະ ​ໄດ້​ຕົກ​ລົງ​ວ່າ​ ຈະປັບ​ປຸງ​ຮ່າງ​​ມະ​ຕິດັ່ງ​ກ່າວ ​ຕາມ​ຄວາມ​ຄິດ​ເຫັນ ​ທີ່​ໄດ້​ປຶກ​ສາ​ຫາ​ລື​ ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ​ກ່ອນ​ຈະ​ນຳສະ​ເໜີ​ ໃຫ້​ກອງ​ປະ​ຊຸມ ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງ​ຄ​ະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ສະ​ໄໝ​ທີ 20 ພິ​ຈາ​ລະ​ນາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL