ເມືອງເຊິງຕູ ຈາກຖິ່ນກໍາເນີດ“ໝີແພນດາ” ກ້າວສູ່ແຖວໜ້າ ດ້ານເຕັກໂນໂລຊີ ຂັ້ນສູງແຫ່ງຊາດ
![]()
ຂປລ. ເຊິງຕູຈາກນະຄອນຫລວງ ທີ່ໂລກຮັບຮູ້ຄື: ຖິ່ນກໍາເນີດ“ໝີແພນດາ ແລະ ອາຫານລົດຊາດເຜັດທີ່ເປັນເອກະລັກ ໄດ້ກ້າວສູ່ອຸດສາຫະກໍາ ເຕັກໂນໂລຊີ ທັນສະໄໝ ທີ່ມີຊື່ສຽງໂດ່ງດັງ. ຂະນະທີ່ອຸດສາຫະກໍາ ທ່ອງທ່ຽວ, ເຕັກໂນໂລຊີ, ປັນຍາປະດິດ ແລະ ການບັນເທິງ ຍັງເປັນຫົວໃຈຫລັກຂັບເຄື່ອນ ການເຕີບໂຕເສດຖະກິດ ພາຍໃນແຂວງ ເສສວນ ແລະ ຊາດຢ່າງຕໍ່ເນື່ອງ.
ໃນວັນທີ 20 ກັນຍາ 2026 ນີ້, ສື່ມວນຊົນຕ່າງປະເທດ ພ້ອມດ້ວຍຄະນະ ນັກສາສຶກຕ່າງປະເທດ ທີ່ພວມຮຽນຢູ່ຈີນ ໄດ້ໄປຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ເຂດບໍລິການ ອຸດສາຫະກຳດິຈິຕອນ ແລະ ວັດທະນະທຳ ສ້າງສັນທຽນຝູ ຢູ່ນະຄອນເຊິງຕູ, ແຂວງເສສວນ ເພື່ອຮຽນຮູ້ວັດທະນະທໍາ ທີ່ເປັນມູນເຊື້ອ ອັນດີງາມຂອງທ້ອງຖິ່ນ, ການ ພັດ ທະນາທີ່ມີສີສັນ ພິເສດແບບຈີນ, ໃນທີ່ນີ້ ຍັງໄດ້ສໍາຜັດກັບ ການວາງສະແດງ ແລະ ສາທິດວັດທະນະທຳ ດິຈິຕອນໃຫຍ່ສຸດ ໃນພາກຕາເວັນຕົກ ສຽງໃຕ້ຂອງຈີນ ທີ່ມີເນື້ອ ທີ່ກວ່າ 200 ເຮັກຕາ, ມີ 70 ກວ່າບໍລິສັດ ທີ່ເປັນມືອາຊີບ ໄດ້ສຸມໃສ່ພັດທະນາຮູບເງົາກະຕູນອານິເມະ, ເກມອີສະປອດ, ຮູບເງົາ, ປັນຍາປະດິດ (AI) ແລະ ເຕັກໂນໂລຊີໃໝ່ ແຫ່ງຍຸກ ສະ ໄຫມ. ເຂດດັ່ງກ່າວນີ້ ເປັນສູນກາງທີ່ສ້າງຂຶ້ນ ເພື່ອຮອງຮັບການໃຫ້ບໍລິການ ໃຫ້ແກ່ບັນດາວິສາຫະກິດດ້ານວັດ ທະນະທຳ ແລະ ພັດທະນາດິ ຈິຕອນແບບສ້າງສັນ, ພ້ອມທັງເປັນພື້ນ ທີ່ວາສະແດງ ຜະລິດຕະພັນ ເປັນຍີ່ຫໍ້ສະເພາະ, ເປີດໂອກາດໃຫ້ສຳຜັດ ແລະ ທົດລອງຜະລິດຕະພັນ, ໄປຄຽງຄູ່ກັບ ບໍລິການເຊື່ອມໂຍງ ແລະ ຈັບຄູ່ດ້ານເຕັກໂນໂລຊີ ໃຫ້ແກ່ທຸລະກິດ ກ່ຽວຂ້ອງ.
![]()
ທ່ານ ອຸນເທັນນີ ໂຈນາທານ, ຊາວບູກີນາ ຟາໂຊ (ອາຟຣິກາ), ປັດຈຸບັນເປັນນັກສຶກສາ (ປທ) ຈາກມະຫາວິ ທະຍາໄລການເງິນ ແລະ ເສດຖະກິດຕາເວັນຕົກສຽງໃຕ້ຂອງເຊິງຕູ ໃຫ້ສໍາພາດວ່າ: ການເລືອກມາຮຽນທີ່ປະເທດຈີນນີ້ແມ່ນເປັນຄວາມຝັນຂອງຕົນ ນັບຕັ້ງແຕ່ຮຽນຈົບ ມັດທະຍົມປາຍ ເພາະວ່າ ຈີນເປັນປະເທດຕົວແບບໜຶ່ງ ທີ່ມີເສດຖະ ກິດຂະຫຍາຍ ຕົວວ່ອງໄວ, ການເມືອງມີຄວາມໝັ້ນຄົງ-ໜ້າເຊື່ອຖື, ການພັດທະນາ ດ້ານເຕັກໂນໂລຊີທັນສະໄໝ ບໍ່ເປັນລອງຮອງປະເທດໃດໃນໂລກ ນອກຈາກນັ້ນ ຈີນ ຍັງມີປະຫວັດສາດ ອັນຍາວນານ ເປັນໜ້າຄົ້ນຫາ ແລະ ຊາວຈີນກໍມີ ນໍ້າໃຈດີງາມ ເມດຕາອີກດ້ວຍ.
ທ່ານ ໂຈນາທານ ຍັງເລົ່າປະສົບການວ່າ: ຕອນມາຮອດ ມະຫາວິທະຍາໄລ ທໍາອິດ ຢູ່ນະຄອນເຊິງຕູ, ຂ້ອຍບໍ່ຮູ້ພາສາຈີນເລີຍ ນັ້ນຄືຈຸດເລີ່ມຕົ້ນ ຄວາມກັງວົນໃຈແຮງ ແລະ ບໍ່ ຮູ້ວ່າ ຈະຈັດການຮໍ່າຮຽນ, ປາກເວົ້າສື່ສານ ກັບຄູອາຈານ ແລະ ໝູ່ເພື່ອນແນວໃດດີ ແຕ່ເວລາຜ່ານໄປໜຶ່ງເດືອນ, ຂ້ອຍຮູ້ກັບໝູ່ເພື່ອນຫລາຍຄົນ ຈິ່ງແນະນໍາໃຫ້ໄປ ດາວໂຫລດ ແອບທີ່ ກ່ຽວກັບ ການໃຊ້ຊີວິດປະຈໍາວັນເຊັ່ນ: ຮາລີເພ, ວີແຊັດ, ຕິກຕອກ, ຕາວເປົາ ແລະ ອື່ນໆ ຈິ່ງເຮັດໃຫ້ຂ້ອຍ ມີຄວາມຮູ້ກວ້າງຂຶ້ນເລື້ອຍໆ. ໃນທີ່ສຸດ ຂ້ອຍຈິ່ງຮູ້ສຶກວ່າ ເຕັກໂນໂລຊີ ທັນ ສະໄໝ ແລະ ປັນຍາປະດິດ ປຽບເໝືອນເພື່ອນ ຄົນໜຶ່ງທີ່ຄຽງຂ້າງຂ້ອຍ ຕະຫລອດເວລາ ບໍ່ສາມາດປະຖິ້ມໄດ້ ເພາະວ່າ ຕ້ອງໄດ້ໃຊ້ມັນນັບແຕ່ແປພາສາ, ຈ່າຍຄ່າສິນຄ້າ- ການບໍລິການ ຄ່າເດີນທາງ ແລະ ຮຽນຮູ້ທຸກສິ່ງຢ່າງ ໃນໂລກໜ່ວຍນີ້.
![]()
ແຕ່ເຖິງແນວໃດກໍດີ ອີງຕາມການລາຍງານ ຂອງຜູ້ປະກອບການ ທຸລະກິດກ່ຽວຂ້ອງ ໄດ້ກ່າວວ່າ ການພັດທະນາ ຂອງອຸດສາຫະກຳ ວັດທະນະທຳ ດິຈິຕອນແບບສ້າງສັນ ໃນເຂດພັດທະນາ ອຸດສາຫະກຳໄຮເທັກເຊິງຕູ (CDHT) ແມ່ນໜຶ່ງໃນກຸ່ມເຂດ ເຕັກໂນໂລຊີຂັ້ນສູງ ແຫ່ງຊາດ ກຸ່ມທຳອິດຂອງຈີນ ແລະ ເປັນເຂດສາທິດ ການສ້າງນະວັດຕະກຳ ແຫ່ງຊາດແຫ່ງທຳອິດ ຂອງຈີນ ໃນພາກຕາເວັນຕົກສຽງໃຕ້, ໂດຍຈະເນັ້ນຍຸດທະສາດ ໃນການພັດທະນາ 3 ອຸດສາຫະກໍາຫລັກ ຄື: ອຸດສາຫະກຳຂໍ້ມູນເອເລັກໂຕຣນິກ, ຊີວະການແພດ ແລະ ເສດຖະກິດດິຈິຕອນ. ໃນປີຜ່ານມາ, ຈີດີພີ (GDP) ຂອງ CDHT ຂະຫຍາຍຕົວເກີນ 360 ຕື້ຢວນ./
