ການາດາ ຢັ້ງຢືນຖືເປັນສຳຄັນ ການພົວພັນ ກັບ ສສ ຫວຽດນາມ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ໃນແຈ້ງການຂອງຫ້ອງວ່າການ ຜູ້ສຳເລັດ ລາດຊະການແຫ່ງ ການາດາ ຕໍ່ໜ້າການຢ້ຽມຢາມ ທາງລັດຖະກິດ ການາດາຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ທ່ານ ລຸຍສ ອາເບີ(Louise Arbour) ຜູ້ສຳເລັດ ລາດຊະການແຫ່ງ ການາດາ ໃຫ້ຮູ້ວ່າໃນຂອບເຂດ ການຢ້ຽມຢາມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະມີບັນດາການເຄື່ອນໄຫວຢູ່ນະຄອນຫລວງ ອອດຕາວາ(Ottawa) ເພື່ອແນໃສ່ ສືບຕໍ່ເພີ່ມທະວີການພົວພັນ ລະຫວ່າງ ສອງປະເທດ. ແຈ້ງການ ໄດ້ຢັ້ງຢືນ ສສ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ຂອງການາດາ ໃນພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ. ການາດາໄດ້ຕີລາຄາສູງ ການພົວພັນ ລະຫວ່າງ ສອງປະເທດ ບົນພື້ນຖານການຮ່ວມມືກວ້າງຂວາງ ແລະ ຍາວນານ, ການພົວພັນແລກປ່ຽນປະຊາຊົນ ຢ່າງເລິກເຊິ່ງກວ້າງຂວາງ, ການຮ່ວມມື ດ້ານເສດຖະກິດ ແລະ ການຄ້ານັບມື້ ນັບພັດທະນາ; ກໍ່ຄື ການປະສານສົມທົບໃນບັນດາຂົງເຂດຄວາມໝັ້ນຄົງ ດ້ານພະລັງງານ ແລະ ການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
