ຜົນງານ ແລະ ບຸລິມະສິດການແກ້ໄຂລະເບີດບໍ່ທັນແຕກຢູ່ ສປປ ລາວ

21/09/2026 11:07
Email Print 83
KPL - Asean 2024 ຂປລ. ສປປ ລາວ ຍັງສືບຕໍ່ແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຈາກສົງຄາມ ໂດຍຮ່ວມມືກັບອົງການສາກົນ ແລະ ພາກສ່ວນຕ່າງໆ ມາແຕ່ປີ 1994 ເປັນຕົ້ນມາ ເພື່ອຫລຸດຜ່ອນຜົນກະທົບຈາກ ລະເບີດບໍ່ທັນແຕກ ຕໍ່ຊີວິດ, ຊັບສິນ, ການຜະລິດ ແລະ ການພັດທະນາ.

ຂປລ. ສປປ ລາວ ຍັງສືບຕໍ່ແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຈາກສົງຄາມ ໂດຍຮ່ວມມືກັບອົງການສາກົນ ແລະ ພາກສ່ວນຕ່າງໆ ມາແຕ່ປີ 1994 ເປັນຕົ້ນມາ ເພື່ອຫລຸດຜ່ອນຜົນກະທົບຈາກ ລະເບີດບໍ່ທັນແຕກ ຕໍ່ຊີວິດ, ຊັບສິນ, ການຜະລິດ ແລະ ການພັດທະນາ.

ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວໃນໂອກາດເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່າງ ຮອບຮຽນທີ 3 ທີ່ນະຄອນຫລວງວຽງຈັນວ່າ: ຫລັງຈາກສົງຄາມໄດ້ສິ້ນສຸດລົງມາເປັນເວລາ 60 ກວ່າປີ, ຕັ້ງແຕ່ປີ 1994 ເປັນຕົ້ນມາ ຈົນຮອດປັດຈຸບັນ, ລັດຖະບານ ສປປ ລາວ ໄດ້ຮ່ວມມືກັບອົງການຈັດຕັ້ງສາກົນ ຕັ້ງໜ້າແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງມາໂດຍຕະຫລອດ. ໃນສະໄໝສົງຄາມປີ 1964 ຫາ 1973, ມີການຖິ້ມລະເບີດໃສ່ຜືນແຜ່ນດິນລາວ ເຖິງ 580.000 ເທື່ອຖ້ຽວ; ຖ້າຄິດໄລ່ເນື້ອທີ່ 87.000 ກິໂລແມັດມົນທົນ, ມີລະເບີດປະມານ 2 ລ້ານກວ່າໂຕນທີ່ຖືກຖິ້ມລົງມາ. ໃນນັ້ນ, ເປັນລະເບີດລູກຫວ່ານປະມານ 270 ລ້ານໜ່ວຍ ຊຶ່ງມີເຖິງ 80 ລ້ານໜ່ວຍທີ່ບໍ່ທັນແຕກຕາມການປະເມີນທາງວິຊາການ ແລະ ໄດ້ກະຈາຍ ໄປທົ່ວທຸກພື້ນທີ່ເກືອບທຸກແຂວງທົ່ວປະເທດ.

ທ່ານ ບຸນເພັງ ສີສະຫວັດ ກ່າວຕື່ມວ່າ: ນັບຕັ້ງແຕ່ປີ 1994 ເປັນຕົ້ນມາ, ພວກເຮົາໄດ້ຈັດຕັ້ງປະຕິບັດຕົວຈິງລົງເລິກຢູ່ 13 ແຂວງ. ໃນນັ້ນ, ພາກເໜືອ ແລະ ພາກກາງ-ພາກໃຕ້ ລວມມີແຂວງຫລວງພະບາງ, ຫົວພັນ, ຊຽງຂວາງ, ແຂວງວຽງຈັນ, ໄຊສົມບູນ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ, ສາລະວັນ ແລະ ແຂວງອັດຕະປື. ສຳລັບການເຄື່ອນໄຫວເກັບກູ້ລະເບີດບໍ່ທັນແຕກ (ລບຕ) ໄດ້ວາງຫລາຍວຽກງານຫລັກທີ່ຕ້ອງດຳເນີນໄປພ້ອມໆກັນ ຄື: ວຽກງານໂຄສະນາສຶກສາຄວາມສ່ຽງໄພ ເພື່ອເຕືອນໄພໃຫ້ພໍ່ແມ່ປະຊາຊົນ ແລະ ເດັກນ້ອຍ ໃຫ້ຮັບຮູ້ເຖິງຜົນຮ້າຍ, ຄວາມອັນຕະລາຍ ແລະ ຮູ້ຈັກວິທີປ້ອງກັນ. ວຽກນີ້ແມ່ນຫົວໃຈສຳຄັນ ໂດຍຮ່ວມມືກັບສື່ມວນຊົນທັງວິທະຍຸ, ໂທລະພາບ ນຳເນື້ອໃນເຂົ້າສູ່ຫລັກສູດໂຮງຮຽນ ແລະ ໂຄສະນາເຄື່ອນທີ່ລົງໄປແຕ່ລະທ້ອງຖິ່ນ ເພື່ອໃຫ້ຈຳນວນອຸບັດເຫດຫລຸດລົງຕາມເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມ (ຫລຸດລົງ 38 ຄົນຕໍ່ປີ); ວຽກງານສຳຫລວດ, ກວດກູ້ ແລະ ທຳລາຍ ມີທີມງານສຳຫລວດທັງແບບບໍ່ແມ່ນວິຊາການ ເພື່ອເກັບກຳຂໍ້ມູນຈຸດຫລັກຖານຕາມຂອບເຂດບ້ານ ແລະ ບ່ອນທຳມາຫາກິນ, ພ້ອມທັງມີທີມງານເຄື່ອນທີ່ໄວ ລົງໄປທຳລາຍໂດຍກົງເມື່ອພົບເຫັນ. ນອກຈາກນີ້, ຍັງມີການສຳຫລວດທາງດ້ານເຕັກນິກ ເພື່ອກຳນົດພື້ນທີ່ອັນຕະລາຍ ແລະ ຈັດລຽງບຸລິມະສິດໃນການກວດກູ້ 100% ຕາມງົບປະມານທີ່ມີຈຳກັດ; ວຽກງານຊ່ວຍເຫລືອຜູ້ປະສົບເຄາະຮ້າຍ ນັບແຕ່ປີ 2008 ເປັນຕົ້ນມາ ມີຜູ້ຖືກເຄາະຮ້າຍທີ່ຖືກສຳຫລວດເຫັນ 800 ກວ່າຄົນ ຊຶ່ງສ່ວນໃຫຍ່ກວມກວ່າ 50 % ແມ່ນເດັກນ້ອຍ. ເມື່ອເກີດອຸບັດເຫດ ພວກເຮົາໄດ້ສົ່ງປິ່ນປົວຢູ່ໂຮງໝໍຢ່າງຮີບດ່ວນ ເພື່ອຊ່ວຍຊີວິດ, ຊ່ວຍເຫລືອດ້ານງານສົບສຳລັບຜູ້ເສຍຊີວິດ, ພ້ອມທັງປະສານງານກັບກະຊວງສາທາລະນະສຸກ, ສູນຟື້ນຟູ ແລະ ອົງການ NGO ຕ່າງໆ ເພື່ອຝຶກອົບຮົມວິຊາຊີບ, ໃຫ້ຄຳປຶກສາດ້ານຈິດໃຈ ເພື່ອໃຫ້ພວກເຂົາສາມາດກັບມາໃຊ້ຊີວິດໄດ້ເທົ່າທຽມກັບຄົນທົ່ວໄປ; ວຽກງານຄຸ້ມຄອງຂໍ້ມູນຂ່າວສານ ໄດ້ຕິດຕາມເກັບກຳຂໍ້ມູນ, ກວດກູ້, ທຳລາຍ, ໂຄສະນາ ແລະ ປະສານງານຮ່ວມກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ (ຂັ້ນບ້ານ, ເມືອງ, ແຂວງ) ເພື່ອໜູນຊ່ວຍວຽກງານໃຫ້ມີປະສິດທິພາບສູງຂຶ້ນ.

ໂດຍ: ຢ່າຕົ່ງ

KPL