ພູຜາມ່ານ ຈຸດໝາຍປາຍທາງຂອງຄົນຮັກຄວາມທ້າທາຍ
![]()
ຂປລ. ພູຜາມ່ານ (The Rock Viewpoint) ເປັນໜຶ່ງໃນແຫລ່ງທ່ອງທ່ຽວຜະຈົນໄພທີ່ມີຊື່ສຽງຂອງແຂວງຄຳມ່ວນ ຕັ້ງຢູ່ໃນເຂດພູຫີນປູນ ທີ່ອ້ອມຮອບດ້ວຍຜືນປ່າສີຂຽວອຸ່ນທຸ່ມ. ສະຖານທີ່ແຫ່ງນີ້ເປີດໃຫ້ບໍລິການໃນປີ 2019 ເປັນຕົ້ນມາ ແລະ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວມາໂດຍຕະຫລອດ ດ້ວຍຈຸດເດັ່ນທັງດ້ານທິວທັດທຳມະຊາດ ແລະ ກິດຈະກຳຜະຈົນໄພທີ່ຫລາກຫລາຍ.
ພູຜາມ່ານຍັງຕັ້ງຢູ່ໃນເສັ້ນທາງທ່ອງທ່ຽວ Thakhek Loop ຊຶ່ງເປັນເສັ້ນທາງຍອດນິຍົມສຳລັບຜູ້ມັກສຳຫລວດທຳມະຊາດ. ດ້ວຍຮູບຊົງພູຫີນປູນທີ່ແປກຕາ ແລະ ຜືນປ່າສີຂຽວທີ່ກວ້າງໃຫຍ່ ພູຜາມ່ານຈຶ່ງເປັນອີກໜຶ່ງຈຸດໝາຍປາຍທາງທີ່ໜ້າສົນໃຈສຳລັບຜູ້ມາຢ້ຽມຢາມແຂວງຄຳມ່ວນ. ນອກຈາກການຊົມຄວາມງາມຂອງພູຫີນປູນ ແລະ ທຳມະຊາດແລ້ວ, ນັກທ່ອງທ່ຽວຍັງສາມາດແວ່ພັກຜ່ອນ ແລະ ຮັບປະທານອາຫານຢູ່ຮ້ານ Khop Chai Der ເຊິ່ງມີອາຫານລາວ ແລະ ອາຫານແບບຕາເວັນຕົກ ພ້ອມເຄື່ອງດື່ມຫລາກຫລາຍ ໂດຍສະເພາະກາເຟ ພ້ອມທັງສາມາດຊົມທິວທັດພູຫີນປູນ ແລະ ປ່າໄມ້ອັນຂຽວສົດງົດງາມໄດ້ຢ່າງເຕັມຕາ. ຈຸດເດັ່ນສຳຄັນຂອງພູຜາມ່ານ ຄື ກິດຈະກຳຜະຈົນໄພທີ່ເໝາະສຳລັບຜູ້ມັກຄວາມທ້າທາຍ ປະກອບມີ ການຂີ່ສະລິງຜ່ານປ່າໄມ້ ແລະ ພູຫີນປູນ, ການປີນຜາດ້ວຍອຸປະກອນ ເຟີຣາຕາ(Ferrata) ແລະ ການໄຕ່ຂົວເຊືອກ “ຂົວໃຍແມງມຸມ” ທີ່ຊ່ວຍເພີ່ມສີສັນ ແລະ ຄວາມຕື່ນເຕັ້ນໃຫ້ແກ່ການຜະຈົນໄພ. ໃນນັ້ນ, ການສຳຫລວດພູຜາມ່ານໃຊ້ເວລາປະມານ 2 ຊົ່ວໂມງ ໂດຍລວມມີການຂີ່ສະລິງ, ປີນຜາ, ໄຕ່ຂົວເຊືອກ ແລະ ເດີນຂຶ້ນໄປຍັງຈຸດຊົມທິວທັດ. ຈາກຈຸດສູງ ນັກທ່ອງທ່ຽວສາມາດຊົມທິວທັດໄດ້ແບບ 360 ອົງສາ ເຫັນພູຫີນປູນ ແລະ ຜືນປ່າສີຂຽວອັນກວ້າງໃຫຍ່ ທີ່ສ້າງຄວາມປະທັບໃຈແກ່ຜູ້ມາຢ້ຽມຢາມ.
ສຳລັບຄົນຮັກທຳມະຊາດ ພູຜາມ່ານ ຍັງເປັນພື້ນທີ່ທີ່ສາມາດສຳຫລວດສັດປ່າທ້ອງຖິ່ນ. ໃນພື້ນທີ່ມີລິງ Laotian Langur ອາໄສຢູ່ ແລະ ຜູ້ມາຢ້ຽມຢາມທີ່ໂຊກດີອາດມີໂອກາດເຫັນລິງຊະນິດນີ້ຕາມທຳມະຊາດ ທັງຈາກບໍລິເວນຮ້ານອາຫານ ຫລື ໃນລະຫວ່າງຮ່ວມກິດຈະກຳ. ອີກໜຶ່ງປະສົບການທີ່ໜ້ສົນໃຈ ຄື ການຈອງທົວຊົມຕາເວັນຕົກດິນ. ນັກທ່ອງທ່ຽວຈະໄດ້ຮ່ວມກິດຈະກຳຂີ່ສະລິງ, ໄຕ່ຂົວ ແລະ ປີນຜາຫີນປູນດ້ວຍ Ferrata ກ່ອນເດີນທາງໄປຮອດຈຸດຊົມທິວທັດ ເພື່ອຊົມແສງອາທິດຄ່ອຍໆລັບຂອບພູ ທ່າມກາງພູຫີນປູນ ແລະ ປ່າໄມ້ສີຂຽວ. ບັນຍາກາດອັນສະຫງົບ ແລະ ທິວທັດອັນງົດງາມ ຊ່ວຍໃຫ້ປະສົບການຈາກພູຜາມ່ານເປັນຄວາມຊົງຈຳທີ່ໜ້າຈົດຈຳ.
ດ້ວຍການລວມເອົາຄວາມງາມຂອງທຳມະຊາດ, ກິດຈະກຳຜະຈົນໄພ ແລະ ບັນຍາກາດສຳລັບການພັກຜ່ອນໄວ້ໃນບ່ອນດຽວ ພູຜາມ່ານ ຈຶ່ງເປັນອີກໜຶ່ງຈຸດໝາຍປາຍທາງທີ່ໜ້າສົນໃຈຂອງແຂວງຄຳມ່ວນ ສຳລັບທັງຜູ້ມັກຄວາມທ້າທາຍ ແລະ ຜູ້ທີ່ປາຖະໜາສຳຜັດຄວາມງາມອັນສະຫງົບຂອງທຳມະຊາດ.
