ສປ ຈີນ ມີມູນຄ່າ ການນຳເຂົ້າ-ສົ່ງອອກ ການຄ້າສີຂຽວ ຫລາຍກວ່າ 800 ຕື້ໂດລາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ບົດລາຍງານ ການພັດທະນາ ການຄ້າສີຂຽວຂອງ ສປ ຈີນ(2026) ທີ່ເປີດເຜີຍ ເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ: ໃນປີ 2025, ມູນຄ່າການນຳເຂົ້າ-ສົ່ງອອກການຄ້າສີຂຽວຂອງ ສປ ຈີນ ມີເຖິງ 802 ຕື້ກວ່າໂດລາສະຫະລັດ, ກວມເອົາ 14,68% ຂອງຍອດມູນຄ່າ ການຄ້າສີຂຽວທົ່ວໂລກ ເຊິ່ງເປັນອັນດັບໜຶ່ງຂອງໂລກ. ໃນ 8 ເດືອນຕົ້ນປີ ນີ້, ການນຳເຂົ້າ-ສົ່ງອອກລົດພະລັງງານໄຟຟ້າ, ໝໍ້ໄຟລີທຽມ, ຜະລິດຕະພັນໂຊລາເຊວ ແລະ ຜະລິດຕະພັນອື່ນໆຂອງຈີນເພີ່ມຂຶ້ນປະມານ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃບສັ່ງຊື້ເຄື່ອງຈັກຜະລິດໄຟຟ້າດ້ວຍແຮງລົມ, ເຮືອພະລັງງານສີຂຽວ, ອຸປະກອນປະຢັດ ພະລັງງານ ແລະ ອະນຸລັກສິ່ງແວດລ້ອມ ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ.ຕາມຂ່າວແຈ້ງວ່າ, ສປ ຈີນ ໄດ້ສ້າງລະບົບນະໂຍບາຍ ການຫລຸດຜ່ອນການປ່ອຍກາກບອນທີ່ຄົບຖ້ວນທີ່ສຸດໃນໂລກ ແລະ ສຳເລັດການສ້າງລະບົບພະລັງງານໝູນວຽນ ທີ່ໃຫຍ່ກວ່າໝູ່ ແລະ ພັດທະນາ ໄວກວ່າໝູ່ໃນໂລກ. ໃນດ້ານການສົ່ງອອກ, ສປ ຈີນ ໄດ້ສະໜອງ ຜະລິດຕະພັນສີຂຽວ ທີ່ມີຄຸນນະພາບດີ ແລະ ມີປະສິດທິພາບສູງ ໃຫ້ແກ່ທົ່ວໂລກ. ມູນຄ່າການສົ່ງອອກຜະລິດຕະພັນສີຂຽວຂອງ ສປ ຈີນ ໃນປີ 2025 ມີເຖິງ 442 ຕື້ກວ່າໂດລາສະຫະລັດ, ກວມເອົາ 16,53% ຂອງຍອດການສົ່ງອອກ ຜະລິດຕະພັນສີຂຽວທົ່ວໂລກ. ໃນໄລຍະ 10 ປີຜ່ານມາ, ຈີນໄດ້ສະໜອງ ຫລາຍກວ່າ 80% ຂອງຜະລິດຕະພັນ ໂຊລາເຊວ ແລະ 70% ຂອງອຸປະກອນຜະລິດໄຟຟ້າ ດ້ວຍພະລັງງານລົມໃຫ້ແກ່ໂລກ ເຊິ່ງຊ່ວຍຊຸກຍູ້ໃຫ້ຕົ້ນທຶນ ຂອງການຜະລິດໄຟຟ້າ ດ້ວຍພະລັງງານແສງຕາເວັນ ແລະ ພະລັງງານລົມໃນທົ່ວໂລກ ຫລຸດລົງຢ່າງມີປະສິດທິຜົນ.ສປ ຈີນ ບໍ່ພຽງແຕ່ແມ່ນຜູ້ສະໜອງ ທີ່ສຳຄັນດ້ານຜະລິດຕະພັນສີຂຽວ ທີ່ສຳຄັນຂອງໂລກເທົ່ານັ້ນ, ຍັງເປັນຕະຫລາດ ທີ່ສຳຄັນ ສຳລັບ ຜະລິດຕະພັນ ສີຂຽວທົ່ວໂລກ ອີກດ້ວຍ. ໃນປີ 2025, ມູນຄ່າການນຳເຂົ້າ ຜະລິດຕະພັນສີຂຽວຂອງ ສປ ຈີນ ມີເຖິງ 359 ຕື້ກວ່າໂດລາສະຫະລັດ, ກວມເອົາ 12.91% ຂອງຍອດການນຳເຂົ້າ ຜະລິດຕະພັນສີຂຽວ ໃນທົ່ວໂລກ ເຊິ່ງຢູ່ອັນດັບໜຶ່ງ ຂອງໂລກເຊັ່ນກັນ. ສິ່ງທີ່ສຳຄັນກວ່ານີ້ແມ່ນ: ສປ ຈີນ ສືບຕໍ່ຍົກລະດັບການເປີດປະຕູ ສູ່ພາຍນອກໃນລະດັບສູງ ແລະ ເຂົ້າຮ່ວມການບໍລິຫານ ສີຂຽວທົ່ວໂລກ ຢ່າງເລິກເຊິ່ງ. ໃນຊຸມປີມໍ່ໆມານີ້, ສປ ຈີນ ໄດ້ເຂົ້າຮ່ວມການວາງລະບຽບ ກາກບອນຕ່ຳ ແລະ ລະບົບມາດຕະຖານສີຂຽວທົ່ວໂລກ ຢ່າງຕັ້ງໜ້າ, ລິເລີ່ມຂໍ້ລິເລີ່ມ ຂອບການຮ່ວມມື ເສດຖະກິດການຄ້າສາກົນ ກ່ຽວກັບ ເສດຖະກິດ ດີຈີຕອນ ແລະ ການພັດທະນາ ແບບສີຂຽວ, ຂໍ້ລິເລີ່ມການຮ່ວມມື ເສດຖະກິດການຄ້າສາກົນ ແຮ່ທາດສີຂຽວ ແລະ ຂໍ້ລິເລີ່ມຕ່າງໆ ທີ່ສຳຄັນ ໂດຍໄດ້ຮັບການຕອບຮັບຢ່າງຕັ້ງໜ້າ ຈາກຫລາຍປະເທດ ແລະ ກຸ່ມເສດຖະກິດ. ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນໄດ້ສະເໜີຢ່າງຈະແຈ້ງກ່ຽວກັບ ການພັດທະນາ ການຄ້າສີຂຽວ ດ້ວຍການປະດິດສ້າງໃໝ່. ໃນອະນາຄົດ, ຄຽງຄູ່ກັບ ອຸດສາຫະກຳ ການຜະລິດທີ່ທັນສະໄໝຂອງ ສປ ຈີນ ພັດທະນາ ໃຫ້ຫັນເປັນ ອັດສະລິຍະ, ຫັນເປັນສີຂຽວ ແລະ ຫັນເປັນການເຊື່ອມໂຍງເຂົ້າກັນ, ການຄ້າຕ່າງປະເທດຂອງ ສປ ຈີນ ຈະເລັ່ງຄວາມໄວໃນການພັດທະນາ ໄປຕາມທິດສີຂຽວ, ສ້າງພະລັງຂັບເຄື່ອນສີຂຽວ ທີ່ຫລາຍກວ່າເກົ່າ ໃຫ້ແກ່ການພັດທະນາ ຂອງທຸກປະເທດ ແລະ ປະກອບສ່ວນເຂົ້າໃນການຄຸ້ມຄອງ ດິນຟ້າອາກາດທົ່ວໂລກ ໃຫ້ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
