ລະດັບນ້ຳຂອງຢູ່ແຂວງຈຳປາສັກ ເລີ່ມຫລຸດລົງເລັກນ້ອຍ

21/08/2026 01:24
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ລະດັບນ້ຳຂອງ ປະຈຳວັນທີ 17 ສິງຫາ 2026 ຢູ່ ແຂວງຈໍາປາສັກ ເລ່ີມຫລຸດລົງ ເລັກນ້ອຍ.

ອີງຕາມການລາຍງານຈາກພະ ແນກກະສິກຳ ແລະ ສິ່ງແວດລ້ອມ,  ຂະແໜງຊັບພະຍາກອນນ້ຳ, ອຸຕຸ ນິຍົມ ແລະ ອຸທົກກະສາດ ແຂວງຈຳ ປາສັກ ເວລາ 13:00 ໂມງ, ສະພາບ ລະດັບນ້ຳຢູ່ຕາມຈຸດວັດແທກສຳ ຄັນຕ່າງໆ ມີລາຍລະອຽດດັ່ງນີ້: ສະພາບລະດັບນ້ຳ ສະຖານີປາກເຊ (ນ້ຳຂອງ): ລະດັບນ້ຳຢູ່ທີ່ 11,62 ແມັດ (ຫລຸດລົງຈາກຕອນເຊົ້າ 0,06 ແມັດ), ຍັງຢູ່ໃນເກນລະວັງ ໄພ (ເກນລະວັງໄພ 11 ແມັດ, ເກນ ອັນຕະລາຍ 12 ແມັດ).

ສຳລັບສະຖານີເຊໂດນ (ນ້ຳເຊ ໂດນ): ລະດັບນ້ຳຢູ່ທີ່ 7,50 ແມັດ  (ຫລຸດລົງຈາກຕອນເຊົ້າ 0,23 ແມັດ), ຍັງຢູ່ໃນເກນລະວັງໄພ  (ເກນລະວັງໄພ 10 ແມັດ, ເກນ ອັນຕະລາຍ 11 ແມັດ); ສະຖານີຈຸດບ້ານດອນຊະ (ເຊໂດນ): ລະດັບ ນ້ຳຢູ່ທີ່ 3,81 ແມັດ (ຫລຸດລົງຈາກ ຕອນເຊົ້າ 0,27 ແມັດ), ຍັງຢູ່ໃນ ເກນລະວັງໄພ (ເກນລະວັງໄພ 9 ແມັດ, ເກນອັນຕະລາຍ 10 ແມັດ). ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ ປະຊາຊົນ ແລະ ອົງການປົກຄອງ ທຸກພາກສ່ວນໃຫ້ຕິດຕາມສະພາບ ດິນຟ້າອາກາດ ແລະ ລະດັບນ້ຳຢ່າງ ໃກ້ຊິດ ເພື່ອກຽມພ້ອມຮັບມືກັບສະ ພາບການຕ່າງໆ ທີ່ອາດຈະເກີດຂຶ້ນ. 

KPL