ບັງກລາເທດ ເປີດໃຫ້ບໍລິການລົດເມສີຊົມພູ ສຳລັບແມ່ຍິງໂດຍສະເພາະ

20/08/2026 18:11
Email Print 83
KPL - Asean 2024 ທ່ານ ເຊກ ຣາບິອຸນ ອາລາມ (Sheikh Rabiul Alam) ລັດຖະມົນຕີ ກະຊວງ ການຂົນສົ່ງ ທາງບົກ ແລະ ຂົວ ຂອງ ບັງກະລາເທດ ໄດ້ປະກາດ ເປີດໃຫ້ບໍລິການ ລົດໂດຍສານ ປະຈຳທາງ ສີຊົມພູ ເຊິ່ງຄວບຄຸມດູແລ ໂດຍພະນັກງານ ຂັບລົດຍິງ

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ເຊກ ຣາບິອຸນ ອາລາມ (Sheikh Rabiul Alam) ລັດຖະມົນຕີ ກະຊວງ ການຂົນສົ່ງ ທາງບົກ ແລະ ຂົວ ຂອງ ບັງກະລາເທດ ໄດ້ປະກາດ ເປີດໃຫ້ບໍລິການ ລົດໂດຍສານ ປະຈຳທາງ ສີຊົມພູ ເຊິ່ງຄວບຄຸມດູແລ ໂດຍພະນັກງານ ຂັບລົດຍິງ ເພື່ອຜູ້ໂດຍສານແມ່ຍິງ ໂດຍສະເພາະ ແລະ ຢູ່ພາຍໃຕ້ ການກຳກັບດູແລ ໂດຍກົງ ຈາກບໍລິສັດ ການຂົນສົ່ງ ທາງບົກ ຂອງ ບັງກລາເທດ.

ໂຄງການລິເລີ່ມ ດັ່ງກ່າວ ມີເປົ້າໝາຍ ເພື່ອຮັບຮອງ ຄວາມປອດໄພ ແລະ ຄວາມສະດວກສະບາຍໃຈ ຂອງແມ່ຍິງ ໃນຂະນະທີ່ ໃຊ້ລະບົບ ການຂົນສົ່ງ ສາທາລະນະ ນັບຕັ້ງແຕ່ ຂຶ້ນລົດ, ເດີນທາງ ຈົນຮອດລົງຈາກລົດ. ໂດຍພະນັກງານ ທີ່ປະຕິບັດໜ້າທີ່ ລ້ວນແຕ່ ເປັນແມ່ຍິງ, ເຊິ່ງການໃຫ້ບໍລິການ ເລີ່ມຕົ້ນ ຢູ່ນະຄອນຫລວງ ດາກາ ແລະ ຈະຂະຫຍາຍໄປສູ່ ເມືອງຕ່າງໆ ທົ່ວປະເທດ ພ້ອມທັງ ການປັບປຸງ ຂະແໜງການ ບໍລິການ ເພື່ອໃຫ້ສອດຄ່ອງກັບ ຄວາມຕ້ອງການຂອງຜູ້ໂດຍສານແມ່ຍິງ ຢ່າງຕໍ່ເນື່ອງ./

KPL