ຄື້ນຄວາມຮ້ອນຢູ່ຝຣັ່ງ ເຮັດໃຫ້ມີ ຜູ້ເສຍຊີວິດສູງເຖິງ 1.243 ຄົນ

20/08/2026 16:09
Email Print 83
KPL - Asean 2024 ໃນ​ໄລ​ຍະ​ເກີດ​ຄື້ນ​ຄວາມ​ຮ້ອນຢູ່​ຝ​ຣັ່ງ ​ລະ​ຫວ່າງ ວັນ​ທີ 3-22ກໍ​ລະ​ກົດ​ປີ​ນີ້, ​ທົ່ວ​ປະ​ເທດ ຝຣັ່ງ ​ມີ​ຜູ້​ເສຍ​ຊີ​ວິດ​ ເກີນ​ປົກ​ກະ​ຕິ ສູງເຖິງ 1.243 ຄົນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ວັນ​ທີ 19 ສິງ​ຫາ​ນີ້, ກະ​ຊວງສາ​ທາ​ລະ​ນະ​ສຸກ​ຝ​ຣັ່ງ ​ຢືນ​ຢັນ​ວ່າ: ໃນ​ໄລ​ຍະ​ເກີດ​ຄື້ນ​ຄວາມ​ຮ້ອນຢູ່​ຝ​ຣັ່ງ ​ລະ​ຫວ່າງ ວັນ​ທີ 3-22ກໍ​ລະ​ກົດ​ປີ​ນີ້, ​ທົ່ວ​ປະ​ເທດ ຝຣັ່ງ ​ມີ​ຜູ້​ເສຍ​ຊີ​ວິດ​ ເກີນ​ປົກ​ກະ​ຕິ ສູງເຖິງ 1.243 ຄົນ. ກ່ອນ​ໜ້າ​ນີ້, ອີງ​ຕາມ​ຂໍ້​ມູນ​ສະຖິ​ຕິ​ ຈາກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຝ​ຣັ່ງ ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ເກີດ​ຄື້ນ​ຄວາມ​ຮ້ອນ​ ລະ​ຫວ່າງ ວັນ​ທີ 17ມິ​ຖຸ​ນາ​ ຫາ​ວັນ​ທີ 2 ກໍ​ລະ​ກົດ​ປີ​ນີ້ ​ຝ​ຣັ່ງ ​ໄດ້​ມີ​ຜູ້​ເສຍ​ຊີ​ວິດ ​ເກີນ​ປົກ​ກະ​ຕິ5.764ຄົນ, ເພີ່ມ​ຂຶ້ນ 36,2%ເມື່ອ​ທຽບ​ໃສ່ ​ລະ​ດັບ​ຄາດ​ຄະ​ເນ​ໄວ້​ ຕາມ​ປົກ​ກະ​ຕິ, ເຊິ່ງ​ເປັນ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ​ເກີນ​ປົກ​ກະ​ຕິ ຫລາຍ​ທີ່​ສຸດ ນັບ​ແຕ່​ມີ​ການ​ບັນ​ທຶກ ​ໄລ​ຍະ​ຄື້ນ​ຄວາມ​ຮ້ອນ​ຢູ່​ຝ​ຣັ່ງ ​​ໃນ​ປີ2023ເປັນ​ຕົ້ນ​ມາ. ການ​ເສຍ​ຊີ​ວິດ ​ເກີນ​ປົກ​ກະ​ຕິ​ ໝາຍ​ເຖິງ​ຄວາມ​ແຕກ​ຕ່າງ ​ລະ​ຫວ່າງ ຍອດ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ ຕາມ​ຄາດ​ຄະ​ເນ​ໄວ້​ ໃນ​ສະ​ຖານ​ທີ່ ແລະ ​ໄລ​ຍະ​ເວ​ລາ​ສະ​ເພາະ​ໃດ​ໜຶ່ງ ​ທີ່​ກຳ​ນົດ​ກັບ​ຈຳ​ນວນ ​ຜູ້​ເສຍ​ຊີ​ວິດ ​​ທີ່​ຄາດ​ຄະ​ເນ​ໄວ້​ພາຍ​ໃຕ້​ ກໍ​ລະ​ນີ​ທີ່​ບໍ່​ມີ​ວິ​ກິດ​ດ້ານ​ສຸ​ຂະ​ພາບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL