ສ.ອາເມລິກາ ຈະປັບຂຶ້ນພາສີ ສິນຄ້າ ການາດາ 50%
Email
Print
83
KPL - Asean 2024
ສ.ອາເມລິກາ ເມື່ອວັນທີ 19 ສິງຫາ ວ່າ: ປະທານາທິບໍດີ ໂດນັນ ທຣໍາ ຜູ້ນໍາ ສ.ອາເມລິກາ ປະກາດ ຈະປັບຂຶ້ນພາສີ ນຳເຂົ້າ ສິນຄ້າ ຈາກການາດາ ໃນອັດຕາ 50% ເປັນເວລາ 3 ວັນ ນັບຕັ້ງແຕ່ ວັນທີ 19 ສິງຫາຜ່ານມາ
ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 19 ສິງຫາ ວ່າ: ປະທານາທິບໍດີ ໂດນັນ ທຣໍາ ຜູ້ນໍາ ສ.ອາເມລິກາ ປະກາດ ຈະປັບຂຶ້ນພາສີ ນຳເຂົ້າ ສິນຄ້າ ຈາກການາດາ ໃນອັດຕາ 50% ເປັນເວລາ 3 ວັນ ນັບຕັ້ງແຕ່ ວັນທີ 19 ສິງຫາຜ່ານມາ ເຊິ່ງຈະກວມເອົາ ສິນຄ້າ ການາດາ ດ້ວຍມູນຄ່າ 20.000 ລ້ານໂດລາ ສະຫະລັດ, ຫລັງຈາກ ຜູ້ຕາງໜ້າ ຂອງ ທັງສອງປະເທດ ສາມາດ ບັນລຸ ຂໍ້ຕົກລົງ ໃນນາທີສຸດທ້າຍ ກ່ອນທີ່ມາດຕະການ ດັ່ງກ່າວ ຈະມີຜົນບັງຄັບໃຊ້. ການປະກາດ ດັ່ງກ່າວ ໄດ້ເປີດທາງ ໃຫ້ທັງສອງຝ່າຍ ມີເວລາສຳລັບ ການເຈລະຈາເພີ່ມຕື່ມ ແລະ ຫລີກລ່ຽງ ຄວາມເຄັ່ງຕຶງ ຮອບໃໝ່ ລະຫວ່າງ ສອງຊາດ ພັນທະມິດ ທີ່ມີຄວາມສຳພັນ ເຄັ່ງຕຶງກັນ ໃນໄລຍະ ຜ່ານມາ./
