ຍົກລະດັບການຕັດເສື້ອ-ການເຮັດແຟ້ມໃສ່ເອກະສານ ໃຫ້ຄູຝຶກ ແລະ ສະມາຊິກແມ່ຍິງ 2 ແຂວງ

21/08/2026 01:18
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກແຂວວງ ເຊກອງ ໃຫ້ຮູ້ວ່າ: ການຝຶກອົບຮົມ ຍົກລະດັບສີມື ໃນການຕັດເສື້ອແວັດ ແລະ ການເຮັດແຟ້ມໃສ່ເອກະສານ ໃຫ້ແກ່ຄູຝຶກ ແລະ ສະມາຊິກແມ່ຍິງ ແຂວງເຊກອງ ແລະ ແຂວງສາລະ ວັນ ຈັດຂ້ຶນໃນວັນທີ 17 ສິງຫາ 2026 ທີ່ແຂວງເຊກອງ ໂດຍມີທ່ານ ນາງ ເພັດດາແກ້ວ ພົນສາ ລາດ ຮອງປະທານສະຫະພັນແມ່ຍິງ ແຂວງເຊກອງ, ທ່ານ ນາງ ຈັນສະ ໝອນ ແສງຫາລາດ ຮອງຫົວໜ້າ ສູນຝຶກອົບຮົມແມ່ຍິງລາວ ສູນກາງ ສະຫະພັນແມ່ຍິງລາວ ເຂົ້າຮ່ວມ ຊ່ຶງການຝຶກອົບຮົມດ່ັງກ່າວ ຈະໄດ້ ດຳເນີນເປັນເວລາ 8 ວັນ ຈົນໄປ ຮອດວັນທີ 25 ສິງຫາ 2026.

ໃນໂອກາດນີ້, ທ່ານ ນາງ ເພັດ ດາແກ້ວ ພົນສາລາດ ໄດ້ກ່າວວ່າ:  ການຝຶກອົບຮົມຄັ້ງນີ້ ກໍເພື່ອເສີມ ສ້າງ ແລະ ຍົກລະດັບຄວາມຮູ້ ທາງ ດ້ານສີມືໃນການຕັດຫຍິບເສື້ອແວັດ,  ການຫຍິບແຟ້ມໃສ່ເອກະສານໃຫ້ ສາມາດນຳຄວາມຮູ້ໄປປະຍຸກໃຊ້  ໃນການປະກອບອາຊີບສ້າງລາຍ ຮັບ ແລະ ສ້າງອາຊີບທີ່ໝັ້ນຄົງ. 

ທ່ານ ນາງ ຈັນສະໝອນ ແສງຫາ ລາດ ໄດ້ກ່າວວ່າ: ໃນການຝຶກອົບ ຮົມຄັ້ງນີ້ ແມ່ນໄດ້ນໍາເອົາບົດຮຽນ  ຂອງ ສປ ຈີນ ທີ່ຄູຝຶກຂອງສູນອົບ ຮົມແມ່ຍິງລາວ ໄດ້ຮໍ່າຮຽນມາແລ້ວ ມາສິດສອນຕໍ່ໃຫ້ບັນດາຄູຝຶກ ແລະ ສະມາຊິກແມ່ຍິງ ແຂວງເຊກອງ ແລະ ແຂວງສາລະວັນ ເພື່ອໃຫ້ ສາມາດສ້າງເປັນຜະລິດຕະພັນກາຍ ເປັນສິນຄ້າ ທີ່ເປັນເອກະລັກຂອງ ແຂວງ ພ້ອມທັງເປັນການປະກອບ ສ່ວນພັດທະນາຊຸມຊົນ ແລະ ສ້າງ ສີມືໃຫ້ແມ່ຍິງມີວິຊາຊີບເສີມ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບ ຄົວ, ພ້ອມທັງຍັງໄດ້ເນັ້ນໃຫ້ຜູ້ເຂ້ົາ ອົບຮົມ ຈົ່ງຕັ້ງໃຈຮ່ຳຮຽນ ແລະ ນຳ ເອົາຄວາມຮູ້ໄປຖ່າຍທອດຕໍ່ ໃຫ້ແກ່ ສະມາຊິກແມ່ຍິງຢູ່ຂັ້ນຕ່າງໆ ເພ່ືອສ້າງໃຫ້ເກີດອາຊີບ ແລະ ລາຍຮັບ ທີ່ຍືນຍົງ.

  ຂ່າວ: ພຸດທະສອນ

KPL