ສະຖານທູດລາວ ປະຈຳ ສປ ຈີນ ວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ
ໂດຍມີ ສະຫາຍ ສົມພອນ ສີຈະເລີນ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນ, ພ້ອມດ້ວຍບັນດາພະນັກງານ ສະຖານເອກອັກຄະລັດຖະທູດ ແລະ ຄອບຄົວ, ພະນັກງານລາວທີ່ພວມ ປະຕິບັດໜ້າທີ່ຢູ່ ສປ ຈີນ, ພ້ອມດ້ວຍ ນັກຮຽນນັກສຶກສາລາວເຂົ້າຮ່ວມ. ການຈັດພິທີໄວ້ອາໄລຄັ້ງນີ້, ເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ ມີຕໍ່ສະຫາຍ ໄຊສົມພອນ ພົມວິຫານ ຊຶ່ງເປັນໜຶ່ງໃນບັນດາການນຳຂັ້ນ ສູງພັກ-ລັດຂອງລາວ ທີ່ໄດ້ອຸທິດ ເຫື່ອແຮງ, ສະຕິປັນຍາ ແລະ ກໍາ ລັງກາຍ-ກໍາລັງໃຈເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໂດຍສະ ເພາະໃນຂົງເຂດນິຕິບັນຍັດ ແລະ ສະ ພາແຫ່ງຊາດ. ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ໄດ້ເຖິງແກ່ມໍລະນະກຳໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດ ອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ. ການຈາກໄປໂດຍບໍ່ມີວັນ ກັບມາຂອງເພິ່ນເປັນການສູນເສຍ ອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.
