ສ້າງລາຍຮັບ 400 ຕໍ່ປິ ຈາກການປູກຝັງ-ລ້ຽງສັດ ເປັນສິນຄ້າ

12/08/2026 13:29
Email Print 83
KPL - Asean 2024 ຂປລ. ການ​ຜະລິດ​ກະສິກໍາ ປູກຝັງ-​ລ້ຽງສັດ ​ເປັນ​ອີກໜຶ່ງອາຊີບ​ທີ່​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເປັນ​ກອບ​ເປັນ​ກໍາ ​ແຕ່​ຕ້ອງ​ເຮັດ​ແບບ​ມີ​ຫລັກ​ວິຊາ​ການ ​ເຮັດ​ໃຫ້​ເປັນ​ສິນຄ້າ ​ແລະ ສິນຄ້າ​ນັ້ນ ​ກໍ​ຕ້ອງ​ເປັນ​ທີ່​ຕ້ອງການ​ຂອງ​ຕະຫລາດ ຈຶ່ງ​ຈະ​ສາ​ມາດ​ສ້າງ​ລາຍ​ໄດ້​​ເປັນ​ກອບ​ເປັນ​ກໍາ​ເໝືອນດັ່ງ ທ່ານ ພັນໂທ ບົວລຽນ ດວງສະຫວັດ ຫົວໜ້າກອງຮ້ອຍປ້ອງກັນຄຸ້ມຂັງ-ດັດສ້າງ ຄອບຄົວຕົວແບບທີ່ປະສົບຜົນສໍາເລັດສູງ


ຂປລ. ການ​ຜະລິດ​ກະສິກໍາ ປູກຝັງ-​ລ້ຽງສັດ ​ເປັນ​ອີກໜຶ່ງອາຊີບ​ທີ່​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເປັນ​ກອບ​ເປັນ​ກໍາ ​ແຕ່​ຕ້ອງ​ເຮັດ​ແບບ​ມີ​ຫລັກ​ວິຊາ​ການ ​ເຮັດ​ໃຫ້​ເປັນ​ສິນຄ້າ ​ແລະ ສິນຄ້າ​ນັ້ນ ​ກໍ​ຕ້ອງ​ເປັນ​ທີ່​ຕ້ອງການ​ຂອງ​ຕະຫລາດ ຈຶ່ງ​ຈະ​ສາ​ມາດ​ສ້າງ​ລາຍ​ໄດ້​​ເປັນ​ກອບ​ເປັນ​ກໍາ​ເໝືອນດັ່ງ ທ່ານ ພັນໂທ ບົວລຽນ ດວງສະຫວັດ ຫົວໜ້າກອງຮ້ອຍປ້ອງກັນຄຸ້ມຂັງ-ດັດສ້າງ  ຄອບຄົວຕົວແບບທີ່ປະສົບຜົນສໍາເລັດສູງ ໃນການສ້າງເສດຖະກິດຄອບຄົວ ​ ​ດ້ວຍອາຊີບ​​ເສີມ ປູກຝັງ-​ລ້ຽງ ສັດ ສາ​ມາດ​ສ້າງ​ລາຍ​ຮັບ​ໄດ້ 400 ລ້ານກວ່າກີບຕໍ່ປີ.

          ທ່ານ  ພັນໂທ  ບົວລຽນ ດວງສະຫວັດ ຫົວໜ້າກອງຮ້ອຍປ້ອງກັນຄຸ້ມຂັງ-ດັດສ້າງ  ​ໃຫ້​ຮູ້​ວ່າ:  ອາຊີບການ​ປູກຝັງ-​ລ້ຽງ ສັດ​ເປັນ​ອີກ​ອາຊີບໜຶ່ງ ທີ່​ຕົນ​ເອງ​ຄິດ​ວ່າ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຢ່າງໝັ້ນຄົງ ບອກ​ກັບເປັນ​ພະນັກງານ​ລັດ ຈຶ່ງ​ມີ​ເວລາ ຫວ່າງ​ຫລັງ​ຈາກ​ເລີກ​ວຽກ ​ແລະ ວັນ​ເສົາ, ອາທິດ ຈຶ່ງ​ຄິດ​ວ່າ ຖ້າ​ເຮົາ​ໃຊ້​ເວລາ​ໃຫ້​ເກີດ​ປະ​​ໂຫຍ​ດຈະ​ເປັນ​ການ​ດີ. ສະນັ້ນ, ຈຶ່ງ​ປຶກສາ​ກັບ​ຄອບ​ຄົວ ວ່າ​ຈະ​ເຮັດ​ຫຍັງດີ ​ເມື່ອ​ຕົກລົງ​ກັນ​ແລ້ວ ຈຶ່ງ​ເອກະ​ພາບ​ກັນ​ວ່າ ຈະປູກກາເຟ ແລະ ລ້ຽງສັດ ຢູ່ເຂດຕົວເມືອງພູພຽງປາກຊ່ອງ. ​​ເນື່ອງ​ຈາກ​ວ່າ ຕົນ​ເອງ​ເຄີຍເຂົ້າຮ່ວມຖອດຖອນບົດຮຽນ ແລະ ເຕັກນິກການປູກ-ການບົວລະ ບັດຮັກສາຈາກວິຊາການຜູ້ມີຄວາມຊຳນິຊຳນານ ເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງ ບໍ່ວ່າຈະເປັນການໃສ່ຝຸ່ນ, ການຕັດແຕ່ງກິ່ງ ແລະ ການບໍລິຫານຈັດການສວນ ເປັນໄປຕາມຫລັກວິຊາການຢ່າງມີປະສິດທິພາບ ຈຶ່ງ​ຢາ​ກນໍາ​ເອົາ​ຄວາມ​ຮູ້ທີ່​ໄດ້​ຮຽນມາ ຈັດ​ຕັ້ງ​ປະຕິບັດ​ໃຫ້​ເກີດ​ປະ​​ໂຫຍ​ດ. ສະ​ນັ້ນ, ໃນປີ 1999 -2000  ຈຶ່ງ​ໄດ້ລະດົມທຶນຮອນສ່ວນຕົວບວກກັບການກູ້ຢືມຈາກຍາດຕິພີ່ນ້ອງ ເພື່ອຊື້ເບ້ຍກາເຟພັນກາຕີມໍ (Catimor) ແລະ ກາເຟກາງ ມາບຸກເບີກປູກໃນເນື້ອທີ່ 3 ເຮັກຕາ ຢູ່ບ້ານຫລັກ 15 ເມືອງປາກຊ່ອງ.  ນອກຈາກພືດເສດຖະກິດຫລັກຢ່າງກາເຟ ທີ່ສາມາດສ້າງລາຍໄດ້ສູງເຖິງ 300 ລ້ານກວ່າກີບຕໍ່ປີແລ້ວ, ຍັງໄດ້ບໍລິຫານພື້ນທີ່ແບບປະສົມປະສານ ດ້ວຍການປູກໄມ້ໃຫ້ໝາກ, ພືດຜັກສວນຄົວ ແລະ ການລ້ຽງສັດ ເປັນຕົ້ນແມ່ນ ລ້ຽງງົວ, ແບ້, ປາ ແລະ ສັດປີກ ຊຶ່ງສາມາດສ້າງລາຍຮັບເສີມຕື່ມອີກກວ່າ 115 ລ້ານກີບຕໍ່ປີ.

​          ທ່ານ  ພັນໂທ ບົວລຽນ ​ເວົ້າ​ເສີມ​ວ່າ:  ພາຍຫລັງທີ່​ຫັນ​ມາ​ເຮັດການ​ຜະລິດ​ກຳສິກຳແບບ​ປະສົບ​ປະສານ ​ເຮັດ​ໃຫ້​ຄອບຄົວ​ດີ​ຂຶ້ນ​ກວ່າ​ເມື່ອ​ກ່ອນ​ຫລາຍ ຄອບຄົວມີຢູ່ມີກິນ ທັງມີຄວາມຜາສຸກ-ຖືກຕ້ອງປອງດອງພ້ອມກັນສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ ທັງນີ້ກໍ​ຍ້ອນ​ຄວາມ​ອົດທົນ, ດຸໝັ້ນ ແລະ ຫັນ​ໃຊ້​ເນື້ອ​ທີ່​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ ບໍ່​ເຮັດ​ວຽກໜ້າດຽວ ຕ້ອງ​ເຮັດ​ຫລາຍ​ຢ່າງ​ຄຽງຄູ່​ກັນ​ໄປ ຈົນ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຫລາຍ​ຮ້ອຍ​ລ້ານ​ກີບ​ຕໍ່ປີ. ສໍາລັບທິດທາງໃນຕໍ່ໜ້າ ມີແຜນຈະສຸມໃສ່ການຂະຫຍາຍເນື້ອທີ່ປູກກາເຟເພີ່ມຕື່ມ ພ້ອມທັງຍົກລະດັບເຕັກນິກການຂະຫຍາຍພັນສັດລ້ຽງ ແລະ ບົວລະບັດຮັກສາພືດຜັກທີ່ມີຢູ່ແລ້ວ ໃຫ້ໄດ້ຮັບຜົນຜະລິດສູງຂຶ້ນກວ່າເກົ່າ ເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດຂອງຄອບຄົວໃຫ້ຍືນຍົງ.
KPL