ບ້ານທ່າຫລວງ ພັດທະນາການປູກໄມ້ໃຫ້ໝາກດສ້າງລາຍຮັບໄດ້ຫລາຍຕື້ກີບ

12/08/2026 12:55
Email Print 83
KPL - Asean 2024 ຂປລ. ບ້ານທ່າຫລວງ ຕາແສງ ນ້ຳມາຍ ເມືອງວຽງພູຄາ ແຂວງຫລວງນ້ຳທາ ປະສົບຜົນສຳເລັດໃນການຫັນການຜະລິດກະສິກຳໄປສູ່ການຜະລິດເປັນສິນຄ້າ ໂດຍສະເພາະການປູກໄມ້ໃຫ້ໝາກ ເປັນຕົ້ນ ໝາກກ້ຽງ, ໝາກພຸກ, ໝາກນັດ, ໝາກແຕງ ແລະ ໝາກໝັ້ນ ທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ເຖິງ 2,10 ຕື້ກີບຕໍ່ປີ.

ຂປລ. ບ້ານທ່າຫລວງ ຕາແສງ ນ້ຳມາຍ ເມືອງວຽງພູຄາ ແຂວງຫລວງນ້ຳທາ ປະສົບຜົນສຳເລັດໃນການຫັນການຜະລິດກະສິກຳໄປສູ່ການຜະລິດເປັນສິນຄ້າ ໂດຍສະເພາະການປູກໄມ້ໃຫ້ໝາກ ເປັນຕົ້ນ ໝາກກ້ຽງ, ໝາກພຸກ, ໝາກນັດ, ໝາກແຕງ ແລະ ໝາກໝັ້ນ ທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ເຖິງ 2,10 ຕື້ກີບຕໍ່ປີ.

ທ່ານ ຈົງກາວາ ວາໄຊຢີ ປະທານຄະນະກຳມະການປົກຄອງບ້ານທ່າຫລວງ ໄດ້ລາຍງານຕໍ່ຄະນະນຳເມືອງໃນໂອກາດທີ່ທ່ານ ສຸນີ ຄຸນປະເສີດ ຮອງປະທານຄະນະກໍາມະການປົກຄອງ ເມືອງວຽງພູຄາ ລົງຊຸກຍູ້ວຽກງານການຜະລິດການປູກໄມ້ໃຫ້ໝາກຢູ່ບ້ານທ່າຫລວງ  ຕາແສງນໍ້າມາຍ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນບ້ານທ່າຫລວງ ມີ 49 ຫລັງຄາເຮືອນ, 68 ຄອບຄົວ, ມີພົນລະເມືອງ 319 ຄົນ, ຍິງ 150 ຄົນ, ມີຄອບຄົວທຸກຍາກ 8 ຄອບຄົວ, ທົ່ວບ້ານມີເນື້ອທີ່ທໍາການຜະລິດ 23.197 ເຮັກຕາ ໃນນີ້, ເນື້ອທີ່ປູກພືດ ແລະ ເນື້ອທີ່ປູກໄມ້ໃຫ້ໝາກ ປະມານ 10 ເຮັກຕາ (ປູກໝາກກ້ຽງ, ໝາກພຸກ, ໝາກນັດ, ໝາກແຕງ ແລະ ໝາກໝັ້ນ). ນອກຈາກນີ້, ຍັງປູກຢາງພາລາ ທີ່ເປັນທ່າແຮງຕົ້ນຕໍຢູ່ພາຍໃນບ້ານ ແລະ ອື່ນໆອີກ.

ທ່ານ ເຊັງລີ ເຈົ້າຂອງສວນໝາກກ້ຽງໄດ້ໃຫ້ຮູ້ວ່າ: ຄອບຄົວຕົນເອງ ໄດ້ເລີ່ມການປູກໝາກກ້ຽງແຕ່ປີ 2019 ຈຳນວນ 2.000 ກວ່າຕົ້ນ, ຫລັງຈາກປູກໄດ້ 3 ປີ ກໍສາມາດເກັບກ່ຽວຜົນຜະລິດໄດ້ 100 ກວ່າໂຕນ, ສ້າງລາຍຮັບໄດ້ປະມານ 450-500 ລ້ານກີບຕໍ່ປີ.ໃນໄລຍະປີ 2024-2025 ຄອບຄົວຍັງໄດ້ຂະຫຍາຍການປູກເພີ່ມຕື່ມ 1.500 ຕົ້ນ ເ ພື່ອເພີ່ມຜົນຜະລິດ ແລະ ລາຍຮັບ.

ການຊຸກຍູ້ການປູກໄມ້ໃຫ້ໝາກຢູ່ບ້ານທ່າຫລວງ ສະແດງໃຫ້ເຫັນທິດທາງການຫັນປ່ຽນຈາກການຜະລິດແບບດັ້ງເດີມ ສູ່ການຜະລິດເປັນສິນຄ້າ ທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ເປັນກອບເປັນກຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວ. ພ້ອມກັນນັ້ນ, ຂະແໜງກະສິກຳ ຍັງສືບຕໍ່ຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ພັດທະນາຄຸນນະພາບຜົນຜະລິດ ແລະ ຂະຫຍາຍຕະຫລາດທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມໝັ້ນຄົງດ້ານລາຍຮັບ ແລະ ເພື່ອຄໍ້າປະກັນສະບຽງອາຫານ ໃຫ້ໄດ້ມາດຕະຖານຄວາມປອດໄພ ເປັນການສ້າງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

KPL