ປູກຜັກກະລໍ່າປີ ຕາມສັນພູ ສ້າງລາຍຮັບ 17 ຕື້ກີບ ໃຫ້ປະຊາຊົນເມືອງພູຄູນ
![]()
ຂປລ. ວຽກງານ ກະສິກໍາ ເປັນອີກວຽກງານໜຶ່ງທີ່ມີຄວາມສໍາຄັນຕໍ່ການດໍາຊີວິດ ແລະ ສ້າງເສດຖະກິດຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ທີ່ມີເງື່ອນໄຂໃນການຜະລິດ ເໝືອນກັບ ປະຊາຊົນ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງພູຄູນ ແຂວງຫລວງພະບາງ ກໍເປັນບ້ານໜຶ່ງ ທີ່ໄດ້ຫັນປ່ຽນຈາກການຖາງປ່າເຮັດໄຮ່ ມາສູ່ການປູກຜັກກະລໍ່າປີ ຕາມສັນພູ ຈົນກາຍເປັນພືດເສດຖະກິດສຳຄັນ ທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນໃນໝູ່ບ້ານໃນລະດູການຜ່ານມາສູງເຖິງ 17 ຕື້ກີບ. ສະນັ້ນ, ເພື່ອເຮັດໃຫ້ວຽກງານກະສິກໍາ ໄດ້ຮັບການພັດທະນາຫລາຍຂຶ້ນ ຫວ່າງບໍ່ດົນມານີ້ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫລວງພະບາງ ພ້ອມດ້ວຍຄະນະການນຳຂັ້ນແຂວງ, ຂັ້ນເມືອງ ພູຄູນ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ ການປູກຜັກກະລໍາປີ ຕາມສັນພູ ຂອງປະຊາຊົນ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ແຂວງຫລວງພະບາງ.
![]()
ໃນໄລຍະຜ່ານມາປະຊາຊົນເມືອງພູຄູນ ໄດ້ຢຶດຖືກເອົາການປູກຝັງແບບປະສົມປະສານ ເຮັດໃຫ້ພໍແຕ່ກຸ່ມຢູ່ກຸ້ມກິນ, ແຕ່ດ້ວຍຄວາມເອົາໃຈໃສ່ຂອງພັກ-ລັດ ລວມທັງການຊຸກຍູ້ຂອງຂະແໜງການທີ່ກ່ຽວຂ້ອງ ຈຶ່ງນຳເອົາແນວພັນຜັກກະລໍ່າປີມາສົ່ງເສີມໃຫ້ປະຊາຊົນປູກ ແລະ ກາຍເປັນອາຊີບສ້າງລາຍຮັບທີ່ໝັ້ນຄົງ. ປະຈຸບັນທົ່ວເມືອງ ພູຄູນ ມີເນື້ອທີການປູກຜັກກະລໍ່າປີ 82,6 ເຮັກຕາ, ມີ 225 ຄອບຄົວເຂົ້າຮ່ວມຜະລິດ ໄດ້ຜົນຜະລິດສະເລ່ຍ 2.925 ໂຕນ ສາມາດສ້າງລາຍຮັບໄດ້ທັງໝົດປະມານ 17 ຕື້ກີບ. ໃນນັ້ນ, ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເປັນບ້ານທີ່ມີຜົນຜະລິດໂດດເດັ່ນ ໂດຍຜົນຜະລິດສ່ວນໃຫຍ່ແມ່ນສົ່ງອອກໄປປະເທດຫວຽດນາມ ແລະ ມີພໍ່ຄ້າ-ແມ່ຄ້າ ບັນດາແຂວງອ້ອມຂ້າງມາຮັບຊື້ກັບສວນ ເພື່ອນຳໄປຈຳໜ່າຍຕໍ່.
ໃນໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມດຸໝັ່ນຂະຫຍັນພຽນ ຂອງປະຊາຊົນ ທີ່ຮູ້ຈັກນຳໃຊ້ທ່າແຮງຂອງພື້ນທີ່ໃຫ້ເກີດປະໂຫຍດພັດທະນາເປັນສວນຜັກ ເສດຖະກິດ ທີ່ສ້າງລາຍຮັບຄົງທີ່ ແລະ ສາມາດຍົກລະດັບຄຸນນະພາບຊີວິດໃຫ້ດີຂຶ້ນ. ພ້ອມນັ້ນ, ທ່າຍັງໄດ້ເນັ້ນໃຫ້ຊາວກະສິກອນ ກໍຄືປະຊາຊົນທົ່ວເມືອງພູຄູນ ສືບຕໍ່ພັດທະນາເຕັກນິກການປູກທີ່ທັນສະໄໝ ແລະ ຮັກສາຄຸນນະພາບຂອງຜົນຜະລິດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ ແລະ ສ້າງລາຍໄດ້ທີ່ໝັ້ນຄົງໃຍໄລຍະຍາວ.
