ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ
ຂປລ. ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ລາຍງານກ່ຽວກັບສະພາບໂດຍຫຍໍ້ໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນ ແຂວງໄຊສົມບູນ ໃນໄລຍະ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ຈາກນ້ັນ, ທ່ານ ວຽງແກ້ວ ວັນນະຈັກ ຮອງ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ອ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 197/ຄປຈ, ລົງວັນທີ 08/7/2026 ວ່າດ້ວຍການແຕ່ງຕັ້ງທ່ານ ພອຍຄໍາ ຮຸ່ງບຸນຍວງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ແລະ ທ່ານ ນາງ ຄຳສີ ສິດທິວໍລະດາ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງທີ 18 ແຂວງໄຊສົມບູນ.
ໂອກາດນ້ີ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຮອບດ້ານຂອງແຂວງ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ, ອໍານາດການປົກຄອງຂອງແຂວງໄຊສົມບູນ, ທັງສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງເປັນຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ແລະ ສະແດງຄວາມເຊື່ອໝັ້ນວ່າ ຄະນະ ສສຊ ປະຈໍາເຂດເລືອກຕ້ັງຈະນໍາພາ-ຊ້ີນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຂອງຕົນ ໂດຍຕ້ອງມີການວາງແຜນການເຄ່ືອນໄຫວເປັນແຕ່ລະໄລຍະ; ມີການສະຫລຸບຕີລາຄາລາຍງານຂ້ັນເທິງ ໂດຍອີງໃສ່ແຜນການເຄື່ອນໄຫວຂອງສະພາແຫ່ງຊາດ (ສພຊ), ຄະນະປະຈໍາສະພາແຫ່ງຊາດ ກໍຄື ຄະນະພັກແຂວງວາງອອກ ແລະ ປະສານສົມທົບກັບຄະນະປະຈໍາສະພາປະຊາຊົນແຂວງ ກໍຄື ອໍານາດການປົກຄອງແຂວງ ເພື່ອຄົ້ນຄວ້າຈັດຕັ້ງຜັນຂະຫຍາຍບັນດາແຜນງານ, ໂຄງການທີ່ ສພຊ ວາງອອກໃນ 5 ປີຕ່ໍໜ້າ ໂດຍໃຫ້ສອດຄ່ອງກັບຈຸດພິເສດ, ຄວາມເປັນຈິງ ແລະ ທ່າແຮງຂອງເຂດເລືອກຕັ້ງຂອງຕົນ; ມີກົນໄກການປະສານງານກັບບັນດາກໍາມາທິການຂອງ ສພຊ ໃນການປະຕິບັດສິດ ແລະ ໜ້າທ່ີຂອງສະພາແຫ່ງຊາດ ຕາມ 3 ພາລະບົດບາດທີ່ກົດໝາຍກຳນົດໄວ້.
ພ້ອມນ້ີ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ອຳນາດການປົກຄອງແຂວງ ກໍຄື ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕ້ັງຂ້ັນແຂວງຈ່ົງໄດ້ໃຫ້ການຮ່ວມມື, ສະໜັບສະໜູນການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງ ກໍຄື ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ດ້ວຍການສ້າງເງ່ືອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງ ສສຊ-ສສຂ ເພື່ອເຮັດສໍາເລັດໜ້າທີ່ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ໃນເຂດເລືອກຕັ້ງຂອງຕົນ.
ຂ່າວ: ສພຊ
