ຍອດເງິນລົງທຶນໂດຍກົງ ຈາກຕ່າງປະເທດຢູ່ ສສ ຫວຽດນາມ ເພີ່ມຂຶ້ນຫລາຍກວ່າ 38 ຕື້ໂດລາສະຫະລັດ

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ໄລ່ຮອດ ວັນທີ 31 ກໍລະກົດ, ຍອດເງິນລົງທຶນໂດຍກົງ ຈາກຕ່າງປະເທດ (FDI) ຈົດທະບຽນເຂົ້າ ສສ ຫວຽດນາມ ບັນລຸ 38 ຕື້ກວ່າໂດລາສະຫະລັດ, ເພີ່ມຂຶ້ນ 58% ເມື່ອທຽບໃສ່ ກັບໄລຍະດຽວກັນ ຂອງປີກາຍນີ້. ຕາມຂໍ້ມູນຂອງກົມສະຖິຕິ (ກະຊວງການເງິນ) ປະກາດ ໃນວັນທີ 3 ສິງຫານີ້, ໜຶ່ງໃນບັນດາຈຸດພົ້ນເດັ່ນ ໃນການດຶງດູດ ເງິນລົງທຶນ ຈາກຕ່າງປະເທດ ແມ່ນທຶນ FDI ປະຕິບັດຢູ່ ສສ ຫວຽດນາມ ຄາດຄະເນບັນລຸໄດ້ 15,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,8% ເມື່ອທຽບໃສ່ກັບ ໄລຍະດຽວກັນ ຂອງປີກາຍນີ້. ນີ້ແມ່ນແຫລ່ງທຶນ FDI ປະຕິບັດຫລາຍທີ່ສຸດຂອງ 7 ເດືອນຕົ້ນປີ ໃນຕະຫລອດໄລຍະ 5 ປີຜ່ານມາ. ໃນຍອດທຶນ FDI ຈົດທະບຽນເຂົ້າ ສສ ຫວຽດນາມ, ທຶນ FDI ຈົດທະບຽນໃໝ່ ຮັບຮູ້ການເຕີບໂຕຢ່າງແຮງ. ຂະແໜງ ອຸດສາຫະກຳປຸງແຕ່ງ, ປະດິດສ້າງສືບຕໍ່ແມ່ນຂົງເຂດຶງດູດ FDI ໃຫຍ່ທີ່ສຸດ ເມື່ອກວມເອົາ 55% ຍອດທຶນຈົດທະບຽນສະໜອງໃໝ່, ຖັດຈາກນັ້ນແມ່ນຂົງເຂດການຜະລິດ, ຈຳໜ່າຍໄຟຟ້າ, ອາຍແກັດ, ນ້ຳປະປາ. ກ່ຽວກັບ ຄູ່ຮ່ວມມືລົງທຶນ, ສິງກະໂປນຳໜ້າ ໃນຈຳນວນ 69 ປະເທດ ແລະ ເຂດແຄ້ວນ ທີ່ລົງທຶນຈົດທະບຽນໃໝ່ເຂົ້າ ສສ ຫວຽດນາມ ດ້ວຍ 7,5 ຕື້ໂດລາສະຫະລັດ. ບັນດາຄູ່ຮ່ວມມື ລາຍໃຫຍ່ ຖັດຈາກນັ້ນ ຕາມລຳດັບແມ່ນ ສ.ເກົາຫລີ, ເຂດບໍລິຫານພິເສດ ຮົ່ງກົງ ຂອງ ສປ ຈີນ ແລະ ສປ ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
