ສ້າງຄວາມເຂັ້ມແຂງວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານ ທຄຕລ 4 ແຂວງພາກກາງ

04/08/2026 21:20
Email Print 83
KPL - Asean 2024 ກົມອົບຮົມຄະນະໂຄສະ ນາອົບຮົມສູນກາງພັກ ຮ່ວມກັບ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ (ທຄຕລ) ຈັດຝຶກ ອົບຮົມໃຫ້ພະນັກງານນຳພາ-ຄຸ້ມ ຄອງຂອງທະນາຄານການຄ້າຕ່າງ ປະເທດລາວ ມະຫາຊົນ ໃນຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມ ທິດຊີ້ນໍາຂອງພັກ-ລັດ” ໃນວັນທີ 1 ສິງຫາ 2026 ທີ່ຫ້ອງປະຊຸມຂອງ ທະນາຄານການຄ້າຕ່າງປະເທດ ລາວ ມະຫາຊົນ BCEL ສາຂາ ແຂວງສະຫວັນນະເຂດ

ໂດຍມີ ພະນັກງານຂອງທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ 4 ແຂວງພາກກາງ ປະກອບມີ: ແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ. ການຝຶກອົບຮົມໄດ້ຈັດຂຶ້ນ ໂດຍການເປັນປະທານຂອງທ່ານ ເພັດພູວັນ ເຮືອງປັນຍາ ຫົວໜ້າ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ ສາຂາແຂວງສະ ຫວັນນະເຂດ ແລະ ທ່ານ ນາງ ອຸ່ນເຮືອນ ຮ່ວງສະຫວັນ ຮອງຫົວ ໜ້າພະແນກຈັດຕັ້ງ-ພະນັກງານ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ BCEL (ສໍານັກງານໃຫຍ່) ໂດຍການບັນຍາຍ ເອກະສານຂອງ ທ່ານ ຄໍາກອງ ທຳມະເທວາ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງ ພັກ ຊຶ່ງປະກອບມີ 3 ຫົວຂໍ້ ຄື: ຄຸນ ທາດການເມືອງ ແລະ ຄຸນສົມບັດ ສິນທຳປະຕິວັດ ຂອງພະນັກງານສະມາຊິກພັກ; ພະນັກງານນໍາພາ ຄຸ້ມຄອງຕ້ອງກຳແໜ້ນແບບເເຜນ ນໍາພາ ແລະ ວິທີເຮັດວຽກທີ່ຖືກກັບ ແນວທາງຂອງພັກ ແລະ ກົດໝາຍ ຂອງລັດ; ສັງຄົມສາມັກຄີປອງດອງ ແມ່ນບໍ່ເກີດເເຫ່ງກຳລັງແຮງຂອງ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ຈຸດປະສົງຂອງການຈັດຝຶກອົບ ຮົມນີ້, ເພື່ອເຮັດໃຫ້ພະນັກງານນໍາ ພາ-ຄຸ້ມຄອງຂອງທະນາຄານການ ຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຮັບຮູ້, ເຂົ້າໃຈກ່ຽວ ກັບແບບແຜນວິທີນຳພາ ແລະ ວິທີ ເຮັດວຽກທີ່ຖືກຕ້ອງກັບແນວທາງ ນະໂຍບາຍຂອງພັກ-ລັດ ແລະ ເພື່ອ ເປັນການເພີ່ມທະວີບົດບາດການ ນໍາພາ-ຊີ້ນໍາວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນສູງ; ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຢ່າງໜັກ ແໜ້ນ, ຈົງຮັກພັກດີຕໍ່ອຸດົມການ ສັງຄົມນິຍົມ, ປະຕິບັດໜ້າທີ່ການ ເມືອງຂອງຕົນຢ່າງບໍລິສຸດສັດຊື່; ມີຄວາມສາມັກຄີເປັນປຶກເເຜ່ນ, ມີ ຄວາມເຊື່ອໝັ້ນຕໍ່ການນໍາພາຂອງ ພັກ; ເປັນເຈົ້າການປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

KPL