ສ.ອາເມລິກາ ຈະປິດສະຖານທູດ-ສະຖານກົງສຸນລວມ 5 ແຫ່ງ ຢູ່ຕ່າງປະເທດ

04/08/2026 20:10
Email Print 83
KPL - Asean 2024 ກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ໄດ້ແຈ້ງຕໍ່ສະພາ ກ່ຽວກັບແຜນການປິດ ສະຖານທູດແ​ລະ ສະຖານກົງສຸນ 5 ແຫ່ງ ຢູ່​ຕ່າງ​ປະ​ເທດ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 3 ສິງ​ຫານີ້, ກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ໄດ້ແຈ້ງຕໍ່ສະພາ ກ່ຽວກັບແຜນການປິດ ສະຖານທູດແ​ລະ ສະຖານກົງສຸນ 5 ແຫ່ງ ຢູ່​ຕ່າງ​ປະ​ເທດ  ລວມມີ: ສະຖານທູດ ທີ່ ນະຄອນ ເຊນຈໍຈ ໃນ ເກຣີນາດາ, ສະຖານກົງສຸນ ທີ່ ນະຄອນ ນະໂກຢະ ປະເທດຍີ່ປຸ່ນ, ສະຖານກົງສຸນ ທີ່ ນະຄອນ ເມດານ ປະເທດ ອິນໂດເນເຊຍ, ສຳນັກງານສາຂາ ຂອງສະຖານທູດ ທີ່ ນະຄອນ ດູອາລາ ປະເທດ ກາເ​ມີຣູນ ແລະ ສະຖານກົງສຸນ ທີ່ ນະຄອນ ວີນນີເປັກ ປະເທດ ການາດາ. ແຜນການປິດສະຖານທູດ ແ​ລະ ສະຖານກົງສຸນຄັ້ງນີ້ ແມ່ນສ່ວນໜຶ່ງ​ໃນວາລະການຫລຸດຜ່ອນ ລະບົບການທູດ ແລະ ຊຸກຍູ້ໃຫ້ສ.ອາເມລິກາ​ ຕ້ອງ​ມາກ່ອນ ຂອງລັດຖະບານ ໂດນັນ ທຣຳ. ກ່ອນ​ໜ້ານີ້ ຫ້ອງການບໍລິຫານ ແລະງົບປະມານຂອງທຳນຽບຂາວ ເຄີຍສະເໜີ ໃຫ້ປິດສະຖານທູດ ແ​ລະ ສະຖານກົງສຸນເຖິງ 30 ແຫ່ງ. ໃນປີກາຍນີ້ ເຖິງວ່າກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ໄດ້ຫລຸດຜ່ອນກົງ​ຈັກ ແລະ ພະນັກງານ ຢ່າງຫລວງຫລາຍ ກໍ່ຕາມ, ແຕ່ກໍ່ບໍ່ໄດ້ປິດສະຖານທູດ ຫລື ສະຖານກົງສຸນໃດ ໃນຕ່າງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL