ຄະນະປະຈຳສູນກາງແນວລາວສ້າງຊາດ ດຳເນີນກອງປະຊຸມເປີດກ້ວາງ

25/06/2026 10:06
Email Print 83
KPL - Asean 2024 ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດ ຈັດຂຶ້ນໃນວັນທີ 23 ມິຖຸນາ 2026

      ຂປລ.  ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຄະນະປະຈຳ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມຂອງສູນກາງແນວລາວສ້າງຊາດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫລຸບຕີລາຄາຄືນກ່ຽວກັບການຈັດຕ້ັງປະຕິບັດວຽກງານຕ່າງໆທີ່ປິ່ນອ້ອມຂອງສູນກາງແນວລາວສ້າງຊາດ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕ່ໍໜ້າ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄ້ັງທີ XII; ສຸມໃສ່ການກະກຽມຄວາມພ້ອມໃນການດຳເນີນກອງປະຊຸມໃຫຍ່ ສະມາຊິກພັກຂອງອົງຄະນະພັກ ສູນກາງແນວລາວສ້າງຊາດ ຄັ້ງທີ VI. ພ້ອມກັນນີ້, ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນ ແລະ ປຶກສາຫາລືຕ່ ບັນດາວຽກງານທ່ີສຳຄັນຕ່າງໆ ເປັນຕົ້ນວຽກງານບໍລິຫານຫ້ອງການ ແລະ ວຽກງານຈັດຕັ້ງ-ພະນັກງານແນໃສ່ປັບປຸງແບບແຜນວິທີເຮັດວຽກຂອງແນວລາວສ້າງຊາດ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງຂຶ້ນ.

     ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ເນັ້ນໃຫ້ຄະນະນຳຂອງສູນກາງແນວລາວສ້າງຊາດ ຈົ່ງຍົກສູງຄວາມຮັບຜິດຊອບເປັນເຈ້ົາການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານຂອງຕົນກຳແໜ້ນ, ເພີ່ມທະວີຄວາມສາມັກຄີ ພາຍໃນ ແລະ ຄວາມສາມັກຄີທ່ົວປວງຊົນທັງຊາດ, ຫັນເອົາບັນດານິຕິກຳ, ແຜນງານ, ໂຄງການ ແລະ  ກິດຈະກຳເຂົ້າໃນການເຄື່ອນໄຫວ ວຽກງານຕົວຈິງໃຫ້ລວມສູນຕາມຫລັກການຂອງພັກ; ປັບປຸງກົນໄກ ການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ຫັນເປັນທັນສະໄໝ; ເຊີດຊູຄວາມເປັນແບບຢ່າງ ແລະ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ເພື່ອເຮັດໃຫ້ວຽກງານແນວລາວສ້າງຊາດມີບາດກ້າວຂຶ້ນໃໝ່ຢ່າງແຂງແຮງ ແລະ ມີປະສິດທິຜົນສູງສຸດ.

       ຂ່າວ-ພາບ: ເຢ ສນຊ

KPL