ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນກະຊວງກະສິກຳປ່າໄມ້ ແລະ ການປະມົງ ແຫ່ງ ລາຊະອານາຈັກກຳປູເຈຍ

25/06/2026 09:56
Email Print 83
KPL - Asean 2024 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ລາຊະອານາຈັກ ກຳປູເຈຍ ພ້ອມຄະນະເຂົ້າຢ້ຽມຂ່ໍານັບໃນວັນທີ 23 ມິຖຸນາ 2026 ທີ່ນະຄອນຫລວງວຽງຈັນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

     ຂປລ.  ໂອກາດນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ດິດ ທິນາ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄ້ັງນີ້ ຊ່ຶງເປັນການປະກອບສ່ວນເສີມສ້າງການພົວພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ກໍຄືກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ລາຊະອານາຈັກກຳປູເຈຍ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມ້ືເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

      ພ້ອມກັນນີ້, ທ່ານ ດິດ ທິນາ ກໍໄດ້ສະແດງຄວາມຂອບໃຈຕ່ໍທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ລາຍງານໃຫ້ຊາບເຖິງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ຜົນຂອງການພົບປະສອງຝ່າຍລະຫວ່າງກະຊວງກະສິກຳ ແລະ ສ່ິງແວດລ້ອມ ແຫ່ງ ສປປ ລາວ ກັບ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ລາຊະອານາຈັກກຳປູເຈຍ ຕື່ມອີກ. 

       ຂ່າວ-ພາບ: ບຸນຕອມ

KPL