ນໍ້າຕົກຕາດຊາຍແດນ ຈີນ-ຫວຽດນາມ ສະຫວັນແຫ່ງທໍາມະຊາດທີ່ຕ້ອງໄປສຳຜັດ
ຂປລ. ທ່າມກາງພູເຂົາຫີນປູນສີຂຽວສົດ ແລະ ສາຍນໍ້າອັນຍິ່ງໃຫຍ່ ຂອງຕາດເຕີ້ທຽນ ຫລື ບານຢົກ (Detian-Ban Gioc Waterfall) ໄດ້ສ້າງພາບຄວາມງົດງາມອັນຕື່ນຕາຈົນກາຍເປັນໜຶ່ງໃນນໍ້າຕົກຂ້າມຊາຍແດນທີ່ມີຊື່ສຽງ ແລະ ງົດງາມທີ່ສຸດແຫ່ງໜຶ່ງຂອງໂລກ.
![]()
ນ້ຳຕົກຕາດແຫ່ງນີ້ຕັ້ງຢູ່ລະຫວ່າງ ແຂວງກວາງຊີ ຂອງ ສປ ຈີນ ແລະ ແຂວງ ກາວບັງ (Cao Bang) ຂອງ ສສ ຫວຽດນາມ ຊຶ່ງມີຄວາມສູງ ປະມານ 70 ແມັດ ແລະ ກວ້າງເປັນພິເສດ ຈົນໄດ້ຮັບການຍົກຍ້ອງໃຫ້ເປັນໜຶ່ງໃນນ້ຳຕົກຂ້າມຊາຍແດນທີ່ໃຫຍ່ທີ່ສຸດຂອງໂລກ ແລະ ກາຍເປັນໜຶ່ງໃນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຈາກທົ່ວໂລກຢາກໄປສຳຜັດດ້ວຍຕົນເອງ. ສິ່ງທີ່ດຶງດູດນັກທ່ອງທ່ຽວ ຄື ຄວາມສວຍສົດງົດງາມຂອງສາຍນ້ຳທີ່ໄຫລລົງຜ່ານຊັ້ນຫີນຫລາຍລະດັບ ເກີດເປັນມ່ານນ້ຳສີຂາວຂະໜາດໃຫຍ່ ຕັດກັບສີຂຽວຂອງພູເຂົາ ແລະ ທົ່ງຫຍ້າ ສ້າງບັນຍາກາດອັນຕື່ນຕາຕື່ນໃຈໃຫ້ກັບຜູ້ພົບເຫັນ ຈົນເບິ່ງຄ້າຍຄືພາບແຕ້ມຈາກທຳມະຊາດ, ໂດຍສະເພາະໃນລະດູຝົນປະລິມານນ້ຳຈະເພ່ີ່ມຂຶ້ນ ເຮັດໃຫ້ນ້ຳຕົມມີຄວາມຍິ່ງໃຫຍ່ ແລະ ງົດງາມຫລາຍຂຶ້ນ. ນອກຈາກການຊົມວິວທິວທັດທຳມະຊາດທັງສອງຝາກຝັ່ງແລ້ວ, ນັກທ່ອງທ່ຽວຍັງສາມາດຂີ່ແພໄມ້ໄຜ່ ເຂົ້າໄປໃກ້ສາຍນໍ້າຕົກ ເພື່ອສຳຜັດລະອອງນ້ຳ ແລະ ບັນຍາກາດອັນສົດຊື່ນຈາກທຳມະຊາດ. ສຽງນ້ຳທີ່ກະທົບໃສ່ໂງ່ນຫີນ ຄວບຄູ່ກັບລະອອງນ້ຳທີ່ກະຈາຍໄປທົ່ວສ້າງຄວາມຮູ້ສຶກຜ່ອນຄາຍ ແລະ ເຮັດໃຫ້ເຮົາໃກ້ຊິດກັບທຳມະຊາດຢ່າງແທ້ຈິງ. ສ່ວນບໍລິເວນອ້ອມຮອບນໍ້າຕົກ ຍັງປະກອບມີພູເຂົາ, ທົ່ງນາ, ປ່າໄມ້ທີ່ອຸດົມສົມບູນ ແລະ ຊຸມຊົນທ້ອງຖິ່ນທີ່ຍັງຄົງມີວິຖີຊີວິດອັນລຽບງ່າຍ ອັນເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນຈຸດໝາຍປາຍທາງທ່ີດຶງດູດທ່ອງທ່ຽວຈາກທົ່ວໂລກຢາກເຂົ້າມາສຳຜັດ.
![]()
ດ້ວຍຄວາມສວຍສົດງົດງາມທີ່ໂດດເດັ່ນທາງພູມສັນຖານ ແລະ ຄວາມສົມບູນຂອງລະບົບນິເວດ ຕາດເຕີ້ທຽນ-ບານຢົກ ຈຶ່ງເປັນອີກໜຶ່ງສະຫວັນແຫ່ງທຳມະຊາດ ທີ່ຄວນໄປສຳຜັດຢ່າງໜ້ອຍຄັ້ງໜຶ່ງໃນຊີວິດ.
ໂດຍ: ວິນນາລີ
