ສສ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ອາຊຽນ ດ້ວຍຄວາມມຸ່ງຫວັງສ້າງອະນາຄົດ

10/06/2026 16:43
Email Print 83
KPL - Asean 2024 ອາ​ຊຽນ ພວມ​ຢືນ​ຢູ່​ຕໍ່​ໜ້າ​ຈຸດ​ເວ​ລາ ​ທີ່​ມີ​ຄວາມ​ໝາຍ ເປັນ​ບາດ​ລ້ຽວ ​ໃນ​ວິ​ວັດ​ການ​ພັດ​ທະ​ນາ, ເມື່ອ​ບັນ​ດາຫລັກ​ການ​ພື້ນ​ຖານ​ ຂອງ​ເສດ​ຖະ​ກິດ, ເຕັກ​ໂນ​ໂລ​ຢີ ແລະ ສິດ​ອຳ​ນາ​ດ​ທົ່ວ​ໂລກ​ ພວມ​ໄດ້​ຮັບ​ການ​ກຳ​ນົດ​ຄືນ​ໃໝ່.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຢັ້ງ​ຢືນ​ວ່າ: ອາ​ຊຽນ ພວມ​ຢືນ​ຢູ່​ຕໍ່​ໜ້າ​ຈຸດ​ເວ​ລາ ​ທີ່​ມີ​ຄວາມ​ໝາຍ ເປັນ​ບາດ​ລ້ຽວ ​ໃນ​ວິ​ວັດ​ການ​ພັດ​ທະ​ນາ, ເມື່ອ​ບັນ​ດາຫລັກ​ການ​ພື້ນ​ຖານ​ ຂອງ​ເສດ​ຖະ​ກິດ, ເຕັກ​ໂນ​ໂລ​ຢີ ແລະ ສິດ​ອຳ​ນາ​ດ​ທົ່ວ​ໂລກ​ ພວມ​ໄດ້​ຮັບ​ການ​ກຳ​ນົດ​ຄືນ​ໃໝ່. ໃນ​ຊຸມ​ທົດ​ສະ​ຫວັດ​ຈະ​ມາ​ເຖິງ ຈະ​ແມ່ນ​ວິ​ວັດ​ການ​ສ້າງ​ອະ​ນາ​ຄົດ ອາ​ຊຽນ ໃນ​ສະ​ພາບ​ການ​ໂລກ ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ເພື່ອ​ປະ​ຕິ​ບັດ​ຄວາມ​ມຸ່​ງ​ຫວັງ​ນັ້ນ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້ກ່າວເນັ້ນ​ໜັກ​ຕື່ມວ່າ: ອ​າ​ຊຽນ ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສາ​ມັກ​ຄີ, ສ້າງ​ຄວາມ​ເຂັ້ມ​ແຂງ ​ດ້ວຍ​ຕົນ​ເອງ, ເປັນ​ເອ​ກະ​ພາບ​ ໃນ​ຄວາມຫລາຍ​ຮູບຫລາ​ຍ​ແບບ-ບັນ​ດາ​ຄຸນ​ຄ່າ​ສ້າງ​ຜົນ​ສຳ​ເລັດ​ຂອງ​ຕົນ ແຕ່​ດ້ວຍ​ວິ​ທີ​ການ​ເຂົ້າ​ເຖິງ​ ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງກວ່າ: ເຫັນ​ດີ​ເຫັນ​ພ້ອມ ​ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ ແຕ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ ໃນ​ການ​ກະ​ທຳ, ຢຶດ​ໝັ້ນ​ຕໍ່ຫລັກ​ການ ແຕ່​ປ່ຽນ​ແປງ​ໃໝ່ ​ວິ​ທີ​ການ​ເຮັດ, ຮັກ​ສາ​ສີ​ສັນ​ຢ່າງ​ໝັ້ນ​ຄົງ ແຕ່​ມີ​ຄວາມ​ເປັນ​ເຈົ້າ​ການ​ ສ້າງ​ກາ​ລະ​ໂອ​ກາດ ​ຕໍ່​ການ​ປ່ຽນ​ແປງ​ ຂອງ​ຍຸກ​ສະ​ໄໝ​ໃໝ່. ບົນ​ເສັ້ນ​ທາງ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ 2045.ນອກນີ້ ທ່ານ​ ເລ​ມິງ​ຮຶງ ຍັງສະ​ເໜີ ອາ​ຊຽນ ມຸ່ງ​ໄປ​ເຖິງ​ສາມ​ຍຸດ​ທະ​ສາດຄື: ໜຶ່ງ, ອາ​ຊຽນ ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ ​ບັນ​ດາ​ທ່າ​ອ່ຽງ​ທົ່ວ​ໂລກ ​ເທົ່າ​ນັ້ນ ຫາກ​ຍັງ​ ປະ​ກອບ​ສ່ວນ​ ກຳ​ນົດ​ທິດ​ບັນ​ດາ​ທ່າ​ອ່ຽງ​ນັ້ນ. ​ສອງ, ອາ​ຊຽນ ບໍ່​ພຽງ​ແຕ່​ແມ່ນ​ສູນ​ການ​ຜະ​ລິດ​ເທົ່າ​ນັ້ນ ຕ້ອງ​ກາຍ​ເປັນ​ສູນ​ນະ​ວັດ​ຕະ​ກຳ​ ອີກ​ດ້ວຍ. ອາ​ຊຽນ ບໍ່​ພຽງ​ແຕ່ ແມ່ນບ​ອ່ນ​ຊົມ​ໃຊ້​ ເຕັກ​ໂນ​ໂລ​ຢີ ​ເທົ່າ​ນັ້ນ ຫາກ​ຍັງ ຕ້ອງ​ກາຍ​ເປັນ​ບ່ອນ​ສ້າງ ​ເຕັກ​ໂນ​ໂລ​ຢີ ​ອີກ​ດ້ວຍ, ບໍ່​ພຽງ​ແຕ່​ແມ່ນບ​ອ່ນ​ ບັນ​ດາ​ລະ​ບົບ​ສະ​ໜອງ​ເດີນ​ຜ່ານ​ເທົ່າ​ນັ້ນ ຫາກ​ຍັງ ​ຕ້ອງ​ກາຍ​ເປັນ​ບ່ອນ​ ສ້າງ​ບັນ​ດາ​ລະ​ບົບ​ສະ​ໜອງ. ເພາະ​ສະ​ນັ້ນ, ອາ​ຊຽນ​ ຕ້ອງ​ລົງ​ທຶນ​ ຢ່າງ​ແຮງກວ່າ ​ໃຫ້​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ເສດ​ຖະ​ກິ​ດ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ທີ່ມີ​ຄຸນ​ນະ​ພາບ​ສູງ, ມຸ່ງ​ໄປ​ເຖິງ​ ການ​ສ້າງ​ລະ​ບົບ​ນິ​ເວດ ​ເຕັກ​ໂນ​ໂລ​ຢີ ແລະ ຫັນ​ເປັນ​ດີ​ຈີ​ຕອນ ​ທີ່​ມີ​ສີ​ສັນ​ອາ​ຊຽນ, ພ້ອມ​ທັງ​ ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າ ເຂົ້າ​ການ​ສ້າງ ​ບັນ​ດາ​ມາດ​ຖານ​ລວມ​ຂອງ​ໂລກ. ຍຸດທະສາດ ທີ​ສາມ, ອາ​ຊຽນ ​ບໍ່​ພຽງ​ແຕ່​ແມ່ນ​ປະ​ຊາ​ຄົມ ​ຂອງ​ບັນ​ດາ​ປະ​ເທດ​ ເທົ່າ​ນັ້ນ​ ຫາກ​ຍັງ​ ຕ້ອງ​ເປັນ​ປະ​ຊາ​ຄົມ ​ຂອງ​ປະ​ຊາ​ຊົນ ຢ່າງ​ແທ້​ຈິງ​ ອີກ​ດ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL