ເພງ "ເປັນໄປບໍ່ໄດ້" ຮັບເງິນລາງວັນ 50 ລ້ານກີບ ຈາກ PHATALK

08/06/2026 10:32
Email Print 83
KPL - Asean 2024 ຂປລ. ເວົ້າ​ໄດ້​ວ່າ ​ໄລຍະ​ຫລັງ​ມາ​ນີ້ ວົງ​ການ​ເພງ​ບ້ານ​ເຮົາ ມີ​ຄວາມ​ຄືກ​ຄື້ນຫລາຍ ​ເນື່ອງ​ຈາກ​ວ່າ ສິລະ​ປິນລາວ ຈາກ​ຫລາຍ​ຄ້າຍ​ເພງ ກໍ​ໄດ້​ນໍາ​ສະ​ເໜີ ​ເພງ​ທີ່​ຫລາຍ​ຮູບ​ແບບ ທີ່​ສະທ້ອນ​ເຖິງບັນຫາ​ສັງຄົມ​ໃນ​ຫລາຍ ​ຮູບ​ແບບ ບໍ່​ວ່າ​ຈະ​ເປັນຄວາມ​ຮັກ, ຄອບຄົວ, ສັງຄົມ ​ ຊຶ່ງບອກ​ເລີຍ​ວ່າ ມ່ວນ​ອອນຊອນ ຈົນຄົນ​ຫັນ​ມາ​ຟັງ​ເພງ​ລາວ​ຫລາຍ​ຂຶ້ນ ​ແລະ ຖ້າ​ຈະ​ເວົ້າ​ເຖິງ​ວົງ​ການ​ເພງ​ໃນ​ປັດຈຸບັນ

     

      ຂປລ. ເວົ້າ​ໄດ້​ວ່າ ​ໄລຍະ​ຫລັງ​ມາ​ນີ້ ວົງ​ການ​ເພງ​ບ້ານ​ເຮົາ ມີ​ຄວາມ​ຄືກ​ຄື້ນຫລາຍ ​ເນື່ອງ​ຈາກ​ວ່າ ສິລະ​ປິນລາວ ຈາກ​ຫລາຍ​ຄ້າຍ​ເພງ ກໍ​ໄດ້​ນໍາ​ສະ​ເໜີ ​ເພງ​ທີ່​ຫລາຍ​ຮູບ​ແບບ ທີ່​ສະທ້ອນ​ເຖິງບັນຫາ​ສັງຄົມ​ໃນ​ຫລາຍ ​ຮູບ​ແບບ ບໍ່​ວ່າ​ຈະ​ເປັນຄວາມ​ຮັກ, ຄອບຄົວ, ສັງຄົມ ​ ຊຶ່ງບອກ​ເລີຍ​ວ່າ ມ່ວນ​ອອນຊອນ ຈົນຄົນ​ຫັນ​ມາ​ຟັງ​ເພງ​ລາວ​ຫລາຍ​ຂຶ້ນ ​ແລະ ຖ້າ​ຈະ​ເວົ້າ​ເຖິງ​ວົງ​ການ​ເພງ​ໃນ​ປັດຈຸບັນ ​ແລ້ວກໍ​ມີ​ຫລາຍ​ເພງ​ທີ່​ກໍາລັງ​ໄດ້​ຮັບ​ຄວາມ​ນິຍົ​ມ ໜຶ່ງ​ໃນ​ນັ້ນ, "ເປັນໄປບໍ່ໄດ້" ຈາກ​ນັກ​ຮອງ​ສຽງດີ ບ່າ​ວ Salavan ແລະ ສາວ Namfon yimwan  ທີ່ສາມາດສ້າງສະຖິຕິຍອດເຂົ້າຊົມທະລຸ 1 ລ້ານວິວ ໃນແອັບຢູທູບ  ​ໃນ​ເວລາ​ພຽງ 1 ​​ເດືອນ​ເທົ່າ​ນັ້ນ ຈຶ່ງ​ເຮັດ​​ໃຫ້​ເພງ​ນີ້ ຄອງ​ໃຈ​​ແຟນ​ເພງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

​          ແນວ​ໃດ​ກໍ​ດີ, ​ເພື່ອ​ເປັນ​​ການສະໜັບສະໜູນ ວົງ​ການ​ເພງ​ລາວ  ລາຍການ PHATALK ​ໄດ້​ມອບ​ເງິນ​ສະ​ໜັບ,ສະໜູນທີ​ມງານ ​ເພງ "ເປັນໄປບໍ່ໄດ້" ມູນຄ່າ 50 ລ້ານກີບ ​ເພື່ອ​ສົ່ງ​ເສີມ "ເພງລາວ ໃຫ້ກັບມາຍິ່ງໃຫຍ່ອີກຄັ້ງ"  ຊຶ່ງມີກຳນົດງົບປະມານລວມສູງເຖິງ 1 ຕື້ກີບ ເພື່ອມອບໃຫ້ແກ່ທຸກບົດເພງໃນໂຄງການທີ່ສາມາດບັນລຸຍອດວິວໄດ້ຕາມເກນ 1 ລ້ານວິວ ພາຍໃນ 1 ເດືອນ.

​          ໂຄງການ​ນີ້, ເຄີຍມອບລາງວັນ 50 ລ້ານກີບ ໃຫ້ແກ່ບົດເພງ "ຮ້ອງອ້າຍຊິຕາຍຫວາ" ຂອງອາຈານ ບຸນເກີດ ໜູຫ່ວງ ແລະ ນາລິນ ອິນສອນ ມາແລ້ວໃນໄລຍະກ່ອນໜ້ານີ້.

           ຫຍຸດ ສາລະ​ວັນ ​ເພງ "ເປັນໄປບໍ່ໄດ້" ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກຜ່ານ​ເຟສບຸກສ່ວນ​ໂຕ​ວ່າ :  ກ່ອນອື່ນໝົດ ຕ້ອງຂໍຂອບໃຈທີມງານ ຫຍຸດ ທຸກຄົນເດີ ທີ່ຊ່ວຍເຮັດໃຫ້ເພງນີ້ອອກມາດີ ​ແລະ ຂໍຂອບໃຈຜູ້ຟັງທຸກທ່ານ 🙏 ແລະ ທີ່ສຳຄັນ ຕ້ອງຂອບໃຈລາຍການ PHATALK ເປັນຢ່າງສູງ ທີ່ເປີດໂອກາດໃຫ້ສິລະປິນໜ້າໃໝ່ແບບ ຫຍຸດສາລະວັນ ແລະຄົນອື່ນໆອີກ ເຮັດໃຫ້ວົງການເພງລາວເຮົາກັບມາຄຶກຄັກ ມີສີສັນ ແລະ ເປັນການສະໜັບສະໜຸນ ຜົນງານເພງຂອງຄົນລາວ ຈາກຄົນລາວ ຫຍຸດສັນຍາວ່າ ຈະເຮັດຜົນງານໃໝ່ໆອອກມາໃຫ້ທຸກຄົນໄດ້ຮັບຟັງຢູ່ເລື້ອຍໆ.

ໂດຍ​: ລູກສາວຫລ້າ

KPL