ຫາລາຍທ້ອງຖິ່ນພ້ອມກັນປູກຕົ້ມຢ່າງຟົດຟຶ້ນ
![]()
ຂປລ. ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ1 ມິຖຸນາຄົບ ຮອບ 46 ປີ, ວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ແລະ ວັນເດັກນ້ອຍສາກົນໃນປີນີ້, ທົ່ວປະເທດໄດ້ຈັດພິທີປູກຕົ້ນໄມ້ຢ່າງຟົດຟຶ້ນ ເພື່ອໃຫ້ສ້າງຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ທັງທົດແທນຕົ້ນໄມ້ທີ່ຖືກທຳລາຍ ຫລື ຕາຍໃຫ້ກັບຄືນມາປົກຫຸ້ມດ້ວຍສີຂຽວ.
ເພື່ອເປັນການສະເຫລີມສະຫລອງວັນສຳຄັນດັ່ງກ່າວໃຫ້ມີຄວາມໝາຍສຳຄັນນັ້ນ, ແຂວງບໍລິຄໍາໄຊ ກໍໄດ້ຈັດພິທີປູກຕົ້ນໄມ້ຢູ່ສະໂມສອນໂຮງຮຽນ ມສ ສີທານາໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາແຫວນ ປັນຍານຸວົງ ປະທານ ຄະນະກໍາມະການປົກຄອງແຂວງ. ການໄມ້ດັ່ງກ່າວ ເພຶ່ອເປັນການສ້າງສະຕິຫວງແຫນປູກຈິດສໍານຶກ ໃຫ້ຊາວໜຸ່ມ ເຍົາ ວະຊົນຄົນຮຸ່ນຫລັງ ໄດ້ເຫັນເຖິງຄຸນປະໂຫຍດ ຂອງປ່າໄມ້ ເຊັ່ນ: ທີ່ຢູ່ອາໄສ, ແຫລ່ງນໍ້າ, ອາຫານ, ຢາປົວພະຍາດ, ອາກາດ, ສິ່ງແວດລ້ອມ ແລະ ອື່ນໆ. ທັງໝົດເຫລົ່ານີ້ ຖືເປັນສິ່ງສໍາຄັນຕໍ່ການດໍາລົງຊີວິດຂອງຄົນເຮົາ. ເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ ມີເບ້ຍໄມ້ດູ່, ໄມ້ຂະຍຸງ ແລະ ເບ້ຍໄມ້ປະດັບ ລວມທັງໝົດປະມານ 1.000 ກວ່າເບ້ຍ.
![]()
ສຳລັບຢູ່ແຂວງໄຊສົມບູນໄດ້ຈັດພິທີປູກຕົ້ນໄມ້ ຢູ່ສະໂມສອນເມືອງອະນຸວົງຢ່າງຟົດຟື້ນ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ. ພິທີດັ່ງກ່າວ ໄດ້ມີການຫວນຄືນປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງ ແວດລ້ອມແຫ່ງຊາດ, ວັນສິ່ງແວດລ້ອມໂລກ ແລະ ວັນເດັກນ້ອຍສາກົນ. ປ່າໄມ້ແມ່ນມີຄວາມສຳຄັນຫລາຍຕໍ່ກັບການພັດທະ ນາເສດຖະກິດ-ສັງຄົມ ໂດຍທາງກົງ ແລະ ທາງອ້ອມ ທັງຍັງເປັນການປົກປັກຮັກສາດິນ, ແຫລ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ ພ້ອມທັງຫລຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ. ດັ່ງນັ້ນ, ຕ້ອງມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ທີ່ດິນ, ປ່າໄມ້, ຊັບພະຍາກອນທຳມະຊາດອື່ນໆ.
![]()
ສ່ວນຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກໍໄດ້ຈັດກິດຈະກຳປູກຕົ້ນໄມ້ເຊັ່ນດຽວກັນຢູ່ສູນປິ່ນ ປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ( ຫລັກ 62 ) ຊຶ່ງນຳພາໂດຍ ພັອ ຈັນທອນ ເຮືອງຄຳໄຊ ຄະນະພັກກົມໃຫຍ່ຕຳຫລວດ, ຫົວໜ້າຫ້ອງກວດກາ ແລະ ຄວບຄຸມຢາເສບຕິດ. ການຈັດກິດຈະກຳ ປູກຕົ້ນໄມ້ຄັ້ງນີ້, ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ໂດຍສະເພາະແມ່ນແຜນຍຸດທະສາດ ການເພີ່ມທະວີການປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ຟື້ນຟູ່ປ່າ ໃຫ້ຍືນຍົງຄຽງຄູ່ກັບການພັດທະນາເສດ ຖະກິດ - ສັງຄົມຂອງຊາດ. ທັງເປັນການປູກຈິດສຳນຶກໃຫ້ນາຍ ແລະ ພົນຕຳຫລວດ ໃຫ້ເຫັນໄດ້ເຖິງຄຸນປະໂຫຍດ, ຄວາມສຳຄັນຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ທັງເຮັດໃຫ້ປ່າໄມ້ກາຍເປັນພື້ນທີ່ສີຂຽວ, ເພີ່ມຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ແລະ ສະພາບແວດລ້ອມ ເພື່ອຫລຸດຜ່ອນການປ່ຽນແປງດິນຟ້າອາກາດ.
