ຄວາມເປັນມາຂອງຊົນເຜົ່າແຢະ

08/06/2026 10:41
Email Print 83
KPL - Asean 2024 ຂປລ. ຊົນເຜ່ົ່າແຢະ ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ, ເຂົາເຈົ້າໄດ້ຕັ້ງຫລັກປັກຖານ ແລະ ທຳມາຫາກິນຢູ່ເຂດເມືອງດອກຈຶງ ແຂວງເຊກອງ ມາແຕ່ດຶກດຳບັນ ສະໄໝອານາຈັກ “ຂອມ” ແລະ ຕົກມາຮອດໄລຍະໜຶ່ງ ມີກຸ່ມຄົນຈຳນວນໜຶ່ງຂອງຊົນເຜົ່າແຢະ

ຂປລ. ຊົນເຜ່ົ່າແຢະ ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ, ເຂົາເຈົ້າໄດ້ຕັ້ງຫລັກປັກຖານ ແລະ ທຳມາຫາກິນຢູ່ເຂດເມືອງດອກຈຶງ ແຂວງເຊກອງ ມາແຕ່ດຶກດຳບັນ ສະໄໝອານາຈັກ ຂອມ ແລະ ຕົກມາຮອດໄລຍະໜຶ່ງ ມີກຸ່ມຄົນຈຳນວນໜຶ່ງຂອງຊົນເຜົ່າແຢະ ໄດ້ເຄື່ອນຍ້າຍໄປຕັ້ງພູມລຳເນົາຢູ່ເຂດກວາງນານ-ດານັງ ປະເທດຫວຽດນາມ ແລະ ຈຳນວນໜຶ່ງເຄື່ອນຍ້າຍໄປຕັ້ງຖິ່ນຖານຢູ່ເຂດວັງຕັດ, ເມືອງຊານໄຊ ແຂວງອັດຕະປື. ຊົນເຜົ່ານີ້ ເອີ້ນຕົນເອງວ່າ: ແຢະ. ຄຳວ່າ: ແຢະ ໝາຍເຖິງກຸ່ມຄົນທີ່ຕັ້ງພູມລຳເນົາຢູ່ແຄມຫ້ວຍດາກ, ແຢະ ທີ່ຂຶ້ນກັບເມືອງດາກຈຶງ ແຂວງເຊກອງໃນທີ່ສຸດກໍໄດ້ຂະໜານນາມຕົນເອງວ່າ: ຊົນເຜົ່າແຢະ ຈົນຮອດປັດຈຸບັນນີ້.

ດ້ານພື້ນຖານ​ເສດຖະກິດ​ແຕ່​ກ່ອນ​ຈົນ​ຮອດ​ປັດຈຸບັນ ​ຊົນເຜົ່ານີ້ ຢຶດ​ຖື​ອາຊີບ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ເປັນຕົ້ນຕໍ. ນອກ​ນີ້​ຍັງ​ປູກ​ພືດ​ທີ່​ມີ​ທາດ​ແປ້ງ, ພືດ​ຕະກຸນ​ຖົ່ວ, ຫາ​ປາຕາມ​ທຳ​ມະ​ຊາດ, ເຮັດ​ກະ​ຕິບ, ກະ​ຕ່າ, ເກັບ​ເດັດ​ຜັກ​ປ່າ​ນາໆຊະນິດ, ໝາກ​ໄມ້, ໜໍ່ໄມ້, ເຫັດ ແລະ ອື່ນໆ ​ເພື່ອ​ປຸງ​ແຕ່ງ​​ເປັນ​ອາຫານ​ສຳລັບ​ບໍລິໂພກ​ໃນ​ແຕ່​ລະ​ວັນ. ຄຽງ​ຄູ່​ກັນ​ນີ້​ ຍັງ​ມີ​ມູນເຊື້ອ​ໃນການ​ລ້ຽງ ສັດ​ປະເພດ​ຕ່າງໆ​ເຊັ່ນ: ງົວ, ຄວາຍ, ໝູ, ໝາ ແລະ ສັດ​ປີກ ເພື່ອ​ໃຊ້​ເຮັດ​ພິທີກຳ​ທາງ​ຮີດຄອງ, ກິນ​ເປັນ​ອາຫານ​ປະຈຳ​ວັນ. ສຳລັບ​ແມ່ຍິງຈະມີ​ຄວາມຊຳນິ​ຊຳນານ​ໃນ​ການຕໍ່າຫູກ, ສານ​ສາດ​ ແລະ ​ຜູ້​ຊາຍ​ມີ​ຄວາມ​ຊຳນານ​ໃນ​ດ້ານ​ຫັດຖະ​ກຳ​ຈັກສານ, ຕີ​ເຫລັກ ແລະ ອື່ນໆ.

ພ້ອມນັ້ນ,ການຕັ້ງບ້ານ ແລະ ເຮືອນ ຕາມປະເພນີແລ້ວເຂົາເຈົ້າມັກຈະປຸກສ້າງ ແລະ ຢູ່ເຮືອນຮ້ານຍາວ, ຫລັງຄາມີລັກສະນະກົ່ງໂຄ້ງຄືອອງເຕົ່າ, ພາຍໃນເຮືອນໄດ້ມີການຈັດແບ່ງຕາມຈຳນວນສະມາຊິກຂອງຄອບຄົວ, ມັກຕັ້ງເຮືອນມີລັກສະນະເປັນວົງມົນ ໂດຍມີສາລາກວານຢູ່ໃຈກາງ, ຕໍ່ໜ້າສາລາກວານ ແລະ ຕໍ່ໜ້າເຮືອນແຕ່ລະຫລັງ ລ້ວນແຕ່ມີຫລັກເສົາສຳລັບຜູກຄວາຍ ທີ່ຈະຂ້າໃນເວລາຈັດພິທີກຳທາງຮີດຄອງ. ຊົນເຜົ່ານີ້ ນິຍົມກິນເຂົ້າໜຽວ, ມັກກິນອາຫານປະເພດ ປິ້ງ, ແກງ, ລາບດິບ,​ ຫລາມໃສ່ບັງໄມ້, ເອາະລົດຊາດບໍ່ເຜັດ, ບໍ່ເຄັມ, ເຂົາເຈົ້ານິຍົມດື່ມເຫລົົ້າໄຫ, ບໍ່ວ່າຈະແມ່ນງານບຸນປະເພນີ ຫລື ພິທີກຳຕ່າງໆ. ສ່ວນດ້ານການນຸ່ງຖືເອ້ຢ້ອງໃນເມື່ອກ່ອນຜູ້ຊາຍນິຍົມນຸ່ງກະຕ່ຽວບ່ອງຫູ, ເກົ້າຜົມ, ຕັດແຂ້ວ. ສ່ວນແມ່ຍິງ ນຸ່ງສິ້ນຫຸ້ມຮັດຄຽນຮອດເອິກແທນເສື້ອຄືຊົນເຜົ່າຕຣຽງ. ຖ້າຫາກຍາມອາກາດໜາວເຂົາເຈົ້າຫົ່ມຜ້າແພຕື່ມ, ໃນປັດຈຸບັນການນຸ່ງຖືຂອງຄົນໜຸ່ມມີການປ່ຽນແປງໂດຍການຫັນມາໃຊ້ເຄື່ອງນຸ່ງທີ່ໄດ້ຈາກການແລກປ່ຽນ ຊື້-ຂາຍຕາມທ້ອງຕະຫລາດ. ສ່ວນເຄື່ອງນຸ່ງປະຈຳຂອງຊົນເຜົ່ານັ້ນ ສາມາດພົບເຫັນໄດ້ຫລາຍໃນເວລາມີງານບຸນປະເພນີ ແລະ ພິທີກຳຕ່າງໆ. ນອກຈາກນີ້ແລ້ວ, ຍັງມີງານບຸນຈ້າ ແມ່ນບຸນປະເພນີໃນຮອບວຽນປີໜຶ່ງໆ ພາຍຫລັງສຳເລັດການເກັບກ່ຽວຜົນຜະລິດແລ້ວຊົນເຜົ່າແຢະ ຈະໄດ້ຈັດງານຂຶ້ນໃນເດືອນສຸດທ້າຍຂອງທຸກໆປີນັ້ນຄື:ການຈັດງານບຸນຈ້າ ຊຶ່ງງານບຸນດັ່ງກ່າວຈັດຂຶ້ນເປັນເວລາ 3 ວັນ 3 ຄືນດັ່ງນີ້: ມື້ນທີ 1: ແມ່ນຫ້າງຫາກະກຽມເຄື່ອງຂອງຮັບໃຊ້ງານບຸນດັ່ງກ່າວປະກອບມີ ຜົນຜະລິດທີ່ເຂົາເຈົ້າໄດ້ເກັບກ່ຽວມານັ້ນ,ເຫລົ້າໄຫ, ສັດທີ່ຈະຂ້າ (ແຕ່ກ່ອນມື້ທີ 1 ຂ້າຄວາຍ) ແລະ ອື່ນໆ; ມື້ທີ 2: ເຮັດຮີດແມ່ນໄດ້ເອົາເຄື່ອງທີ່ໄດ້ກະກຽມມານັ້ນ, ຂ້າຄວາຍ 1 ໂຕ ແລະ ເຫລົ້າໄຫຈຳນວນໜຶ່ງ. ຫລັງຈາກເຮັດຮີດແລ້ວແມ່ນໃຫ້ຄົນໃນບ້ານແມ່ນໄດ້ກິນເຂົ້າຊຸມແຊວກັນ ແລະ ດື່ມເຫລົ້າໄຫມ່ວນຊື່ນຈົນຮອດແຈ້ງ ແລະ ມື້ທີ 3: ແມ່ນມື້ສຸດທ້າຍຂ້າຄວາຍ 1 ໂຕ ແຕ່ງອາຫານ ແລະ ກິນເຫລົ້າຊຸມແຊວມ່ວນຊື່ນໝົດມື້ໝົດຄືນກໍຖືວ່າການເຮັດບຸນຈ້າ ແມ່ນສຳເລັດ.

ໃນໄລຍະທີ່ເຮັດບຸນຈ້ານີ້ ແມ່ນໄດ້ມີການຄະລຳບ້ານຄື: ຄົນໃນບ້ານບໍ່ໄດ້ເຮັດວຽກ, ບໍ່ອອກນອກບ້ານ ແລະ ຄົນນອກບໍ່ໃຫ້ເຂົ້າບ້ານ, ຖ້າຄົນນອກມີຄວາມຈຳເປັນຢາກເຂົ້າແມ່ນໄດ້ໃຫ້ຄົນໃນບ້ານເຮັດພິທີຮັບຢູ່ນອກບ້ານແລ້ວ ຈຶ່ງນຳຄົນນອກເຂົ້າມາໃນບ້ານໄດ້. ປັດຈຸບັນໄດ້ຫັນປ່ຽນຈາກການຂ້າຄວາຍ ແລະ ງົວ ແມ່ນໄດ້ຂ້າໝູທັງ 3 ວັນປ່ຽນແທນ.

ຊົນເຜົ່າແຢະ ແມ່ນມີສິລະປະພື້ໜເມືອງກອນຂັບລຳປຈຳຂອງເຂົາເຈົ້າເຊັ່ນ: ຂັບລອດ, ຂັບອືເຕາະ, ຂັບຢົນ, ຂັບບົດກຣັງ.  ນອກຈາກສິລະປະພື້ນເມືອງແລ້ວ ຍັງມີເຄື່ອງດົນຕີຫລາຍຊະນິດເຊັ່ນ: ກອງລາ, ປີ່, ຄຸ່ຍ ແລະ ອື່ນໆ. ເຖິງແນວໃດກໍຕາມ, ຊົນເຜົ່ານີ້ບໍ່ມີຕົວໜັງສືຂຽນ, ແຕ່ເຂົາເຈົ້າມີພາສາປາກເວົ້າເປັນອັນສະເພາະຂອງຕົນ ຈັດເຂົ້າໃນໝວດພາສາມອນ-ຂະແມ. ນອກຈາກນີ້, ຍັງສາມາດເວົ້າພາສາຂອງຊົນເຜົ່າ ຕຣຽງ, ຮ່າຣັກ, ກະຕູ, ລາວ ແລະ ຫວຽດນາມ ອີກດ້ວຍ.

KPL