ບັນດານັກຂ່າວຈາກຫລາຍປະເທດ ຢ້ຽມຢາມພິພິຕະພັນພະລາຊະວັງ ບູຮານຂອງຈີນ

10/06/2026 18:08
Email Print 83
KPL - Asean 2024 ບັນດາ ນັກຂ່າວ ຈາກພາກພື້ນອາຊີ ປາຊີຟິກ, ຣັດເຊຍ, ເອີຣົບ, ອາຟຣິກາ ແລະ ອາເມລິກາ-ລາຕິນ ຢ້ຽມຢາມ ພະລາຊະວັງຫວງຫ້າມ ຫລື ເອີ້ນ ອີກຊື່ໜຶ່ງ ວ່າ ພິພິຕະພັນ ພະລາຊະວັງ ຢູ່ປັກກິ່ງ ສປ ຈີນ.

ຂປລ. ໃນວັນທີ 9 ມິຖຸນາ 2026, ບັນດາ ນັກຂ່າວ ຈາກພາກພື້ນອາຊີ ປາຊີຟິກ, ຣັດເຊຍ, ເອີຣົບ, ອາຟຣິກາ ແລະ ອາເມລິກາ-ລາຕິນ ຢ້ຽມຢາມ ພະລາຊະວັງຫວງຫ້າມ ຫລື ເອີ້ນ ອີກຊື່ໜຶ່ງ ວ່າ ພິພິຕະພັນ ພະລາຊະວັງ ຢູ່ປັກກິ່ງ ສປ ຈີນ.

ພະລາຊະວັງ ຫວງຫ້າມ (ຊື່ຈີນ: 紫禁城; : Zǐjìnchéng) ແມ່ນໝູ່ພະລາຊະວັງຫຼວງ ທີ່ຕັ້ງຢູ່ໃຈກາງ ຂອງ ເມືອງຈັກກະພັດ ໃນນະຄອນຫຼວງປັກກິ່ງ, ສປ ຈີນ ທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ ເຊິ່ງເປັນທີ່ຮູ້ຈັກກັນດີ. ພະລາຊະວັງນີ້ ເຄີຍເປັນທີ່ຢູ່ ຂອງ ຮ່ອງເຕ້ 24 ພະອົງ ໃນສະໄໝລາຊະວົງໝິງ ແລະ ລາຊະວົງຊິງ, ທັງເປັນ ສູນກາງອຳນາດ ທາງການເມືອງ ຂອງ ຈີນ ມາເປັນເວລາຫຼາຍກວ່າ 500 ປີ ນັບຕັ້ງແຕ່ ປີ 1420 ເຖິງ 1924. ປັດຈຸບັນ ພະລາຊະວັງດັ່ງກ່າວ ຢູ່ພາຍໃຕ້ການບໍລິຫານ ຈັດການຂອງ ຫໍພິພິຕະພັນ ພະລາຊະວັງ ແລະ ໄດ້ຮັບການຂຶ້ນທະບຽນ ເປັນມໍລະດົກໂລກ ໂດຍອົງການອຸຍເນສໂກ ( UNESCO) ຕັ້ງແຕ່ ປີ 1987.

ພະລາຊະວັງຫວງຫ້າມ ແມ່ນໜຶ່ງໃນພະລາຊະວັງ ທີ່ມີຊື່ສຽງທີ່ສຸດ ໃນປະຫວັດສາດຈີນ ແລະ ເປັນໝູ່ພະລາຊະວັງຫຼວງ ທີ່ ຖືກອະນຸລັກ ຮັກສາ ໄວ້ ທີ່ມີ  ຂະໜາດໃຫຍ່ທີ່ສຸດ ທັງເປັນຈຸດເດັ່ນ ນັບແຕ່ສະໄໝນັ້ນມາ ຮອດປັດຈຸບັນ.

ພະລາຊະວັງແຫ່ງນີ້ ໄດ້ຖືກສ້າງຂຶ້ນ ແຕ່ປີ 1406 ເຖິງ 1420, ເປັນພະລາຊະວັງຫຼວງ ແລະ ເປັນບ່ອນພັກ ໃນລະດູໜາວ ຂອງ ຮ່ອງເຕ້ຈີນ ນັບຕັ້ງແຕ່ ລາຊະວົງໝິງ (ເລີ່ມຕົ້ນ ຈາກຈັກກະພັດ ຢົງເລີ) ຈົນເຖິງ ການສິ້ນສຸດ ຂອງ ລາຊະວົງຊິງ, ໃນລະຫວ່າງປີ 1420 ເຖິງ 1924. ພະລາ ຊະວັງ ໄດ້ເຮັດໜ້າທີ່ ເປັນບ່ອນພັກ ຂອງ ຮ່ອງເຕ້ຈີນ ແລະ ເຊື້ອສາຍລາຊະວົງ, ທັງເປັນ ສູນກາງທາງດ້ານພິທີການ ແລະ ການເມືອງ ຂອງລັດ ຖະບານຈີນ ມາເປັນເວລາຫຼາຍກວ່າ 500 ປີ. ນັບຕັ້ງແຕ່ ປີ 1925 ເປັນຕົ້ນມາ, ພະລາຊະວັງ ແມ່ນຢູ່ພາຍໃຕ້ການດູແລ ຂອງ ຫໍພິພິຕະພັນ ພະລາ ຊະວັງ, ເຊິ່ງມີ ການຮວບຮວມຜົນງານສິລະປະ ແລະ ວັດຖຸບູຮານຢ່າງຫຼວງຫຼາຍ ໂດຍຕໍ່ຍອດມາຈາກສິ່ງສະສົມຂອງລາຊະວົງໃນສະ ໄໝໝິງ ແລະ ຊິງ.

ຕາມຂໍ້ມູນ ພິພິທະພັັນ, ບັນດາອາຄານເຫຼົ່ານີ້ ປະກອບມີຫ້ອງທັງໝົດ 9.999 ຫ້ອງ, ກວມເອົາເນື້ອທີ່ 72 ເຮັກຕາ (720.000 ຕາແມັດ). ພະລາຊະວັງນີ້ ເປັນຕົວຢ່າງ ທີ່ສະແດງໃຫ້ເຫັນເຖິງ ຄວາມຮຸ່ງເຮືອງສິວິໄລ ຂອງ ບ່ອນພັກຂອງ ຮ່ອງເຕ້ຈີນ ແລະ ສະຖາປັດຕະຍະກຳ ພະລາຊະ ວັງແບບດັ້ງເດີມຂອງຈີນ, ທັງມີອິດທິພົນ ຕໍ່ການພັດທະນາ ທາງດ້ານວັດທະນະທຳ ແລະ ສະຖາປັດຕະຍະກຳໃນອາຊີຕາເວັນອອກ ແລະ ພາກພື້ນ ອື່ນໆ. ນັບຕັ້ງແຕ່ ປີ 2012 ເປັນຕົ້ນມາ, ພະລາຊະວັງແຫ່ງນີ້ ມີຜູ້ເຂົ້າຊົມສະເລ່ຍ 14 ລ້ານຄົນຕໍ່ປີ ແລະ ມີຜູ້ເຂົ້າຊົມຫຼາຍກວ່າ 19 ລ້ານຄົນ ໃນປີ 2019. ປະຈຸບັນແຕ່ລະມື້ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ຈຳນວນ 80.000 ຄົນຕໍ່ມື້.

ນີ້ ເປັນສິ່ງເຊື່ອມໂຍງ ທາງດ້ານວັດທະນະທຳ ແລະ ສິ່ງສັກສິດໄປເຖິງ ບັນພະບຸລຸດ.ພະລາຊະວັງແຫ່ງນີ້ ໄດ້ຖືກບັນຈຸເຂົ້າ ໃນລາຍຊື່ ສະຖານ ທີ່ອະນຸລັກ ລະດັບຊາດຊຸດທຳອິດ ທີ່ປະເທດຈີນ ທີ່ ຈັດຂຶ້ນໃນປີ 1961 ແລະ ອົງການອຸຍເນສໂກ ຍັງໄດ້ຍອມຮັບວ່າ ເປັນແຫຼ່ງຮວບຮວມ ໂຄງສ້າງ ໄມ້ບູຮານ ທີ່ຖືກອະນຸລັກຮັກສາໄວ້ ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ. ພະລາຊະວັງມີຄວາມ ສຳຄັນຢ່າງຍິ່ງ ຕໍ່ປະຊາຊົນແລະຊາດຈີນ ເຊິ່ງເຂົາ ເຈົ້າມັກ ຈະເບິ່ງວ່າ ສະຖານທີ່ແຫ່ງ

KPL