ຫວຽດນາມ-ກຳປູເຈຍ ຊຸກຍູ້ຮ່ວມມືດ້ານປ້ອງກັນຊາດ

10/06/2026 18:10
Email Print 83
KPL - Asean 2024 ຢູ່ນະຄອນຫລວງຮ່າໂນ້ຍ ຂອງ ຫວຽດນາມ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ປາກ ສຸວັນນາ (Prak Sovanna) ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ກຳປູເຈຍ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນ​ທີ 9 ມິ​ຖຸ​ນາ, ຢູ່​ນະຄອນຫລວງຮ່າ​ໂນ້ຍ ຂອງ ຫວຽດນາມ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫ​ວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ພົນ​ເອກ ປາກ ສຸວັນນາ (Prak Sovanna) ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ ປະ​ເທດ ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​​ຕິດ​ຕາມ​ທ່ານ​ ຮຸນ ມາເນັດ (Hun Manet) ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ມາ​ຢ້ຽມ​ຢາມ ​ຫວຽດ​ນາມ​ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ​ອະ​ນາ​ຄົດ ອາ​ຊຽນ​ຄັ້ງ​ທີ 3.

ໂດຍທ່ານ​ພົນ​ເອກ ຟານ​ວັນ​ຢາງ ສະ​ເໜີ​ ໃຫ້ສອງ​ຝ່າຍ ​ຮັກ​ສາ​ ປະ​ສິດ​ທິ​ຜົນ​ ຂອງ​ ການ​ແລກ​ປ່ຽນ ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ບັນ​ດາ​ກົນ​ໄກ​ ຮ່ວມ​ມື​ຄື: ການ​ພົບ​ປະ ​ປະ​ຈຳ​ປີ ​ລະ​ຫວ່າງ​ ລັດ​ຖະ​ມົ​ນ​ຕີ ​ສາມ​ປະ​ເທດ ຫວຽດ​ນາມ-ກຳ​ປູ​ເຈຍ- ລາວ, ການ​ຊ້ອມ​ຮົບ​ຮ່ວມ ​​ກູ້​ໄພ​ກູ້​ຊີບ ລະ​ຫວ່າງ ກອງ​ທັບ ​ສາມ​ປະ​ເທດ, ການ​ໂອ້​ລົມ​ສົນ​ທະ​ນາ​ ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ ຂັ້ນ​ຮອງ​ ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ.

​ຄຽງ​ຄູ່​ກັນ​ນັ້ນ, ສອງ​ຝ່າຍ ຍັງຝ່າຍ​ສືບ​ຕໍ່​ ຊຸກ​ຍູ້​ ການ​ຮ່ວມ​ມື​ ບັນ​ດາ​ ຂົງ​ເຂດ​ຄື: ການບຳ​ລຸງ​ສ້າງ, ຄວບ​ຄຸມ, ການ​ປ້ອງ​ກັນ​ ເຂດ​ຊາຍ​ແດນ; ປະ​ສາ​ນສົມ​ທົບ​ກັບ ການຄົ້ນ​ຫາ, ເຕົ້າ​ໂຮມ, ນຳ​ອັດ​ຖິທະ​ຫານ ​ອາ​ສາ​ສະ​ໝັກ, ນັກ​ຊ່ຽວ​ຊານ​ ຫວຽດ​ນາມ ເສ​ຍ​ສະຫລະ​ຊີ​ວິດ​ ຢູ່​ກຳ​ປູ​ເຈຍ ໃນ​ບາງ​ສົງ​ຄາມ ກັບຄືນ​ ປະ​ເທດ​ຊາດ​ ./

 

KPL