ຫວຽດນາມ-ໄທ ສູ້ຊົນໃຫ້ບັນລຸວົງເງິນການຄ້າ 25 ຕື້ໂດລາ ສະຫະລັດ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ໂດຍໄດ້ຮັບຄຳເຊື້ອເຊີນ ຂອງ ທ່ານ ເລມິງຮຶງ ນາຍົກ ລັດຖະມົນຕີ ຫວຽດນາມ, ທ່ານ ອະນຸທິນ ຊານວີຣະກູນ ນາຍົກ ລັດຖະມົນຕີ ແຫ່ງລາຊະອານາຈັກ ໄທ ໄປຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມ ເວທີປາໄສ ອະນາຄົດ ອາຊຽນ ຄັ້ງທີ 3 ໂດຍເລີ່ມແຕ່ ວັນທີ 8-9 ມິຖຸນາ.
ພາຍຫລັງ ພິທີຕ້ອນຮັບ ແລະ ເຈລະຈາ , ຢູ່ສຳນັກງານລັດຖະບານ, ນະຄອນຫລວງຮ່າໂນ້ຍ, ທ່ານ ເລມິງຮຶງ ແລະ ທ່ານອະນຸທິນ ຊານວີຣະກູນ ໄດ້ເຫັນດີ ເປັນເອກະພາບ ສືບຕໍ່ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ, ຜັນຂະຫຍາຍ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ໃຫ້ມີປະສິດທິຜົນ, ເພີ່ມທະວີ ການຮ່ວມມື ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປ້ອງກັນຕ້ານອາຊະຍາກຳຂ້າມຊາດ ແລະ ອື່ນໆ.
ໂດຍສະເພາະ ຂົງເຂດເສດຖະກິດ, ການນຳສອງທ່ານ ໄດ້ເຫັນດີ ເປັນເອກະພາບ ຊຸກຍູ້ ການເຊື່ອມຕໍ່ ການຄົມມະນາຄົມ, ໂລຈີສະຕິກ, ການບິນ ແລະ ການທ່ອງທ່ຽວ, ຄົ້ນຄ້ວາ ພັດທະນາ ບັນດາ ເສັ້ນທາງຂົນສົ່ງ ທາງບົກ, ທາງນ້ຳ ແຄມທະເລເຊື່ອມຕໍ່ ລະຫວ່າງ ສອງປະເທດ ແລະ ເຂດອະນຸພາກພື້ນ ແມ່ນ້ຳຂອງ, ເສີມຂະຫຍາຍ ກົນໄກ ຄະນະກຳມະການ ປະສົມ ການຄ້າ ຫວຽດນາມ-ໄທ ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂ ຄວາມສະດວກ ເພື່ອໃຫ້ສິນຄ້າເຂົ້າເຖິງ ຕະຫລາດຂອງສອງຝ່າຍ, ສູ້ຊົນໃຫ້ບັນລຸ ວົງເງິນການຄ້າ ຈຳນວນ 25 ຕື້ໂດລາ ສະຫະລັດໂດຍໄວ ເພື່ອມຸ່ງໄປເຖິງເປົ້າໝາຍ 50 ຕື້ໂດລາ ສະຫະລັດ.
ນອກຈາກນີ້, ສອງຝ່າຍ ຍັງເຫັນດີ ເປັນເອກະພາບ ສືບຕໍ່ປະສານ ສົມທົບກັນ ຢ່າງແໜ້ນແຟ້ນ ຢູ່ ອາຊຽນ ແລະ ບັນດາ ກົນໄກຫລາຍຝ່າຍ, ພ້ອມທັງເນັ້ນໜັກເຖິງ ຄວາມສຳຄັນ ຂອງ ການຮັກສາ ຄວາມສາມັກຄີ, ເອກະພາບ ແລະ ບົດບາດໃຈກາງ ຂອງ ອາຊຽນ; ຊຸກຍູ້ຫລັກໝັ້ນລວມ ຂອງ ອາຊຽນ ກ່ຽວກັບ ທະເລ ຕາເວັນອອກ ບົນພື້ນຖານກົດໝາຍ ສາກົນ, ພິເສດ ແມ່ນສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍ ວ່າດ້ວຍທະເລ ປີ 1982 (UNCLOS 1982), ຊຸກຍູ້ການຮ່ວມມື ໃນກົນໄກ ຮ່ວມມື ຍຸດທະສາດ ເສດຖະກິດ ສາມແມ່ນ້ຳ Ayeyawady-Chao Phraya-Mekong (ACMECS)./
