ກອງປະຊຸມນັກຄົ້ນຄວ້າວັດທະນະທຳຈີນ ທົ່ວໂລກ ຄັ້ງທີ 3

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ນັກຄົ້ນຄວ້າ ວັດທະນະທຳຈີນ ທົ່ວໂລກ ຄັ້ງທີ 3 ຈັດຂຶ້ນຢູ່ນະຄອນຕຸ່ນຮວງ ແຂວງກ່ານຊູ້ຈີນ. ໂດຍມີຜູ້ແທນ 300 ກວ່າຄົນ ທີ່ມາຈາກ ເກືອບ 70 ປະເທດ ໄດ້ດຳເນີນການແລກປ່ຽນ ຢ່າງກວ້າງຂວາງ ກ່ຽວກັບ ຫົວຂໍ້ຕ່າງໆ ເຊັ່ນ: ການເຊື່ອມໂຍງເຂົ້າກັນ ລະຫວ່າງ ອະລິຍະທຳຈີນ ແລະ ຕ່າງປະເທດ. ນັກຄົ້ນຄວ້າວັດທະນະທຳຈີນທີ່ມາຈາກແຫ່ງຕ່າງໆໃນໂລກຍັງໄດ້ຮຽນຮູ້ກ່ຽວກັບຈີນໂດຍຜ່ານການຢ້ຽມຊົມແລະກິດຈະກຳສຳເລັດຕົວຈິງຫຼາຍຢ່າງ. ບັນດາແຂກ ທີ່ຮ່ວມປະຊຸມ ສະແດງຄວາມເຫັນວ່າ: ພູມປັນຍາກ່ຽວກັບ “ປະເທດຕ່າງໆໃນໂລກຄືດັ່ງຄອບຄົວດຽວກັນ” ແລະ “ການຢູ່ຮ່ວມກັນຢ່າງກົມກຽວ” ໃນອະລິຍະທຳຈີນໄດ້ໃຫ້ບົດຮຽນສຳຄັນໃຫ້ແກ່ການຮັບມືກັບສິ່ງທ້າທາຍທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
