ຊົມເຊີຍການເດີນທາງຢ້ຽມຢາມທາງລັດຖະກິດຢູ່ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປລາວ, ປະທານປະເທດ ແຫ່ງ ສປປ ລາວ

02/06/2026 10:32
Email Print 83
KPL - Asean 2024 ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນຈີນ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນຈີນ ໃນລະຫວ່າງວັນທີ 2-6 ມິຖຸນາ 2026 ນີ້, ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ.

ການຢ້ຽມຢາມຄັ້ງນີ້, ສະທ້ອນໃຫ້ເຫັນເຖິງມິດຕະພາບໝັ້ນຄົງຂະໜົງແກ່ນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງລະດັບສູງລະຫວ່າງ ລາວ-ຈີນ ຕະຫລອດ 65 ແລະ ກາຍເປັນມໍລະດົກສືບທອດມູນເຊື້ອອັນດີງາມຈາກຮຸ່ນສູ່ຮຸ່ນຢ່າງຮອບດ້ານຄື: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ພື້ນຖານໂຄງລ່າງເຊື່ອມໂຍງ-ເຊື່ອມຈອດກັນ, ວັດທະນະທຳ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດອື່ນໆ.

ຫລາຍຊຸມປີຜ່ານມາ, ໝາກຜົນການຮ່ວມມືສອງຝ່າຍ ລາວ-ຈີນ ສ່ອງແສງໃຫ້ເຫັນທັງປະລິມານເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ຄຸນນະພາບໄດ້ຮັບການຍົກລະດັບຂຶ້ນຢ່າງຈະແຈ້ງດັ່ງນີ້: 1).ໄດ້ປ່ຽນສະຖານະພາບລາວຄັ້ງປະຫວັດສາດຈາກປະເທດບໍ່ມີຊາຍແດນຕິດກັບທະເລກາຍ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ-ສາກົນຜ່ານເສັ້ນທາງລົດໄຟລາວ-ຈີນ ພາຍໃຕ້ການຮ່ວມມືຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ຊຶ່ງໄດ້ກາຍເປັນສັນຍະລັກແຫ່ງມິດຕະພາບ ແລະ ການພັດທະນາຮ່ວມກັນຊ່ວຍສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການເຊື່ອມໂຍງພາກພື້ນໃຫ້ເຂັ້ມແຂງຍິ່ງຂຶ້ນ. ນັບແຕ່ເປີດການນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການມາເປັນເວລາ 4 ປີກວ່າ, ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 70 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫລາຍກວ່າ 81 ລ້ານໂຕນກວມເອົາ 120 ປະເທດ. ນອກຈາກນັ້ນ, ມັນຍັງຊຸກຍູ້ເຮັດໃຫ້ພາກອຸດສາຫະກໍາທ່ອງທ່ຽວລາວເຕີບໂຕແບບກ້າວກະໂດດ ໂດຍດຶງດູດນັກທ່ອງທ່ຽວ ເຂົ້າມາ ປະເທດລາວເຖິງ 4 ລ້ານຄົນໃນປີ 2025, ຄາດວ່າພາຍໃນປີ 2026 ຈະດຶງດູດນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນເຖິງ 5-6 ລ້ານ; 2). ມູນຄ່າການລົງທຶນຕ່າງປະເທດສະສົມຢູ່ລາວໃນມໍ່ໆນີ້ເຫັນວ່າຈີນ ຍັງຄອງແຊັມອັນດັບທີ 1 ດ້ວຍມູນຄ່າລົງທຶນປະມານ18 ກວ່າຕື້ໂດລາ, ອັນດັບທີ 2 ໄທ, ອັນດັບທີ 3 ຫວຽດນາມ ແລະ ອື່ນໆ; ໃນນັ້ນຈີນເປັນນັກລົງທຶນກວມເອົາຂະແໜງການຕ່າງໆ ເຊັ່ນ: ພະລັງງານສະອາດທີ່ເປັນມິດຕໍ່ສິ່ງແວດລ້ອມ (ພະລັງງານລົມ, ແສງຕາເວັນ, ນໍ້າ), ກະສິກໍາ, ຂົນສົ່ງ (ໂລຈິສຕິກ) ແລະ ອື່ນໆ; 3). ມູນຄ່າການຄ້າລະຫວ່າງສອງຝ່າຍ ໃນປີ 2024-2025 ສູງເຖິງ 8 ຕື້ 230 ລ້ານໂດລາ, ໃນນັ້ນ ມີສິນຄ້າຂອງລາວຫລາຍກວ່າ 70 ລາຍການ ໄດ້ຂຶ້ນບັນຊີກໍານົດສົ່ງອອກໄປຈີນ ໂດຍກວມເອົາຢາງພາລາ, ໝາກກ້ວຍ, ມັນຕົ້ນ, ໝາກໂມ, ໝາກມ່ວງ, ສາລີ, ໝາກມີ້, ຖົ່ວລຽນ, ພືດຜັກ, ແຮ່ທາດ ແລະ ອື່ນໆ; 4). ລາວ-ຈີນ ໄດ້ມີການຮ່ວມມືກັນຢ່າງເລິກເຊິ່ງ ໃນຂົງເຂດເຕັກໂນໂລຊີໃໝ່ໆ ໂດຍສະເພາະປັນຍາປະດິດ (AI) ພາຍໃຕ້ຂອບຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ໄດ້ຂະຫຍາຍຈາກສູນກາງຮອດທ້ອງຖິ່ນ ຊຶ່ງລວມເອົາການອອກນະໂຍບາຍລະດັບຊາດ ເຖິງການຮ່ວມມືກັບພາກເອກະຊົນ ແລະ ການນຳໃຊ້ໃນຂະແໜງການຕ່າງໆ ເຊັ່ນ: ສາທາລະນະສຸກ, ການຄ້າ, ຄົມມະນາຄົມ, ໂທລະຄົມ ແລະ ຂໍ້ມູນຂ່າວສານອື່ນໆ ຕົວຢ່າງການຮ່ວມມືລະຫວ່າງ ແຂວງກວາງຊີ ຂອງຈີນ ກັບກະຊວງເຕັກໂນໂລຊີ ແລະ ການສື່ສານລາວ ເພື່ອຊຸກຍູ້ການນຳໃຊ້ AI ໃນເມືອງອັດສະລິຍະ, ການທ່ອງທ່ຽວ, ພະລັງງານສີຂຽວ, ອຸດສາຫະກຳ ແລະ ອື່ນໆ; 5). ຈີນ ໄດ້ຫັນເອົາເຂດລະເບີດຕົກຄ້າງບໍ່ທັນແຕກໃນປາງສົງຄາມອິນດູຈີນ ຢູ່ລາວມາພັດທະນາເປັນແຫລ່ງພະລັງງານລົມ-ພະລັງງານແສງຕາເວັນ ທີ່ເປັນມິດຕໍ່ສິ່ງແວດລ້ອມໃນພາກໃຕ້-ພາກເໜືອຂອງລາວ ເພື່ອຊຸກຍູ້ເຮັດໃຫ້ເສດຖະກິດລະຫວ່າງປະເທດ ກ້າວໄປຢ່າງໝັ້ນຄົງ ໃນນັ້ນມີບໍລິສັດ ພາວເວີຈາຍນາ ( Power China) ໄດ້ຮັບເໝົາດໍາເນີນການກໍ່ສ້າງໂຄງການຜະລິດໄຟຟ້າດ້ວຍພະລັງງານລົມ 600 ເມກາວັດ ຢູ່ພາກໃຕ້ຂອງລາວ ປັດຈຸບັນສໍາເລັດແລ້ວ ແລະ ໄດ້ສົ່ງພະລັງງານໄຟຟ້າອອກຂາຍໄປຍັງປະເທດຫວຽດນາມ, ໂຄງພະລັງງານແສງຕາເວັນພວມດໍາເນີນກໍ່ສ້າງໂດຍບໍລິສັດ ພະລັງງານນິວເຄລຍທົ່ວໄປຈີນ ຫລື CGN ໄດ້ປະດິດສ້າງຮູບແບບເຊື່ອມສານພະລັງງານຫລາຍຊະນິດ, ບວກກັບໂຄງການເຊື່ອມຕໍ່ເຄືອຂ່າຍໄຟຟ້າ 500 ກິໂລໂວນ ລະຫວ່າງ ລາວ-ຈີນ, ໃນລະດູຝົນປະເທດລາວສາມາດສົ່ງອອກໄຟຟ້າສີຂຽວສ່ວນເກີນ ແລະ ສາມາດຮັບໄຟຟ້າສົ່ງຄືນຈາກຈີນໃນລະດູແລ້ງ; 6).ຈີນ ໃຫ້ການຊ່ວຍເຫລືອຫລ້າຜ່ານໂຄງການພັດທະນາຕ່າງໆໃນ ສປປ ລາວ ຄາດວ່າ ມີຫລາຍຮ້ອຍໂຄງການເຊັ່ນ: ສ້າງອາຄານໂຮງໝໍທະຫານ 103, ສ້າງອາຄານໂຮງໝໍສາກົນ ທັນສະໄໝມະໂຫສົດ, ສ້າງຫໍປະຊຸມແຫ່ງຊາດຫລັກ 6, ສ້າງອາຄານຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ-ໂຮງຮຽນມັດທະຍົມອື່ນໆ, ສົ່ງຢາປິ່ນປົວພະຍາດ, ວັກຊິນຕ້ານໂຄວິດ-ອຸປະກອນການແພດ ແລະ ອື່ນໆ.

ພ້ອມດຽວກັນນີ້,ກອງປະຊຸມ ຄັ້ງທີ 25 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ນະຄອນທຽນສິນຂອງຈີນ ໃນວັນທີ 1 ກັນຍາ 2025 ໄດ້ເຫັນດີເປັນເອກະພາບກັນຮັບເອົາ ສປປ ລາວ ເຂົ້າເປັນປະເທດຄູ່ເຈລະຈາ ປະເທດທີ 15 ຢ່າງເປັນທາງການ ເຮັດໃຫ້ມາຮອດປັດຈຸບັນ ອົງການຮ່ວມມືຊຽງໄຮ້ (SCO) ມີສະມາຊິກທັງໝົດ 10 ປະເທດ, ມີ 2 ປະເທດສັງເກດການ ແລະ 15 ປະເທດຄູ່ເຈລະຈາ (ລວມທັງ ສປປ ລາວ). ຕໍ່ຄວາມສໍາເລັດໄດ້ມາບໍ່ແມ່ນເລື່ອງງ່າຍ ອັນໄດ້ສະທ້ອນໃຫ້ເຫັນຈຸດຢືນທີ່ເປັນທາດແທ້ເຕັມໄປດ້ວຍຄວາມໄວ້ເນື້ອເຊື່ອໃຈ, ການຮັກຫອມສັນຕິພາບ, ການຮູ້ຖະນຸຖະໜອມດ້ວຍຈິດໃຈອັນບໍລິສຸດ, ການແບ່ງປັນຄວາມຮັກຄວາມສາມັກຄີ, ການເຂົ້າຮ່ວມເວທີກອງປະຊຸມ ແລະ ການກິດຈະກໍາຕ່າງໆ ທີ່ເປັນປະໂຫຍດຢ່າງຕັ້ງໜ້າຂອງ ສປປ ລາວ ຕໍ່ຄູ່ຮ່ວມມືອຸດົມການດຽວກັນ, ຕໍ່ປະເທດເພື່ອນມິດ ແລະ ວົງຄະນາຍາດສາກົນຢ່າງສະເໝີຕົ້ນສະເໝີປາຍ.

ປວງຊົນລາວບັນດາເຜົ່າທົ່ວປະເທດມີຄວາມເຊື່ອໝັ້ນຢ່າງແທ້ຈິງວ່າການຢ້ຽມຢາມຂອງສະຫາຍ ທອງລຸນ ສີສຸລິດໃນຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ, ໄດ້ຮັບໝາກຜົນໃຫຍ່ຫລວງ ກວ່າເກົ່າ  ແລະ ສືບຕໍ່ເພີ່ມທະວີຊຸກຍູ້ສາຍພົວພັນລາວ-ຈີນໃຫ້ໝັ້ນຄົງ, ຍືນຍົງ ແລະ ຮຸ່ງເຮືອງຮ່ວມກັນຍິ່ງໆຂຶ້ນຕະຫລອດໄປ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL