ບັນດານັກຂ່າວ ອາຊີ-ປາຊີຟິກ ຢ້ຽມຢາມສວນພັດທະນາຊາ ຈີນ ໄປສູ່ເວທີສາກົນ

02/06/2026 22:07
Email Print 83
KPL - Asean 2024 ນັກຂ່າວ ຈາກພາກພື້ນອາຊີ-ປາຊີຟິກ ໄດ້ເດີນທາງໄປຢ້ຽມ ຢາມສວນຊາ ດ້ວຍລະບົບນິເວດ ອັນກວ້າງໃຫຍ່ ຂອງ ບໍລິສັດຊາເຊ່ຍຢູຕ້າ ຈຳກັດ (Xie Yu Da Tea Company Limited) ແລະ ເຂົ້າພົບປະກັບ ທ່ານ ກຸ້ຍລີສວນ

(ຂປລ) ເບິ່ງເລິກເຂົ້າໄປ ທ່າມກາງ ຍອດພູຜາສວຍງາມ ທີ່ປົກຄຸມໄປດ້ວຍ ໝອກໜາຂອງ ແຂວງອານຮຸຍ (Anhui), ດ້ວຍການເຄື່ອນໄຫວ ທີ່ພວມກໍ່ຕົວຂຶ້ນ.

ໃນວັນທີ 30 ພຶດສະພາ 2026, ນັກຂ່າວ ຈາກພາກພື້ນອາຊີ-ປາຊີຟິກ ໄດ້ເດີນທາງໄປຢ້ຽມ ຢາມສວນຊາ ດ້ວຍລະບົບນິເວດ ອັນກວ້າງໃຫຍ່ ຂອງ ບໍລິສັດຊາ ເຊ່ຍຢູຕ້າ ຈຳກັດ (Xie Yu Da Tea Company Limited) ແລະ ເຂົ້າພົບປະກັບ ທ່ານ ກຸ້ຍລີສວນ (GuiLiquan) ຮອງປະທານກຳມະການ ບໍລິສັດດັ່ງກ່າວ. ສິ່ງທີ່ໄດ້ຮັບຟັງນັ້ນ ຄື ບົດຮຽນອັນດີເລີດ ກ່ຽວກັບ ກາໝາຍສິນຄ້າ ຫລືແບຣນເກົ່າແກ່ ທີ່ມີຊື່ສຽງ ຂອງ ຈີນ("Time-Honored Brands" ຫຼື Laozihao) ໃນການເຊື່ອມຕໍ່ ລະຫວ່າງ ມໍລະດົກ ເຊິ່ງເປັນສະຖານທີ່ບູຮານ ກັບ ຄວາມນິຍົມ ທີ່ຫັນປ່ຽນ ຢ່າງ ວ່ອງໄວ ຂອງຜູ້ບໍລິໂພກກຸ່ມຄົນຮຸ່ນໃໝ່ ຫຼື Gen Z ທົ່ວໂລກ.

          ທ່ານ ເຊ່ຍຢູຕ້າ ກ່າວວ່າ ກ່ອນທີ່ ຈະເຂົ້າເຖິງ ລາຊະວົງ 6 ນັ້ນ, ຕ້ອງເຂົ້າໃຈ ປະຫວັດສາດຂອງ ຊາ ຫ່ວງຊານ ເໝົາເຟີງ (Huangshan Maofeng) ເຊິ່ງເປັນໜຶ່ງ ໃນສິບສຸດຍອດ ຊາຂຽວ ໃນຕຳນານ ຂອງ ຈີນ. ປະຫວັດສາດ ຂອງບໍລິສັດນີ້ ແມ່ນສືບທອດໂດຍກົງ ມາຈາກຜູ້ກໍ່ຕັ້ງຄື: ທ່ານເຊ່ຍເຈິ້ງອານ (XieZheng’an), ຜູ້ທີ່ມີຊື່ສຽງໂດ່ງດັງ ຈາກການຄິດຄົ້ນ ຂະບວນການອົບຊາ ຢ່າງພິຖີພິຖັນ ຂອງ ຊາຫ່ວງຊານເໝົາເຟີງ ເມື່ອທ້າຍສະຕະວັດທີ19.

“ ທ່ານເຊ່ຍເຈິ້ງອານ ໄດ້ເປີດຮ້ານ ທໍາອິດຢູ່ຊຽງໄຮ້ ເພື່ອແນະນໍາຊາ ທີ່ມີເອກະລັກນີ້ ໃຫ້ຊາວໂລກໄດ້ຮູ້ຈັກ”. ເພິ່ນໄດ້ອະທິບາຍ ຕໍ່ຄະນະສື່ ມວນຊົນວ່າ : “ຄຳວ່າເຊ່ຍ (Xie) ແມ່ນຕາງໜ້າ ໃຫ້ຢາກຸນຂອງຜູ້ກໍ່ຕັ້ງ, ສ່ວນຄໍາວ່າ ຢູຕ້າ (Yu Da) ໝາຍເຖິງ ພາລະກິດຂອງຄົນ ແຕ່ລະເຊັ່ນ ຄົນທີ່ຈະເຜີຍແຜ່ ແລະ ແບ່ງປັນຄວາມສຸກ ຂອງຊາຊັ້ນເລີດ ໃຫ້ຜູ້ທີ່ຫຼົງໄຫຼຊາ ໃນທຸກຫົນທຸກແຫ່ງ ຢ່າງກວ້າງ ຂວາງ”. ໃນໄລຍະຜ່ານມາ 6 ເຊັ່ນຄົນ, ຜູ້ບໍລິຫານບໍລິສັດ ຍັງເປັນຄົນ ໃນວົງຕະກຸນນີ້, ໂດຍຮັກສາເຕັກນິກ ການປຸງແຕ່ງ ແບບດັ້ງເດີມ ທີ່ມີຄວາມຊ່ຽວຊານ ເປັນຢ່າງດີ.

ເຂດອານຮຸຍ: ແຫຼ່ງກຳເນີດ4ໃນ10 ສຸດຍອດຊາຂອງຈີນ ໂດຍມີຈຸດສູນກາງ ຢູ່ອ້ອມຮອບເຂດພູເຂົາ ຫ່ວງຊານ:

 1. ຫ່ວງຊານເໝົາເຟີງ (Huangshan Maofeng): ຊາຂຽວ-ຜ່ານການ ຂົ້ວໃນໝໍ້ໍຂາງ ຫລື ກະທະແລະອົບ ຕາມວິທີດັ້ງເດີມ ໃຫ້ມີກິ່ນອັນຫອມ ຫວນ.

 2. ໄທ່ຜິງໂຫ່ວຂຸຍ (Taiping Houkui): ຊາຂຽວ - ໃບໃຫຍ່ແລະແປນ.

 3. ລູ່ອານກວາພ້ຽນ (Lu'anGuapian): ຊາຂຽວ - ໃບຊາຮູບຮ່າງຄືແກ່ນໝາກໂມ.

 4. ຊາດຳສີເໝິນ (Black Tea): ຊາໝັກເຕັມສ່ວນ - ມີຊື່ສຽງໂດ່ງດັງໃນລະດັບສາກົນ.

ການກະຈາຍຊາໄປສູ່ມວນຊົນ: ການເລີ່ມຕົ້ນໃໝ່ ຈາກຕໍານັກຫຼວງ

ພາຍໃນພິພິ ທະພັນຊາສະເພາະ ຂອງ ບໍລິສັດ, ມີວັດຖຸບູຮານ ທີ່ເຊື່ອມໂຍງເຄື່ອງດື່ມ ຍຸກໃໝ່ເຂົ້າກັບ ການປ່ຽນແປງ ຄັ້ງສຳຄັນໃນ ປະຫວັດ ສາດສັງຄົມຈີນ. ໜຶ່ງໃນນິທັດສະການ ທີ່ໂດດເດັ່ນ ໄດ້ລົງເລິກກ່ຽວກັບ ມໍລະດົກຂອງ ພະເຈົ້າຈູຢວນຈາງ (Zhu Yuanzhang), ປະຖົມກະສັດ ຜູ້ກໍ່ຕັ້ງລາຊະ ວົງໝິງ. ກ່ອນລາຊະວົງໝິງ, ຊາສ່ວນໃຫຍ່ ແມ່ນຖືກອັດ ເປັນກ້ອນໜາ ແລະມີລາຄາແພງຫຼາຍ, ເຮັດໃຫ້ມັນເປັນສິ່ງທີ່ຈຳກັດ ຢູ່ສະເພາະ ແຕ່ໃນລາຊະສຳນັກ ແລະກຸ່ມປັນຍາຊົນ ຊັ້ນສູງເທົ່ານັ້ນ.

ທ່ານ ກຸ້ຍ ໄດ້ເວົ້າເນັ້ນວ່າ: “ ນອກເໜືອ ຈາກຜົນງານທາງດ້ານ ການເມືອງແລ້ວ, ຈັກກະພັດຈູຢວນຈາງ ຍັງມີບົດບາດ ອັນໃຫຍ່ຫຼວງ ໃນ ການ ເຮັດໃຫ້ຊາ ເປັນສິ່ງທີ່ປະຊາຊົນທົ່ວໄປ ເຂົ້າເຖິງໄດ້. ໂດຍການອອກ ລາຊະອົງການໃຫ້ປ່ຽນຈາກ ຊາກ້ອນອັດແໜ້ນ ມາເປັນ ໃບຊາແຫ້ງ ແບບ ກະຈາຍ, ພະອົງໄດ້ຫຼຸດ ຕົ້ນທຶນລົງ ຢ່າງມະຫາສານ. ເປັນຄັ້ງທຳອິດ ທີ່ປະຊາຊົນທົ່ວໄປ ສາມາດຊື້ໃບຊາໃນປະລິມານໜ້ອຍ ແລະດື່ມໄດ້ໃນທຸກໆມື້ ”. ການປະສົມປະສານ ທາງປະຫວັດສາດ ຂອງ ຊາ ເຂົ້າໃນຊີວິດປະຈຳວັນນີ້ ຄຽງຄູ່ກັບ ວິຊາການແບບດັ້ງເດີມ, ການຂຽນອັກສອນຈີນ, ການແຕ້ມ ຮູບ ແລະ ພິທີກຳຄາລະ ວະຄູ (Bai Shi) ອັນສັກສິດ ໄດ້ກາຍເປັນຮາກຖານ ທາງວັດທະນະທຳ ທີ່ເຊ່ຍຢູຕ້າ ຕັ້ງເປົ້າໝາຍທີ່ ຈະສົ່ງອອກໄປສູ່ໂລກ ຕາເວັນຕົກ. ເຂດປົກປັກຮັກສາ ຊີວະນາໆພັນ ໃນເນື້ອທີ່ 2.000 ມູ່ (Mu) ຫລືປະມານ 133 ເຮັກຕາ.

ຂໍ້ໄດ້ປຽບທາງດ້ານ ການແຂ່ງຂັນ ທີ່ສຳຄັນຂອງເຊ່ຍຢູຕ້າ ແມ່ນຢູ່ທີ່ປັດຊະຍາການ ກະສິກຳ ທີ່ເປັນເອກະລັກ. ບໍລິສັດໄດ້ບໍລິຫານ ສວນຊາ ແບບຄົບ ວົງຈອນ ທີ່ມີເນື້ອທີ່ກວ້າງໃຫຍ່. ແຕ່ສິ່ງທີ່ແຕກຕ່າງ ຈາກສວນຊາອຸດສາຫະກຳ ທົ່ວໄປຄື ມີເນື້ອທີ່ພຽງແຕ່ 800 ຫາ 900ມູ່ເທົ່ານັ້ນ ທີ່ຖືກນຳໃຊ້ເຂົ້າໃນ ການປູກຕົ້ນຊາ ຢ່າງຈິງຈັງ. ສ່ວນເນື້ອທີ່ທີ່ເຫຼືອ ແມ່ນຖືກປ່ອຍໃຫ້ ເປັນປ່າທໍາມະຊາດ, ເຊິ່ງປະກອບມີ ປ່າໄມ້ດັ້ງເດີມ, ແຫຼ່ງນ້ຳ ທໍາ ມະຊາດເທິງພູ, ແລະ ພູມສັນຖານ ທີ່ຂ້ອນຂ້າງສູງຊັນ. ສິ່ງດັ່ງກ່າວນີ້ ໄດ້ສ້າງໃຫ້ເປັນເຂດ ສາທິດທີ່ທັນສະໄໝ ສຳລັບ ຄວາມຫຼາກຫຼາຍ ທາງຊີວະ ພາບ ແລະ ຄວາມດຸນດ່ຽງ ທາງດ້ານລະບົບນິເວດ.

ທ່ານ ກຸ້ຍ ໄດ້ກ່າວເນັ້ນໜັກວ່າ: “ ນີ້ບໍ່ແມ່ນເປັນສູນກາງ ການຜະລິດເທົ່ານັ້ນ, ຫາກຍັງເຮັດໜ້າທີ່ ເປັນສູນສະເພາະ ທາງດ້ານ ການເພາະ ພັນເບ້ຍໄມ້, ການປັບປຸງ ທາງດ້ານເຕັກນິກ ແລະ ການສຶກສາໃຫ້ແກ່ມວນຊົນ. ສະພາບແວດລ້ອມ ທີ່ບໍລິສຸດນີ້ ເຮັດໃຫ້ຊາ ຂອງພວກເຮົາ ໄດ້ຮັບ ການຮັບຮອງ ເປັນຊາອໍແກນິກ (Organic) ແລະ ຖືກກຳນົດໃຫ້ເປັນ ອາຫານສີຂຽວ ເຊິ່ງເຮັດໃຫ້ພວກເຮົາ ມີຂໍ້ໄດ້ປຽບ ໃນການແຂ່ງຂັນ ຢ່າງຫຼວງ ຫຼາຍ ໃນຕະຫຼາດທີ່ເນັ້ນໃສ່ຄຸນນະພາບ”.

ເຖິງແມ່ນວ່າ ຈະມີຮາກຖານ ທາງປະຫວັດສາດ ທີ່ເລິກເຊິ່ງ, ແຕ່ເຊ່ຍຢູຕ້າ ຍັງເສີມຂະຫຍາຍ ທ່າແຮງຢ່າງຕໍ່ເນື່ອງ ເພື່ອຮັກສາ ຄວາມ ສາມາດ ໃນການແຂ່ງຂັນ ໃນຕະຫຼາດ, ທ່ານກຸ້ຍ ໄດ້ວາງຍຸດທະສາດ ການຕະຫຼາດຢ່າງຮອບດ້ານ ເພື່ອຮອງຮັບ ການປ່ຽນແປງ ຂອງຜູ້ບໍລິໂພກ ທັງພາຍ ໃນ ແລະ ຕ່າງປະເທດ, ທ່ານກ່າວວ່າ : “ ຈຸດສຸມທຳອິດ ແມ່ນການເຜີຍແຜ່ ຄວາມຮູ້ໃຫ້ຄົນຮຸ່ນໃໝ່. ໂດຍການນຳໃຊ້ພິພິຕະພັນ ແລະ ພື້ນ ຖານໂຄງລ່າງ ການທ່ອງທ່ຽວ ຂອງ ບໍລິສັດ, ພວກເຂົາເຈົ້າ ກຳລັງເຮັດໃຫ້ສິລະປະການຊົງຊາ, ການຊີມຊາ ແລະ ມາລະຍາດໃນການດື່ມຊາ ເປັນ ເລື່ອງ ທີ່ເຂົ້າໃຈງ່າຍ, ເຮັດໃຫ້ວັດທະນະທຳຊາ ແບບດັ້ງເດີມ ສາມາດເຂົ້າເຖິງໄດ້ ແລະ ສອດຄ່ອງກັບວິຖີຊີວິດຂອງໄວໜຸ່ມ ”.

ການຊຸກຍູ້ປາກົດການ“ຊາຍຸກໃໝ່”ໃນຮູບແບບບີທູບີB2B ທົ່ວໂລກ ຄື: ແຮງຂັບເຄື່ອນ ທີສອງທີ່ມີມູນຄ່າສູງຄື: ການວາງຕຳແໜ່ງ ໃຫ້ເຊ່ຍຢູຕ້າ ເປັນຜູ້ສະໜອງ ວັດຖຸດິບຊັ້ນເລີດ ໃຫ້ກັບຕະຫຼາດເຄື່ອງດື່ມ ຊາຍຸກໃໝ່ (New Tea Beverage) ທີ່ມີການເຕີບໂຕ ຢ່າງກ້າວກະໂດດ ເຊິ່ງລວມມີເຄືອຂ່າຍ ຮ້ານຊານົມ ລະດັບສາກົນ, ຊາກະປ໋ອງ ແລະ ກາໝາຍເຄື່ອງດື່ມຊາພ້ອມດື່ມ (RTD - Ready-to-Drink) ລະດັບພຣີມຽມ.

ວິທີການແບບດັ້ງເດີມຂອງຈີນ:

 * ໃບຊາລ້ວນເຕັມໃບ, ບໍ່ປະສົມສິ່ງອື່ນ

 * ຊົງໄດ້ຫຼາຍນ້ຳໃນໝໍ້ກາຊາດິນເຜົາຫຼືເຕົ້າກາຊາເຊລາມິກ

 * ເນັ້ນໃສ່ເລື່ອງລາວຂອງແຫຼ່ງກຳເນີດຊາ

ລົດຊາດຄວາມນິຍົມຂອງຕາເວັນຕົກ ແລະ ຕາເວັນອອກກາງ:

 * ນິຍົມຊາຊອງ ທີ່ເປັນໃບຊາບົດ ຫຼື ຊອຍລະອຽດ

 * ມັກເພີ່ມນ້ຳຕານ, ນົມແລະພືດສະໝຸນໄພ/ດອກໄມ້

 * ໃຫ້ຄຸນຄ່າແກ່ຮູບແບບ ພິທີກຳແລະຄວາມສວຍງາມ ຂອງເຄື່ອງຊົງຊາ

ທ່ານກຸ້ຍໄດ້ກ່າວວ່າ ກ່ຽວກັບອຸປະສັກ ທາງດ້ານວັດທະນະທຳ ໃນການຂະຫຍາຍ ມໍລະດົກຊາຈີນໄປສູ່ ເວທີສາກົນ, ໂດຍສັງເກດວ່າ ໃນຂະນະທີ່ ຈີນມັກໃບຊາ ບໍລິສຸດເຕັມໃບ, ແຕ່ພາກພື້ນເຊັ່ນ: ຕາເວັນອອກກາງ ແລະ ເອີຣົບແມ່ນມັກຊ າທີ່ມີລົດຊາດເຂັ້ມຂຸ້ນ, ຫວານ ຫຼື ປະສົມນົມ. ຫຼັງຈາກ ການຢ້ຽມຢາມ ທາງການທູດ ແລະ ລະດັບລັດຖະບານ ຢູ່ຕ່າງປະເທດ ໃນຊຸມປີຜ່ານມານີ້, ຜູ້ບໍລິໂພກໃນລະດັບສາກົນ ໄດ້ສະແດງ ຄວາມສົນໃຈ ຢ່າງຫຼວງຫຼາຍ ຕໍ່ກັບເຄື່ອງຊົງຊາຂອງຈີນ, ພິທີການຊົງຊາ ແລະ ປັດຊະຍາອັນເລິກເຊິ່ງ ທີ່ຢູ່ເບື້ອງຫຼັງປະສົບການ ດັ່ງກ່າວ.

ນອກຈາກນັ້ນ, ທ່ານກຸ້ຍໄດ້ກ່າວສະຫຼຸບ ໃນຕອນທ້າຍວ່າ: “ພວກເຮົາ ຕ້ອງຍອມຮັບວ່າ ຊາແມ່ນໜຶ່ງໃນເຄື່ອງດື່ມ ທີ່ມີຜູ້ນິຍົມ ຫຼາຍທີ່ສຸດ ໃນໂລກ, ໂດຍມີຄວາມຫຼາກຫຼາຍ ໄປຕາມແຕ່ລະພາກພື້ນ. ໃນທີ່ສຸດແລ້ວ, ເປົ້າໝາຍລະດັບສາກົນ ຂອງ ພວກເຮົາ ບໍ່ແມ່ນພຽງແຕ່ ການ ຂາຍ ນ້ຳ ຊາ ຫຼື ຕົວຜະລິດຕະພັນ ທາງກາຍະພາບເທົ່ານັ້ນ. ແຕ່ມັນແມ່ນ ການແບ່ງປັນ ປັດຊະຍາ ແລະ ວັດທະນະທຳ ຂອງພວກເຮົາ ຜ່ານໃບຊາ, ການແລກ ປ່ຽນ ເຕັກນິກ ແລະ ການສ້າງບົດສົນທະນາ ລະດັບໂລກ ລະຫວ່າງ ວັດທະນະທຳຕ່າງໆ ທີ່ ຊາເປັນຕົວແທນ”.

 

KPL