ເກຣັກ ຈະກອງປະຊຸມໂລກກ່ຽວກັບວັນນະກຳຄຣາສສິກ ຄັ້ງທີ 2

02/06/2026 21:09
Email Print 83
KPL - Asean 2024 ກອງ​ປະ​ຊຸມ ​​ວັນ​ນະ​ກຳ​ຄ​ຣາ​ສ​ສິກ​ໂລກ ​ຄັ້ງ​ທີ 2 ພາຍ​ໃຕ້​ຫົວ​ຂໍ້ “ການ​ສົນ​ທະ​ນາ​ ລະ​ຫວ່າງ​ ສະ​ໄໝ​ບູ​ຮານ ​ແລະ​ ປັດ​ຈຸ​ບັນ: ການ​ສັ່ງ​ສອນ​ຂອງ​ສະ​ຕິ​ປັນ​ຍາ​ບູ​ຮານ ​ທີ່​ມີ​ຕໍ່​ຍຸກ​ປັດ​ຈຸ​ບັນ ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ ອາ​ແຕນ​ ຂອງ​​ເກ​ຣັກ​ ລະ​ຫວ່າງວັນ​ທີ 9 ຫາ​ 10 ມິ​ຖຸ​ນາ​ນີ້

     ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ,  ວັນ​ທີ 1 ມິ​ຖຸ​ນາ​ນີ້, ​ສະ​ພາບັນ​ດິດ​ ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ​ກ່ຽວ​ກັບ ​ກອງ​ປະ​ຊຸມ​​ວັນ​ນະ​ກຳ​ຄ​ຣາ​ສ​ສິກ ໂລກ​ຄັ້ງ​ທີ 2 ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ ​ໂດຍ​ແຈ້ງ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ ​​ວັນ​ນະ​ກຳ​ຄ​ຣາ​ສ​ສິກ​ໂລກ ​ຄັ້ງ​ທີ 2 ພາຍ​ໃຕ້​ຫົວ​ຂໍ້ “ການ​ສົນ​ທະ​ນາ​ ລະ​ຫວ່າງ​ ສະ​ໄໝ​ບູ​ຮານ ​ແລະ​ ປັດ​ຈຸ​ບັນ: ການ​ສັ່ງ​ສອນ​ຂອງ​ສະ​ຕິ​ປັນ​ຍາ​ບູ​ຮານ ​ທີ່​ມີ​ຕໍ່​ຍຸກ​ປັດ​ຈຸ​ບັນ ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ ອາ​ແຕນ​ ຂອງ​​ເກ​ຣັກ​ ລະ​ຫວ່າງວັນ​ທີ 9 ຫາ​ 10 ມິ​ຖຸ​ນາ​ນີ້ ໂດຍ​ຈະ​ເຊື້ອ​ເຊີນ ​ນັກ​ວິ​ຊາ​ການ​ຄົ້ນ​ຄວ້າ​​ ວັນ​ນະ​ກຳ​ ຄ​ຣາ​ສ​ສິກຈີນ ​ແລະ​ ຕ່າງ​ປະ​ເທດ ລວມ​ທັງຜູ້​ຊ່ຽວ​ຊານ ແລະ​ ນັກ​ວິ​ຊາ​ການ​ໃນ​ຂົງ​ເຂດ ​ອະ​ລິ​ຍະ​ທຳ, ວັດ​ທະ​ນະ​ທຳ, ບູ​ຮານ​ນະ​ຄະ​ດີ​ ແລະ ​ຂົງ​ເຂດ​ອື່ນໆ​ເຂົ້າ​ຮ່ວມ ​ເພື່ອ​ລົງ​ເລິກ​ສົນ​ທະ​ນາ​ກັນ ກ່ຽວ​ກັບ​ ຫົວ​ຂໍ້​ທີ່​ກ່ຽວ​ຂ້ອງ​ກັບ ​ອະ​ລິ​ຍະ​ທຳ​​ ວັນ​ນະ​ກຳ​ຄ​ຣາ​ສ​ສິກ,​ເຊິ່ງ​ຈະ​ເປັນ​ເວ​ທີ​ທີ່​ສຳ​ຄັນ​ໃຫ້​ແກ່ ​ນັກ​ຄົ້ນ​ຄວ້າ ​ອະ​ລິ​ຍະ​ທຳ​​ ວັນ​ນະ​ກຳ ​ຄ​ຣາ​ສ​ສິກ ​ທົ່ວຂອງ​ໂລກ​ ໃນ​ການ​ແລກ​ປ່ຽນ ​ຄວາມ​ຄິດ​ເຫັນ​ແລະ ​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL