ສປ ຈີນ ປະສົບຜົນສຳເລັດໃນການສົ່ງດາວທຽມກຸ່ມ 08 ຂອງກຸ່ມດາວທຽມອິນເຕີເນັດວົງໂຄຈອນຕ່ຳ
Email
Print
83
KPL - Asean 2024
ສປ ຈີນ ໄດ້ຍິງສົ່ງດາວທຽມກຸ່ມ 08 ຂອງກຸ່ມດາວທຽມອິນເຕີເນັດ ວົງໂຄຈອນຕ່ຳ ຊ່ຽນຟ່ານ(G60)ຂຶ້ນສູ່ ອະວະກາດ ດ້ວຍຈະຫລວດ ສົ່ງຍານຊາງເຈີ່ງ-12B Y1

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 1 ມິຖຸນານີ້ ຢູ່ເຂດທົດລອງປະດິດສ້າງໃໝ່ ການບິນອະວະກາດການຄ້າຕົ່ງເຟີ່ງ, ສປ ຈີນ ໄດ້ຍິງສົ່ງດາວທຽມກຸ່ມ 08 ຂອງກຸ່ມດາວທຽມອິນເຕີເນັດ ວົງໂຄຈອນຕ່ຳ ຊ່ຽນຟ່ານ(G60)ຂຶ້ນສູ່ ອະວະກາດ ດ້ວຍຈະຫລວດ ສົ່ງຍານຊາງເຈີ່ງ-12B Y1, ດາວທຽມໄດ້ເຂົ້າສູ່ວົງໂຄຈອນ ທີ່ຄາດໄວ້ຢ່າງສະດວກ ເຮັດໃຫ້ພາລະກິດ ຍິງສົ່ງດາວທຽມຄັ້ງນີ້ ໄດ້ຮັບຜົນສຳເລັດ ຢ່າງຈົບງາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
