ບໍລິສັດ Alliance Laundry Systems ມອບຕົ້ນແບບ ການຂະຫຍາຍຂີດ ຄວາມສາມາດໃນການຜະລິດ ອຸດສາຫະກຳເຄື່ອງຊັກຜ້າລະດັບໂລກ ທົ່ວພາກພື້ນອາຊຽນ
ຂປລ. ສິ່ງອຳນວຍຄວາມສະດວກທີ່ໄດ້ຮັບການປັບປຸງໃໝ່ນີ້ສະແດງໃຫ້ເຫັນເຖິງການຜະລິດອຸປະກອນຊັກຜ້າ ເພື່ອການຄ້າຮຸ່ນຕໍ່ໄປ ແລະ ມີສູນນະວັດຕະກຳ STAR Lab (Thailand Science Technology Research Laboratory) ທີ່ຂະຫຍາຍໃຫຍ່ຂຶ້ນ ຊຶ່ງເປັນບ່ອນຜະລິດນະວັດຕະກຳການຊັກລີດອັດສະລິຍະ, ມີປະສິດທິພາບສູງ ແລະ ຍືນຍົງ ສຳລັບພາກພື້ນອາຊີປາຊີຟິກ.
![]()
ທ່ານ ເບນ ດັອບສ໌ ກຳມະການຜູ້ຈັດການປະຈຳພາກພື້ນອາຊີປາຊີຟິກ ບໍລິສັດ Alliance Laundry ປະເທດໄທ ຈຳກັດ ໄດ້ກ່າວວ່າ: ເປັນເວລາຫລາຍກວ່າ 118 ປີແລ້ວທີ່ Alliance Laundry Systems ໄດ້ສ້າງ ຊື່ສຽງດ້ານຄຸນນະພາບ, ຄວາມໜ້າເຊື່ອຖື ແລະ ນະວັດຕະກຳຢ່າງຕໍ່ເນື່ອງໃນອຸດສາຫະກຳຊັກຜ້າເພື່ອການຄ້າ, ໂຮງງານໃນປະເທດໄທຂອງພວກເຮົາ ສະແດງໃຫ້ເຫັນວ່າ ພວກເຮົາປ່ຽນຈຸດແຂງເຫລົ່ານີ້ໃຫ້ເປັນນະວັດຕະກຳທີ່ ສະຫລາດ ແລະ ມີປະສິດທິພາບ ຊຶ່ງຕອບໂຈດສິ່ງທ້າທາຍໃນການດຳເນີນງານຕົວຈິງ, ພ້ອມທັງສົ່ງມອບຄຸນຄ່າ ແລະ ຄຸນນະພາບໃນໄລຍະຍາວໃຫ້ກັບນັກລົງທຶນ ແລະ ນັກທຸລະກິດຕ່າງໆ. ດ້ວຍການປະສົມປະສານວິສະວະກໍາຂັ້ນສູງ, ຜົນການຜະລິດທີ່ແມ່ນຍຳ ແລະ ສູນວີໄຈ STAR Lab ແຫ່ງທຳອິດຂອງພາກພື້ນ, ພວກເຮົາມີຄວາມພ້ອມ ຢ່າງຍິ່ງໃນການສົ່ງມອບຜະລິດຕະພັນທີ່ຈະສະໜັບສະໜູນປະສິດທິພາບໃນການດຳເນີນງານ ແລະ ຄວາມຕ້ອງການ ທາງທຸລະກິດໃນໄລຍະຍາວຕ່າງໆ.
![]()
ການເຕີບໂຕຂອງຕະຫລາດທີ່ເຂັ້ມແຂງສຳລັບເຄື່ອງຊັກຜ້າເຊີງພານິດໃນຂົງເຂດອາຊີປາຊີຟິກ
ພາກພື້ນອາຊີປາຊີຟິກ ຍັງເປັນພາກພື້ນທີ່ມີການເຕີບໂຕທີ່ສຳຄັນສຳລັບອຸດສາຫະກຳການຊັກຜ້າ ເພື່ອການຄ້າ ອັນເນື່ອງມາຈາກການຂະຫຍາຍຕົວຂອງຕົວເມືອງ, ການບໍລິໂພກຂອງຊົນຊັ້ນກາງທີ່ເພີ່ມຂຶ້ນ ແລະ ການຂະຫຍາຍຕົວຢ່າງໄວວາໃນຂະແໜງການບໍລິການ. ໃນປະເທດລາວຜູ້ບໍລິໂພກນິຍົມໃຊ້ບໍລິການຮ້ານສະດວກຊັກຫລາຍຂຶ້ນຍ້ອນຄວາມສະດວກສະບາຍ. ໃນຂະນະທີ່ໂຮງແຮມຕ່າງໆກຳລັງຫັນມາຈ້າງບໍລິສັດທາງນອກຊັກຜ້າໃຫ້ເພື່ອຫລຸດຜ່ອນຕົ້ນທຶນ, ຄວາມສັບຊ້ອນຂອງການຈ້າງແຮງງານ ແລະ ຄວາມສ່ຽງໃນການດຳເນີນງານ. ໃນເວລາດຽວກັນ, ຄວາມຕື່ນຕົວດ້ານສິ່ງແວດລ້ອມທີ່ເພີ່ມຂຶ້ນ ແລະ ຄວາມຄາດຫວັງດ້ານກົດລະບຽບສຳລັບຜະລິດຕະພັນ ແລະ ການດຳເນີນງານທີ່ຍືນຍົງ ແມ່ນກຳລັງຊຸກຍູ້ໃຫ້ທຸລະກິດຕ່າງໆຫັນມາໃຊ້ວິທີການປະຢັດພະລັງງານຫລາຍຂຶ້ນ ຊຶ່ງເປັນການເລັ່ງຄວາມຕ້ອງການອຸປະກອນເພື່ອການຄ້າໃຫ້ເພີ່ມຂຶ້ນຕື່ມອີກ.
![]()
ບໍລິສັດ Alliance Laundry Systems (ALS) ໄດ້ກຳນົດໃຫ້ ສປປ ລາວ ເປັນຕະຫລາດໃໝ່ທີ່ກຳລັງມາແຮງ (Emerging Market) ສຳລັບທຸລະກິດຮ້ານຊັກຜ້າແບບບໍລິການດ້ວຍຕົນເອງ (Self-service laundromat), ອັນເນື່ອງມາຈາກວິຖີຊີວິດຂອງຜູ້ບໍລິໂພກທີ່ປ່ຽນແປງໄປ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນຕໍ່ກັບວິທີການຊັກລີດທີ່ສະດວກສະບາຍ. ໃນທ້າຍປີ 2025, ບໍລິສັດໄດ້ໃຫ້ການສະໜັບສະໜູນການດຳເນີນງານຮ້ານຊັກຜ້າຫລາຍແຫ່ງໃນ ສປປ ລາວ ຊຶ່ງສ່ວນໃຫຍ່ແມ່ນຕັ້ງຢູ່ໃນນະຄອນຫລວງວຽງຈັນ ແລະ ມີແຜນຂະຫຍາຍສາຂາໄປສູ່ຕົວເມືອງອື່ນໆໃນອະນາຄົດ.
ໃນລະຫວ່າງການຢ້ຽມຢາມຂອງສື່ມວນຊົນຢູ່ປະເທດໄທ, ຕົວແທນຈາກ ALS ໄດ້ລະບຸວ່າ: ການທີ່ຜູ້ບໍລິ ໂພກຊາວລາວໄດ້ມີໂອກາດເຫັນ ແລະ ທົດລອງໃຊ້ການບໍລິການຮ້ານສະດວກຊັກຢູ່ປະເທດໄທ ທີ່ມີຊາຍແດນຕິດຈອດກັນນັ້ນ, ກໍເປັນອີກປັດໄຈໜຶ່ງທີ່ເຮັດໃຫ້ຮູບແບບທຸລະກິດນີ້ ໄດ້ຮັບການຍອມຮັບຫລາຍຂຶ້ນໃນລາວ. ພ້ອມນີ້, ທ່ານ ສຸກຣີ ກີໄຣ (Sukree Kirai) ຜູ້ອຳນວຍການຝ່າຍຂາຍປະຈຳອາຊີຕາເວັນອອກສຽງໃຕ້ຂອງ ALS ໄດ້ກ່າວວ່າ: ພວກເຮົາເຫັນໄດ້ເຖິງຜົນຕອບຮັບທີ່ດີຈາກຜູ້ປະກອບການຮ້ານຊັກຜ້າໃນລາວຕະຫລອດໄລຍະຜ່ານມາ. ໃນຂະນະທີ່ການຮັບຮູ້ຂອງຜູ້ຄົນຍັງຄົງຂະຫຍາຍຕົວຢ່າງຕໍ່ເນື່ອງ, ພວກເຮົາເຊື່ອໝັ້ນວ່າປະເທດລາວມີທ່າແຮງໃນ ໄລຍະຍາວທີ່ແຂງແຮງສຳລັບຮູບແບບທຸລະກິດນີ້.
![]()
ການສ້າງມາດຕະຖານການຜະລິດໃໝ່ຢູ່ໂຮງງານໃນປະເທດໄທ
ໂຮງງານ ALS ມີພື້ນທີ່ປະມານ 27.000 ຕາແມັດ ໃນແຂວງຊົນບູລີ, ປະເທດໄທ ຊຶ່ງເຮັດໜ້າທີ່ເປັນສູນກາງການສົ່ງອອກຂອງພາກພື້ນ ແລະ ຈະເປັນຈຸດເລີ່ມຕົ້ນສຳລັບການເພີ່ມການຜະລິດໄປຍັງປະເທດລາວ, ໂຮງງານແຫ່ງນີ້ມີຂະບວນການຜະລິດທີ່ມີໂຄງສ້າງໂດຍນຳໃຊ້ເຄື່ອງຈັກທີ່ມີຄວາມແມ່ນຍຳ ຊຶ່ງໄດ້ຮັບການອອກແບບກັບວິສະວະກຳຈາກເຢຍລະມັນ ເພື່ອໃຫ້ສາມາດຂຶ້ນຮູບສ່ວນປະກອບໄດ້ຢ່າງແມ່ນຍຳສູງ ແລະ ຄົງຄຸນນະພາບຜະລິດຕະພັນໃຫ້ສະໝໍ່າສະເໝີໃນທຸກໆເຄື່ອງ. ໂດຍນຳໃຊ້ເຕັກໂນໂລຊີຂັ້ນສູງຕ່າງໆເຊັ່ນ: ການສ້າງແບບຈຳລອງຢ່າງໄວວາ (rapid prototyping) ແລະ ວິສະວະກຳທີ່ໃຊ້ຄອມພິວເຕີຊ່ວຍ (computer-aided engineering) ສາມາດອອກແບບ, ຈຳລອງ ແລະ ກວດສອບຜະລິດຕະພັນຕົວຈິງກ່ອນທີ່ຈະເຂົ້າສູ່ການຜະລິດເຕັມຮູບແບບ. ແນວທາງແບບຄົບວົງຈອນນີ້ ຊ່ວຍເພີ່ມປະສິດທິພາບການເຮັດວຽກ, ຫລຸດຜ່ອນໄລຍະເວລາໃນການພັດທະນາ ແລະ ເພີ່ມຄວາມໜ້າເຊື່ອຖືເມື່ອທຽບກັບວິທີການຜະລິດແບບດັ້ງເດີມ ເພື່ອໃຫ້ໝັ້ນໃຈວ່າເຄື່ອງຈັກທຸກເຄື່ອງໄດ້ມາດຕະຖານຄວາມປອດໄພ ແລະ ມີປະສິດທິພາບໃນລະດັບສາກົນ.
![]()
ເຄື່ອງຈັກແຕ່ລະເຄື່ອງປະກອບດ້ວຍຄຸນສົມບັດທີ່ອອກແບບມາເພື່ອຫລຸດຜ່ອນການໃຊ້ຊັບພະຍາກອນ, ຫລຸດຜ່ອນການໃຊ້ນ້ຳຕໍ່ຮອບການຊັກ, ເພີ່ມປະສິດທິພາບການໃຊ້ພະລັງງານໃຫ້ສູງສຸດ ແລະ ຮອງຮັບອາຍຸການໃຊ້ ງານຂອງເຄື່ອງໃຫ້ຍາວນານຂຶ້ນ.
ຜະລິດຕະພັນຫລັກ: ເຄື່ອງຊັກ-ອົບຜ້າ Stax-X, ເຄື່ອງຊັກ-ອົບຜ້າແບບວາງຊ້ອນກັນ ທີ່ອອກແບບມາສຳລັບເຈົ້າຂອງທຸລະກິດມືໃໝ່, ຜູ້ປະກອບການຂະໜາດນ້ອຍ-ຂະໜາດກາງ (SME) ແລະ ຜູ້ປະກອບການຮ້ານ ຊັກຜ້າຂະໜາດນ້ອຍຕ່າງໆ. Stax-X ມີການປະສົມປະສານການຊັກ ແລະ ອົບໃນຮູບແບບແນວຕັ້ງ ແລະ ມີຈຳ ໜ່າຍພາຍໃຕ້ແບຣນໃນເຄືອຂອງ ALS ລວມມີ Speed Queen, Huebsch, IPSO ແລະ Primus. ຄຸນສົມບັດຫລັກລວມມີ: ຮອບການຊັກທີ່ຕັ້ງໂປຣແກຣມໄດ້, ເຄື່ອງມືການເພີ່ມຍອດຂາຍ ແລະ ການຕັ້ງລາຄາທີ່ຍືດຍຸນສຳລັບການໃຊ້ງານໃນແຕ່ລະມື້. ເຄື່ອງຊັກ-ອົບຜ້າ Stax-X ມີໃຫ້ເລືອກ 2 ຂະໜາດຄື: ຂະໜາດ 14 ກິໂລ ແລະ 23 ກິໂລ, ຊຶ່ງທັງສອງຮຸ່ນໄດ້ຮັບການອອກແບບທາງວິສະວະກຳເພື່ອຄວາມທົນທານຕໍ່ການໃຊ້ງານສູງ ແລະ ການບຳລຸງຮັກສາທີ່ຫລຸດຜ່ອນຕົວເຄື່ອງເກີດຄວາມຄັດຄ່ອງໃຫ້ນ້ອຍທີ່ສຸດ.
ເຕັກໂນໂລຊີນີ້ໄດ້ຮັບການພັດທະນາໃນສູນ STAR Lab ຂອງ ALS, ຊຶ່ງເປັນຫ້ອງທົດລອງວິໄຈ ແລະ ພັດທະນາຜະລິດຕະພັນແຫ່ງທຳອິດໃນພາກພື້ນ. ສູນວິໄຈດັ່ງກ່າວ, ເຄື່ອງຈັກຈະຜ່ານການທົດສອບການເຮັດວຽກ ໂດຍໄດ້ຮັບການສະໜັບສະໜູນຈາກທີມວິສະວະກອນລະດັບໂລກຂອງ ALS ເພື່ອໃຫ້ໝັ້ນໃຈວ່າ ອຸປະກອນທັງ ໝົດເປັນໄປຕາມຂໍ້ກຳນົດດ້ານປະສິດທິພາບ, ຄວາມປອດໄພ ແລະ ຂໍ້ກຳນົດຕ່າງໆໃນການວາງຈຳໜ່າຍໃນຕະຫລາດ
ການສ້າງການສະໜັບສະໜູນຫລັງການຂາຍທີ່ຄົບວົງຈອນ ເພື່ອການເຕີບໂຕຂອງທຸລະກິດທີ່ຍືນຍົງ
ສຳລັບບັນດາທຸລະກິດ ແລະ ນັກລົງທຶນ, ລາຄາທີ່ຊື້ເປັນພຽງສ່ວນໜຶ່ງຂອງການເລີ່ມຕົ້ນເທົ່ານັ້ນ, ນອກຈາກການຜະລິດອຸປະກອນຄຸນນະພາບສູງແລ້ວ, ALS ຍັງຈັດຕຽມລະບົບນິເວດການສະໜັບສະໜູນຫລັງການຂາຍທີ່ຄົບວົງຈອນ ຊຶ່ງໄດ້ຮັບການອອກແບບມາເພື່ອຊ່ວຍໃຫ້ລູກຄ້າສາມາດຮັກສາຄວາມໜ້າເຊື່ອຖື ແລະ ປະສິດທິພາບໃນການດຳເນີນງານໄລຍະຍາວ.
ທ່ານ ເບນ ດັອບສ໌ ໄດ້ກ່າວອີກວ່າ: ນັກລົງທຶນບໍ່ໄດ້ຊື້ພຽງແຕ່ເຄື່ອງຈັກ, ພວກເຂົາຕ້ອງການການສະໜັບສະໜູນຕະຫລອດທຸລະກິດແຕ່ການເລີ່ມຕົ້ນຈົນຮອດຕອນຈົບ. ນັ້ນຄືເຫດຜົນທີ່ທຸກໆການຕັດສິນໃຈຂອງພວກເຮົາ, ຕັ້ງແຕ່ວິສະວະກຳຈົນເຖິງການຈັດຈຳໜ່າຍ ແລະ ການບໍລິການ, ຖືກອອກແບບມາເພື່ອປົກປ້ອງການລົງທຶນ ຂອງເຂົາເຈົ້າ ແລະ ສະໜັບສະໜູນຜົນຕອບແທນໃນໄລຍະຍາວ.
ນອກຈາກການຜະລິດອຸປະກອນແລ້ວ, ALS ຍັງໄດ້ຮ່ວມມືກັບຕົວແທນຈຳໜ່າຍຫລັກໃນຕະຫລາດ ທີ່ໃຫ້ບໍລິການ ໂດຍມີເປົ້າໝາຍເພື່ອໃຫ້ການຝຶກອົບຮົມ, ການບຳລຸງຮັກສາ ແລະ ການສະໜັບສະໜູນຫລັງການ ຂາຍ, ພ້ອມທັງການເຂົ້າເຖິງອາໄຫພ້ອມໃຊ້ງານຜ່ານສາງສິນຄ້າໃນພາກພື້ນໃຫ້ແກ່ເຈົ້າຂອງ ແລະ ຜູ້ປະກອບ ການ ເພື່ອໃຫ້ລູກຄ້າສາມາດພົວພັນວຽກກັບ ALS ໄດ້ຢ່າງໝັ້ນໃຈໃນລະບົບທີ່ມີການກຽມພ້ອມໄວ້ແລ້ວ.
ທຸລະກິດ ແລະ ນັກລົງທຶນສາມາດໄດ້ຮັບຜົນປະໂຫຍດຈາກການບໍລິການທີ່ຫລາກຫລາຍນີ້ ມີໄວ້ເພື່ອສະ ໜັບສະໜູນລູກຄ້າໃນທຸກຂັ້ນຕອນ, ຕັ້ງແຕ່ການປະເມີນສະຖານທີ່ເບື້ອງຕົ້ນ, ການວາງຜັງ, ໄປຈົນເຖິງຄວາມພ້ອມ ຂອງອາໄຫລ່ແທ້, ການຊ່ວຍເຫລືອດ້ານເຕັກນິກຕ່າງໆ ແລະ ການຮັບປະກັນ. ແນວທາງແບບຄົບວົງຈອນນີ້ ໄດ້ມີ ສ່ວນຊ່ວຍສ້າງຄວາມສຳພັນທີ່ແຂງແກ່ນ ແລະ ຍືນຍົງກັບລູກຄ້າ ແລະ ຜູ້ປະກອບການໃນທົ່ວຕະຫລາດທີ່ພວກ ເຮົາໃຫ້ບໍລິການ.
ຂໍ້ມູນກ່ຽວກັບບໍລິສັດ Alliance Laundry Systems
ບໍລິສັດ Alliance Laundry ມີສ່ວນເຮັດໃຫ້ໂລກສະອາດຂຶ້ນ ໃນຖານະຜູ້ໃຫ້ບໍລິການລະບົບຊັກຜ້າ ເພື່ອການຄ້າທີ່ມີຄຸນນະພາບສູງສຸດ. ນະວັດຕະກຳການຊັກລີດຂອງພວກເຮົາແມ່ນມີຈຳໜ່າຍພາຍໃຕ້ 4 ແບຣນດັງທີ່ ໄດ້ຮັບຄວາມນິຍົມ ຊຶ່ງຈຳໜ່າຍ ແລະ ສະໜັບສະໜູນໂດຍເຄືອຂ່າຍຕົວແທນຈຳໜ່າຍທີ່ໄດ້ຮັບການຄັດເລືອກທົ່ວ ໂລກ. ພວກເຮົາໃຫ້ບໍລິການປະມານ 150 ປະເທດດ້ວຍພະນັກງານຫຼາຍກວ່າ 4.000 ຄົນ ຊຶ່ງແບຣນຈັດຈຳໜ່າຍ ພາຍການເບິ່ງແຍງຂອງພວກເຮົາລວມມີ: Speed Queen®, Huebsch®, Primus® and IPSO®. ເມື່ອລວມເຂົ້າກັນແລ້ວ, ແບຣນເຫລົ່ານີ້ໄດ້ຄອບຄຸມທັງເຄື່ອງຊັກຜ້າ, ເຄື່ອງອົບຜ້າ ແລະ ເຄື່ອງລີດຜ້າເພື່ອການຄ້າແບບຄົບວົງຈອນ (ດ້ວຍຄວາມຈຸຕັ້ງແຕ່ 20-400 ປອນ ຫລື 9-180 ກິໂລ) ກັບບໍລິການທີ່ພ້ອມໃຫ້ການສະໜັບ ສະໜູນເຕັມຮູບແບບ. ພ້ອມກັນນັ້ນ, ທ່ານຍັງສາມາດເພີດເພີນໄປກັບການຊັກຜ້າທີ່ເໜືອກວ່າ ແລະ ການຖະໜອມ ເນື້ອຜ້າດ້ວຍອຸປະກອນຊັກລີດລະດັບການຄ້າພາຍໃນເຮືອນຂອງທ່ານ ຜ່ານເຄື່ອງຊັກຜ້າ ແລະ ເຄື່ອງອົບຜ້າ Speed Queen®.
ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງທີ່ www.alliancelaundry.com ຫລື ທ່ານສາມາດສົ່ງຄຳຖາມຜ່ານທາງ contact form.
ສົນໃຈລົງທຶນ ຕິດຕໍ່ໄດ້ທີ່:
ທ່ານ ທິຕິຍາກອນ ບົວສີ
ຜູ້ຈັດການຝ່າຍການຂາຍປະຈຳພາກພຶ້ນ
Email: thitiyakorn.buasri@alliancels.com
Tel: +66 61 629 5916
ທ່ານ ຊາລິດາ ພົມມາລີ
ຜູ້ຈັດການຝ່າຍຂາຍອາວຸໂສປະຈຳພຶ້ນທີ່
Email: Chalida.Bhrommarlee@alliancels.com
Tel: +66 62 2946916
ສຳລັບຂໍ້ມູນເພີ່ມຕື່ມ, ກະລຸນາພົວພັນ:
ບໍລິສັດ Ruder Finn ERA Laos ຕົວແທນຝ່າຍການສື່ສານ
ທ່ານ ນາງ ປ່າເດີ້ລໍ່ ໂຊ້ຕູ້ກີ ຜູ້ຈັດການ ຝ່າຍບໍລິການລູກຄ້າ
+856 2023332051
