ປະເທດ ສປຈີນ

25/04/2025 11:59
Email Print 83
KPL - Asean 2024 ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People's Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

     ປະ​ເທດ​ຈີນ(China) ມີ​ຊື່​ຢ່າງ​ເປັນ​ທາງ​ການ​ວ່າ: ສາທາລະນະ​ລັດ ປະຊາຊົນ​ຈີນ(People's Republic of China), ມີ​ນະຄອນຫລວງ ຊື່ວ່າ: ປັກ​ກິ່ງ, ​ ຈີນ ​ເປັນ​ລັດ​ເອກະລາດ ​ໃນ​ອາຊີ​ຕາ​ເວັນ​ອອກ, ​ຕັ້ງ​ຢູ່​ລະຫວ່າງ ສປປ ​ເກົາຫລີ ກັບ ​ຫວຽດນາມ ຕິດ​ກັບ​ທະ​ເລ​ຈີນ​ໃຕ້, ອ່າວ​ເກົາຫລີ, ທະ​ເລ​ເຫລືອງ ​ແລະ ທະ​ເລ​ຈີນ​ຕາ​ເວັນ​ອອກ; ເປັນ​ປະ​ເທດ​ທີ່​ມີ​ປະຊາກອນ​ຫລາຍ​ທີ່​ສຸດ​ໃນ​ໂລກ 1,411 ຕື້​ກວ່າ​ຄົນ(ໃນປີ 2023) ​ເປັນ​ລັດ​ພັກ​ການ​ເມືອງ​ດຽວ, ປົກຄອງ​ໂດຍພັກ​ກອມ​ມູນິດ ຈີນ. ມີ​ເນື້ອ​ທີ່​ທັງ​ໝົດ 9,6 ລ້ານ​ກິ​ໂລ​ຕາ​ແມັດ. ປະຊາຊົນ​ນັບຖື ສາສະໜາ​ພຸດ 18,2%, ສາສະໜາ​ທ້ອງ​ຖິ່ນ 21,9%, ບໍ່​ມີ​ສາສະໜາ 52,2% ​ແລະ ອື່ນໆ; ໃຊ້ພາສາ​ທາງ​ການ​ແມ່ນ ພາສາ​ຈີນ​ກາງ; ສະກຸນ​ເງິນ ​​ຢວນ. ສ່ວນ​ວັນຊາດ​ແມ່ນ ທີ 1 ຕຸລາ ປີ 1949.

            ເສດຖະກິດ​ຂອງ​ຈີນ ​ໄດ້ຂະຫຍາຍຕົວຢ່າງວ່ອງໄວເປັນຕົ້ນ ການ​ລົງທຶນ ​ແລະ ການສົ່ງ​ອອກ​, ກາຍ​ເປັນ​ມະຫາ​ອຳນາດທາງ​ດ້ານເສດຖະກິດ​ ໂດຍມີ​ລວມຍອດ​ຜະລິດຕະພັນ​ພາຍ​ໃນປະເທດ ​(GDP) 17,79 ພັນ​ຕື້​ໂດ​ລາ​ສະຫະລັດ(​ໃນ​ປີ 2023); ສະ​ເລ່ຍຕໍ່​ຫົວ​ຄົນ 12.600 ກວ່າ​ໂດ​ລາ​ສະຫະລັດຕໍ່​ປີ; ອັດຕາ​ການຈະ​ເລີ​ນ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ 5,2% ຕໍ່ປີ. ສິນຄ້າທີ່ສົ່ງອອກລວມມີ: ​ເຄື່ອງ​ກົນຈັກ, ຜະລິດ​ຕະພັນ​ເຄື່ອງ​ໃຊ້​ໄຟຟ້າ, ​ເຄື່ອງນຸ່ງ​ຫົ່ມ, ​ເຫລັກ ​ແລະ ​ໂທລະສັບ​ມື​ຖື. ສ່ວນສິນຄ້າທີ່ນຳ​ເຂົ້າເຊັ່ນ: ເຄື່ອງກົນຈັກໄຟຟ້າ ແລະ ສ່ວນປະກອບ, ສິນຄ້າວັດຖຸດິບ, ສິນຄ້າເຊື້ອໄຟ, ຍານພາຫະນະ, ນ້ຳມັນ, ແຮ່​ເຊື້ອ​ໄຟ, ຢາງ ແລະ  ອຸປະກອນການຂົນສົ່ງ. ສ່ວນ​ປະ​ເທດ​ຄູ່​ການ​ຄ້າ​ ທີ່​ສຳຄັນມີ: ເຂດຮົງ​ກົງ(ສປຈີນ), ສ.ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.​ເກົາຫລີ, ​ເຢຍລະ​ມັນ, ອົດ​ສະຕຣາລີ ຕາມ​ລຳດັບ. ນອກ​ນີ້ ຍັງ​ມີສະຖານ​ທີ່​ທ່ອງ​ທ່ຽວ​ ສວຍ​ງາມເປັນ​ຕົ້ນ​: ນະຄອນຫລວງ ປັກ​ກິ່ງ ​ເປັນ​ຈຸດ​ສູນ​ລວມຂອງ​ ປະຫວັດສາດ​ອັນ​ເກົາ​ແກ່​ຂອງ​ຈີນ 3.000 ກວ່າ​ປີ ​ເຊັ່ນ ພະລາຊາ​ວັງຍຸກ​ເກົ່າ, ພິພິ​ຕະພັນ​ແຫ່ງ​ຊາດ; ​ເກາະ​ຮົງກົງ; ກຳ​ແພງ​ເມືອງ​ຈີນ ມີ​ຄວາມ​ຍາວ ​ປະມານ 8.800 ກິ​ໂລ​ຕາ​ແມັດ ກາຍ​ເປັນ​ກຳ​ແພງ​ທີ່​ມີ​ ຂະ​ໜາດ​ຍາວ​ທີ່​ສຸດ​ໃນ​ໂລກ ​ແລະ ອື່ນໆ.

ປະເທດ ສປຈີນ ແລະ ປະ​ເທດສປປ ລາວ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ທາງ​ການ​ທູດ​ຮ່ວມ​ກັນ ເມື່ອ​ວັນ​ທີ 25.04.1961 ​ເປັນ​ຕົ້ນ​ມາ. ຕະຫລອດໄລຍະຜ່ານມາ ສອງປະເທດ ກໍ່ໄດ້ໃຫ້ຄວາມຊ່ວຍເຫລືອ ເຊິ່ງກັນ ແລະ ກັນ,ມີ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ-ສອງລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-ຈີນ ​ໄດ້​ຮັບ​ການ​ເພີ່ມ​ທະວີນັບ​ມື້​ສູງ​ຂຶ້ນ, ການ​ຂະຫຍາຍຕົວຂອງ​ການ​ຮ່ວມ​ມື ສອງຝ່າຍ​ ໃນ​ດ້ານ​ຕ່າງໆ ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດ ອັນ​ໃຫຍ່​ຫລວງມາສູ່​ ປະຊາຊົນສອງ​ຊາດ ​ພວກ​ເຮົາ. ອັນ​ເປັນ​ການ​ສ່ອງ​ແສງ ​ໃຫ້​ເຫັນ​ເຖິງ​ສາຍ​ພົວພັນ ມິ​ດຕະພາບ​ທີ່​ເປັນ​ມູນ​ເຊື້ອ , ຊຶ່ງ​ໄດ້​ຮັບ​ການ​ຖະນຸຖະໜອມ ​ເພີ່ມ​ພູນ​ຄູນ​ສ້າງທີ່​ມີ​ປະສິດທິ​ຜົນຢ່າງ​ຕໍ່​ເນື່ອງ, ອັນ​ພົ້ນ​ເດັ່ນກວ່າ​ໝູ່​ແມ່ນ​ການ​ຍົກ​ລະດັບສາຍ​ພົວພັນ​ຮ່ວມ​ມື ມາ​ເປັນ​ຄູ່​ຮ່ວມ​ມື ​ແບບ​ຍຸດ​ທະ​ສາດ​ຮອບດ້ານ, ໝັ້ນຄົງ​ຍາວ​ນານ, ສະ​ແດງ​ເຖິງສາຍ​ພົວພັນ ມິດຕະພາບ ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນ ​ແລະ ຈະ​ເລີ​ນງອກ​ງາມ​ ຍິ່ງ​ຂື້ນ​ເລື້ອຍໆ./.

ໂດຍ: ດາ​ວັນ

KPL