ພະຣາຊະວັງຕ້ອງຫ້າມ ປັກກິ່ງ ດຶງດູດຜູ້ເຂົ້າຊົມ ຫລາຍກວ່າ 40.000 ຄົນຕໍ່ວັນ


ພາຍໃຕ້ໂຄງການແລກປ່ຽນ ທັດສະນະສຶກສາ ສໍາລັບ ປີ 2025, ນັກຂ່າວ ຫລາຍກວ່າ 30 ຄົນ ຈາກພາກພື້ນອາຊີ-ປາຊິຟິກ, ອາເມຣິກາ ລາຕິນ, ອາຣາບິກ ແລະ ກາຣິບບຽນ ໄດ້ໄປຢ້ຽມຢາມ ພະຣາຊະວັງ ຕ້ອງຫ້າມ (Forbid den City) ຫລື ຊື່ເປັນ ທີ່ຮູ້ຈັກກັນດີວ່າ ຫໍພິພິທະພັນ ພະຣາຊະວັງ (Palace Museum) ໂດຍແມ່ນ ສູນແລກ ປ່ຽນຂໍ້ມູນຂ່າວ ສານສາກົນ ສປ ຈີນ ຈັດຂຶ້ນ ເມື່ອວັນທີ 29 ເມສາ ຜ່ານມານີ້
ພະຣາຊະວັງຕ້ອງຫ້າມ ເປັນສະຖານທີ່ທ່ອງທ່ຽວ ມໍລະດົກ ທາງດ້ານປະຫວັດສາດ ແລະ ວັດທະນະທໍາ ທີ່ ຍອດນິຍົມແຫ່ງໜຶ່ງ ຂອງ ນະຄອນຫລວງປັກກິ່ງ ຂອງ ສປ ຈີນ, ຊຶ່ງສາມາດ ດຶງດູດຜູ້ເຂົ້າຊົມ (ນັກທ່ອງທ່ຽວ) ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເລ່ຍໃນມື້ໜຶ່ງ ຫລາຍກວ່າ 40.000 ຄົນ.
ຫໍພິພິທະພັນດັ່ງກ່າວ ເປັນຫລັກຖານ ທີ່ມີຄວາມສໍາຄັນ ທາງດ້ານປະຫວັດສາດ ແລະ ມໍລະດົກທາງວັດທະນະທໍາ ທີ່ຮຸ່ງເຮືອງ ໃນອະດີດ ຂອງ ປະເທດຈີນ, ໂດຍມີຮູບຮ່າງ ໂຄງສ້າງ ອາຄານຫໍພະຣາຊະວັງ ທີ່ ອອກແບບ ໃຫ້ມີຄວາມໂດດເດັ່ນຢ່າງຍິ່ງໃຫຍ່ ແລະ ສວຍງາມ. ພະຣາຊະວັງແຫ່ງນີ້ ປະກອບມີ 980 ອາຄານ ທີ່ຖືກອອກແບບ ກໍ່ສ້າງຢ່າງເປັນລະ ບຽບ ພ້ອມດ້ວຍ ຫ້ອງປະຊຸມ ຫລາຍກວ່າ 70 ຫລັງ. ແຕ່ລະອາຄານດັ່ງກ່າວ ໄດ້ຖືກຕົກແຕ່ງ ດ້ວຍສິລະປະລວດລາຍ ທີ່ເປັນ ເອກະລັກໃນຍຸກສະໄໝ ຣາຊະວົງໝິງ ທີ່ຖືກສ້າງຂຶ້ນ ໃນລະຫວ່າງປີ 1406-1420 ໂດຍໃຊ້ເວລາໃນການກໍ່ສ້າງ 14 ປີ. ເປັນພະຣາຊະວັງ ທີ່ມີໂຄງສ້າງດ້ວຍໄມ້ ທີ່ໃຫຍ່ ທີ່ສຸດໃນໂລກ.
ນອກນັ້ນ ຫໍພິພິທະພັນດັ່ງກ່າວ ຍັງເປັນສະຖານທີ່ ເກັບຮັກສາ ລວບລວມ ວັດຖຸບູຮານ ຫລາຍກວ່າ 1,8 ລ້ານອັນ ລວມທັງ ຮູບແຕ້ມ, ການຂຽນຕົວອັກສອນ, ເຄື່ອງ ປັ້ນ ດິນເຜົາ ແລະ ຊັບສົມບັດ ຈໍານວນໜຶ່ງ ຂອງ ຣາຊະວົງ ກໍຄື ເຄື່ອງນຸ່ງຮົ່ມ ແລະ ເຄື່ອງໃຊ້, ໜັງສືເກົ່າແກ່ ທີ່ໜ້າສົນໃຈ ແລະ ເອກະສານ ທາງປະຫວັດສາດ ທີ່ໃຫ້ຄວາມຮູ້ ແລະ ຄຸນຄ່າ ກ່ຽວກັບ ປະຫວັດສາດຂອງປະເທດຈີນ.