ໜ້າທີ່ການບິນຂອງຍານອະວະກາດ “ເຊິນໂຈວ່ 19” ໄດ້ປະສົບຜົນສໍາເລັດຢ່າງຈົບງາມ


ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ,ວັນທີ 30 ເມສາ 2025 ຕາມເວລາປັກກິ່ງ, ຍານອະວະກາດ ບັນທຸກຄົນ “ເຊິນໂຈວ່ 19” ໄດ້ກັບຄືນ ສູ່ໜ້າດິນ ຢ່າງສໍາເລັດຜົນ ຢູ່ສະໜາມລົງຈອດຕົ່ງເຟິ່ງ, ແພດໝໍ ພາກສະໜາມ ໄດ້ຢືນຢັນວ່າ: ນັກບິນ ອະວະກາດ 3 ຄົນ ມີສຸຂະພາບດີ, ໜ້າທີ່ການບິນ ຂອງຍານອະວະກາດ ບັນທຸກຄົນ “ເຊິນໂຈວ່ 19” ໄດ້ປະສົບຜົນສໍາເລັດ ຢ່າງຈົບງາມ.ຍານອະວະກາດບັນທຸກຄົນ “ເຊິນໂຈວ່ 19” ຖືກຍິງສົ່ງ ຂຶ້ນສູ່ ອະວະກາດ ໃນວັນທີ 30 ຕຸລາ 2024, ນັກບິນອະວະກາດ ໄດ້ປະຕິບັດໜ້າທີ່ ຢູ່ສະຖານີ ອະວະກາດ ເປັນເວລາ 183 ວັນ ໂດຍໄດ້ເຄື່ອນໄຫວ ຢູ່ນອກສະຖານີ ອະວະກາດ 3 ຄັ້ງ. ໃນນັ້ນ, ການເຄື່ອນໄຫວ ຢູ່ນອກສະຖານີ ອະວະກາດຄັ້ງທໍາອິດ ທີ່ດໍາເນີນໃນວັນທີ 17 ທັນວາ 2024, ຈຸບິນອະວະກາດ ໄດ້ສ້າງສະຖິຕິໂລກໃໝ່ ກ່ຽວກັບ ຄວາມຍາວນານ ຂອງເວລາທີ່ເຄື່ອນໄຫວ ຢູ່ນອກ ຍານອະວະກາດ ໃນຄັ້ງດຽວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ