ຈີດີພີອາເມລິກາໃນໄຕມາດທີ 1 ປີນີ້ຫລຸດຕ່ຳລົງ 0,3%

02/05/2025 13:32
Email Print 83
KPL - Asean 2024 ລວມຍອດ ຜະລິດ ຕະພັນ ພາຍໃນ(GDP) ຂອງ ສ.ອາເມລິກາ ໃນໄຕມາດທີ 1 ປີ 2025 ໄດ້ຫລຸດລົງ 0,3% ເມື່ອທຽບກັບ ໄຕມາດທີ 4 ປີກາຍນີ້.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ,​ ຕົວເລກຫລ້າສຸດ ທີ່ກະຊວງການຄ້າ ສະຫະລັດ ອາເມລິກາ ປະກາດ ເມື່ອບໍ່ດົນມານີ້ວ່າ: ລວມຍອດ ຜະລິດ ຕະພັນ ພາຍໃນ(GDP) ຂອງ ສ.ອາເມລິກາ ໃນໄຕມາດທີ 1 ປີ 2025 ໄດ້ຫລຸດລົງ 0,3% ເມື່ອທຽບກັບ ໄຕມາດທີ 4 ປີກາຍນີ້. ໃນໄຕມາດທີ 4 ປີ 2024, GDP ຂອງ ສ.ອາເມລິກາ ໄດ້ເພີ່ມຂຶ້ນ2,4% ເມື່ອທຽບກັບ ໄຕມາດທີ 3 ປີ 2024. ນອກຄວາມຄາດໝາຍ ຂອງຕະຫລາດ ລັກສະນະ ບໍ່ແນ່ນອນ ຍ້ອນນະໂຍບາຍ ພາສີ ຂອງລັດຖະບານ ສະຫະລັດ ອາເມລິກາ ໄດ້ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ ທັງເຮັດໃຫ້ ຄວາມໝັ້ນໃຈ ຂອງວິສາຫະກິດ ແລະ ຜູ້ບໍລິໂພກ ຫລຸດໜ້ອຍລົງ. ລັດຖະບານ ສະຫະລັດ ອາເມລິກາ ເພີ່ມເກັບພາສີ ຕໍ່ຄູ່ການຄ້າ ຢ່າງກວ້າງຂວາງ ເຮັດໃຫ້ ນັກເສດຖະສາດ ແລະ ບຸກຄົນ ວົງການການຄ້າ ເປັນຫ່ວງ ຕໍ່ອະນາຄົດ ຂອງເສດຖະກິດ ສະຫະລັດ ອາເມລິກາ ໂດຍທົ່ວໄປ.ກະຊວງການຄ້າ ສະຫະລັດ ອາເມລິກາ ກ່າວວ່າ: GDPສະຫະລັດ ອາເມລິກາ ໃນໄຕມາດທີ 1 ຫລຸດຕ່ຳລົງ ຕົ້ນຕໍ ແມ່ນຍ້ອນການນຳເຂົ້າ ສິນຄ້າ ເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ລາຍຈ່າຍ ຂອງລັດຖະບານ ຫລຸດໜ້ອຍລົງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL