KPL
ໃນວັນທີ 6 ກຸມພາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນເຊນ ປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ພົບປະສຸດຍອດ ລາວ-ຫວຽດນາມ- ກຳປູເຈຍ ຢູ່ນະຄອນຫລວງພະນົມເປັນ.
ຂປລ. ໃນວັນທີ 6 ກຸມພາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນເຊນ ປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ພົບປະສຸດຍອດ ລາວ-ຫວຽດນາມ- ກຳປູເຈຍ ຢູ່ນະຄອນຫລວງພະນົມເປັນ ຊຶ່ງເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນຕໍ່ການພົວພັນຮ່ວມມືລະຫວ່າງ 3 ພັກ, 3 ປະເທດ ແນໃສ່ເພ່ີມທະວີຄວາມສາມັກຄີອັນແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃຫ້ຫລາຍຂຶ້ນກວ່າເກ່ົາ ໃນໄລຍະແຫ່ງການພັດທະນາໃໝ່.
ການພົບປະດັ່ງກ່າວ, ເປັນການສືບຕໍ່ກົນໄກທີ່ 3 ພັກໄດ້ຕົກລົງ ເອກະພາບກັນຊຶ່ງຄັ້ງນີ້ແມ່ນເປັນ ການພົບປະຄັ້ງທີ 4. ໃນການພົບປະ, ຜູ້ນໍາສູງສຸດ 3 ພັກ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ຕີລາຄາໝາກຜົນຂອງ ການຮ່ວມມືລະຫວ່າງ 3 ພັກ, 3 ປະເທດໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ.
ຜູ້ນໍາສູງສຸດສາມຝ່າຍໄດ້ສະ ແດງຄວາມຊົມເຊີຍຕ່ໍບັນດາຜົນສໍາ ເລັດອັນສໍາຄັນ, ຮອບດ້ານທ່ີ 3 ພັກ, 3 ປະເທດ ສາມາດຍາດມາໄດ້, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫລືອທີ່ 3 ຝ່າຍໄດ້ມີໃຫ້ແກ່ກັນໃນເມື່ອກ່ອນຈົນເຖິງປັດຈຸບັນ; ຢືນຢັນວ່າ ການພົວພັນ ລາວ-ຫວຽດນາມ- ກຳປູເຈຍ ມີຄວາມໝາຍຍຸດທະສາດສໍາຄັນຕ່ໍກັບການພັດທະນາຂອງແຕ່ລະປະເທດ; ຢືນຢັນຄືນເຖິງມູນເຊື້ອປະຫວັດສາດຄວາມສາມັກຄີ, ມິດຕະພາບ, ຄວາມສະໜິດສະໜົມ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຄວາມໄວ້ເນ້ືອເຊ່ືອໃຈລະຫວ່າງສາມພັກ ແລະ ປະຊາຊົນສາມປະເທດທີ່ເປັນມໍລະດົກອັນລໍ້າຄ່າສໍາລັບທັງສາມຊາດ, ມີຄວາມໝາຍຍຸດທະສາດຍາວນານຕໍ່ພາລະກິດປົກປັກຮັກສາ, ສ້າງສາພັດທະນາຢູ່ແຕ່ລະປະເທດ ແລະ ຕ້ອງໄດ້ສືບຕໍ່ຮັກສາ, ເສີມຂະຫຍາຍ ແລະ ປັບປຸງຢ່າງບໍ່ຢຸດຢັ້ງ.
ຜູ້ນໍາສູງສຸດສາມຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ- ຫວຽດນາມ-ກຳປູເຈຍ ທີ່ນັບມື້ນັບຂະຫຍາຍຕົວຢ່າງກວ້າງຂວາງ, ເລິກເຊິ່ງ, ແທດຕົວຈິງໃນບັນດາຂົງເຂດຂະແໜງການ. ໃນນັ້ນ, ການພົວພັນດ້ານການເມືອງສືບຕໍ່ເປັນພື້ນຖານ, ເປັນເສົາຄໍ້າ ແລະ ເປັນທິດລວມແກ່ການພົວພັນ3 ພັກ, 3 ປະເທດ ໃນຂົງເຂດ ແລະ ຂະແໜງການອື່ນໆ; ການພົວພັນທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ ຢ່າງມີປະສິດ, ການຮ່ວມມືໃນຂົງເຂດເສດຖະກິດອາຊຽນ.
KPL