ປະທານສະພາແຫ່ງຊາດ ເນັ້ນໃຫ້ປະຊາຊົນເລືອກເອົາ ສສຊ-ສສຂ ທີ່ມີຜົນງານດີເດັ່ນຄົບມາດຖານເງື່ອນໄຂ

05/02/2026 19:53
Email Print 765
KPL ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ແມ່ນການນໍາໃຊ້ສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ.

      ຂປລ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ແມ່ນການນໍາໃຊ້ສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ຕາມແນວທາງນະໂຍບາຍຂອງພັກ ເຂົ້າໃນການບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເປັນການນໍາໃຊ້ສິດຂອງພົນລະເມືອງຕາມທີ່ໄດ້ກໍານົດໄວໃນລັດຖະທໍາມະນູນ. 

        ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະກໍາມະການເລືອກຕັ້ງລະດັບຊາດໄດ້ໃຫ້ສໍາພາດຕໍ່ສ່ືມວນຊົນເມື່ອບໍ່ດົນມານີ້, ກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໂດຍທ່ານໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກ ງານສ້າງ ແລະ ປັບປຸງກົດໝາຍຕະຫລອດໄລຍະ 5 ປີຜ່ານມາຂອງສະພາແຫ່ງຊາດ ຊຸດທີ IX ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ພ້ອມທັງ ເນັ້ນໃຫ້ປະຊາຊົນລາວບັນດາເຜົ່າຖືເອົາການເລືອກຕັ້ງ ສສຊ ແລະ ສສຂ ທ່ີຈະຈັດຂ້ຶນພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 22 ກຸມພາ 2026 ນີ້, ເປັນໜ້າທ່ີການເມືອງທີ່ສໍາຄັນ ທີ່ຈະຕ້ອງໄດ້ເອົາໃຈໃສ່ເພ່ືອເລືອກເອົາບຸກຄົນທ່ີມີ ຄວາມຮູ້, ຄວາມສາມາດ, ຄົບຕາມມາດຖານເງື່ອນໄຂ ເພື່ອເປັນຕົວແທນຂອງປະຊາຊົນ, ນຳເອົາຄຳຄິດເຫັນຂອງປະຊາຊົນ ໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອກ້າວໄປສູ່ການ ປັບປຸງແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ເປັນຮູບປະທຳ. ທັງນີ້, ແນໃສ່ນໍາເອົາຜົນ ປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນລາວບັນດາເຜົ່າ. ສະນັ້ນ, ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດທີ່ມີອາຍຸຄົບ 18 ປີ ຂ້ຶນໄປ ໃຫ້ພ້ອມກັນໄປໃຊ້ສິດເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງພ້ອມພຽງຮຽງໜ້າ, ເຮັດໃຫ້ການເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ກາຍເປັນປາງບຸນໃຫຍ່ຂອງຊາດ ແລະ ສາມາດດໍາເນີນໄປຢ່າງເປັນຂະບວນຟົດຟື້ນ ເພື່ອເລືອກຕັ້ງເອົາຜູ້ແທນທີ່ດີເດັ່ນ ຄົບມາດຖານເງື່ອນໄຂ ແລະ ເຮັດໃຫ້ການເລືອກຕັ້ງຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດມາສູ່ປະເທດຊາດກໍຄື ປະຊາຊົນລາວບັນດາເຜົ່າ.

     ພ້ອມນ້ີ, ທ່ານ ໄຊສົມພອນ ພົມວິຫານ ຍັງສະເໜີໃຫ້ຄະນະກໍາມະການເລືອກຕັ້ງທຸກຂັ້ນ, ອໍານາດການປົກຄອງທຸກຂັ້ນນໍາພາການປ່ອນບັດເລືອກຕັ້ງໃຫ້ຮັບປະກັນ ຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາຮ້ອຍສ່ວນຮ້ອຍ. ພ້ອມກັນນັ້ນ, ກໍໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງສະຕິລະວັງຕົວ, ພ້ອມກັນເປັນເຈົ້າການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນວັນເລືອກຕັ້ງໃຫ້ຮັບປະກັນຄວາມສະຫງົບປອດໄພ. ພ້ອມນັ້ນ, ຜູ້ມີສິດເລືອກຕັ້ງກໍຕ້ອງຂີດໝາຍບັດລົງຄະແນນສຽງເລືອກຕັ້ງໃຫ້ຖືກຕ້ອງຕາມລະບຽບການເລືອກຕັ້ງຮ້ອຍສ່ວນຮ້ອຍ, ບໍ່ໃຫ້ມີບັດຕາຍ ຈຶ່ງຈະເຮັດໃຫ້ທຸກຄະແນນສຽ ໄດ້ເປັນສ່ວນປະກອບສໍາຄັນ ໃຫ້ແກ່ການບູລະນະລັດ ປະຊາທິປະໄຕ ປະຊາຊົນ ຢ່າງແທ້ຈິງ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ປະທານສະພາແຫ່ງຊາດລາວ ພົບປະກັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມການເມືອງ

      ປະທານສະພາແຫ່ງຊາດລາວ ພົບປະກັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

      2/6/2026 11:35:56 AM

      ໃນຕອນບ່າຍວັນທີ 5 ກຸມພາ 2026, ທີ່ສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

    • ລາວ-ຫວຽດນາມ ສືບຕໍ່ຫັດແໜ້ນສາຍພົວພັນມິດຕະພາບແບບພິເສດການເມືອງ

      ລາວ-ຫວຽດນາມ ສືບຕໍ່ຫັດແໜ້ນສາຍພົວພັນມິດຕະພາບແບບພິເສດ

      2/6/2026 11:25:33 AM

      ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 5 ກຸມພາ 2026.

    • ສຳເລັດຝຶກອົບຮົມໃຫ້ຜູ້ຮັບສະໝັກເລືອກຕັ້ງ ສສຊ-ສສຂ ເພດຍິງ 10 ເເຂວງພາກເໜືອການເມືອງ

      ສຳເລັດຝຶກອົບຮົມໃຫ້ຜູ້ຮັບສະໝັກເລືອກຕັ້ງ ສສຊ-ສສຂ ເພດຍິງ 10 ເເຂວງພາກເໜືອ

      2/5/2026 8:10:40 PM

      ຊຸດຝຶກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ເພື່ອກຽມຄວາມພ້ອມລົງສູ່ສະໜາມການເລືອກຕັ້ງຕົວຈິງ ກໍຄື ການກະກຽມໂຄສະນາຫາສຽງ.

    • ອົດສະຕຣາລີ - ລາວ ຍ່າງຄຽງຄູ່ກັນຕາມເສັັ້ນທາງອັນຍາວໄກການເມືອງ

      ອົດສະຕຣາລີ - ລາວ ຍ່າງຄຽງຄູ່ກັນຕາມເສັັ້ນທາງອັນຍາວໄກ

      2/5/2026 2:16:46 PM

      ວັນຊາດອົດສະຕຣາລີ ແມ່ນໂອກາດທີ່ຈະໄດ້ທົບທວນຄືນເບິ່ງວ່າ ພວກເຮົາແມ່ນໃຜ, ມາຈາກໃສ ແລະ ທວນຄືນຈຸດມຸ່ງໝາຍທີ່ພວກເຮົາຢາກສ້າງຮ່ວມກັນໃນອະນາຄົດ. ອົດສະຕຣາລີແມ່ນປະເທດທີ່ມີຫຼາຍເຊື້ອຊາດ - ມີຄົນມາຈາກເຊື້ອຊາດທີ່ແຕກຕ່າງກັນຫຼາຍກວ່າ 300 ກຸ່ມ, ໃນຈຳນວນນີ້ມີຄົນອົດສະຕຣາລີຫຼາຍກວ່າໜື່ງລ້ານຄົນ ທີ່ມີເຊື້ອສາຍຄອບຄົວຈາກພາກພື້ນອາຊີຕາເວັນອອກສຽ່ງໃຕ້. ພວກເຮົາຮັບຮູ້ວ່າ ປະເທດຊາດທີ່ທັນສະໄໝຂອງພວກເຮົາ ມາຈາກວັດທະນະທຳຊົນເຜົ່າທີ່ຕໍ່ເນື່ອງຍາວນານມາຫຼາຍກວ່າ 65,000 ພັນປີ - ເຊິ່ງເປັນວັດທະນະທຳທີ່ເກົ່າແກ່ທີ່ສຸດໃນໂລກ.

    • ເນື້ອແທ້ຂອງການເລືອກຕັ້ງ ແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກການເມືອງ

      ເນື້ອແທ້ຂອງການເລືອກຕັ້ງ ແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ

      2/3/2026 8:34:16 AM

      ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V ເນື້ອແທ້ແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.


Top