ຫວຽດນາມ-ສ.ອາເມລິກາ ຮ່ວມມືກັນ ເພື່ອຮັບປະກັນ ປີເອເປັກ 2027 ບັນລຸຜົນສຳເລັດ

09/02/2026 17:30
KPL ໃນຂອບເຂດການ ໄປປະຕິບັດງານ ຢູ່ ສ.ອາເມລິກາ ແລະ ເຂົ້າຮ່ວມຮອບເຈລະຈາຄັ້ງທີ 6 ກ່ຽວກັບ ສັນຍາການຄ້າ ຫວຽດນາມ-ສ.ອາເມລິກາ ໂດຍເລີ່ມແຕ່ ວັນທີ 02-06 ກຸມພາ, ທ່ານນາງ ຫງວຽນມິນຮັ່ງ, ຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ມີການເຮັດວຽກ ກັບ ທ່ານ ນາງ Allison Hooker, ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ສ.ອາເມລິກາ,

       ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ໃນຂອບເຂດການ ໄປປະຕິບັດງານ ຢູ່ ສ.ອາເມລິກາ ແລະ ເຂົ້າຮ່ວມຮອບເຈລະຈາຄັ້ງທີ 6 ກ່ຽວກັບ ສັນຍາການຄ້າ ຫວຽດນາມ-ສ.ອາເມລິກາ ໂດຍເລີ່ມແຕ່ ວັນທີ 02-06 ກຸມພາ, ທ່ານນາງ ຫງວຽນມິນຮັ່ງ, ຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ມີການເຮັດວຽກ ກັບ ທ່ານ ນາງ Allison Hooker, ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ສ.ອາເມລິກາ, ທ່ານ Casey Mace, ຫົວໜ້າ ເຈົ້າໜ້າທີ່ຂັ້ນສູງ ເອເປັກ (APEC) ສ.ອາເມລິກາ, ທ່ານ Charles Freeman, ຮອງປະທານ ຫ້ອງການ ການຄ້າ ສ.ອາເມລິກາ ແລະ ການນຳສູນກາງ ແຫ່ງຊາດ ສ.ອາເມລິກາ ກ່ຽວກັບ ເອເປັກ.

       ທ່ານນາງ ຫງວຽນທິມິນຮັ່ງ ໄດ້ເນັ້ນໜັກວ່າ ເລື່ອງເປັນເຈົ້າພາບຈັດປີ ເອເປັກ 2027 ແມ່ນການເຄື່ອນໄຫວ ການຕ່າງປະເທດ ຫລາຍຝ່າຍ ສຳຄັນ ແຖວໜ້າ ຂອງ ຫວຽດນາມ ໃນໄລຍະຈະມາເຖິງ; ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍ ວຽກງານກະກຽມ ໃນທຸກຂົງເຂດ.

       ສ່ວນທ່ານ ນາງ Allison Hooker ໄດ້ຕີລາຄາສູງ ກ່ຽວກັບ ບົດບາດ ແລະ ອິດທິພົນຊື່ສຽງ ຂອງ ຫວຽດນາມ ໃນເລື່ອງ ການເປັນເຈົ້າພາບ ຄັ້ງທີ 3 ທີ່ຈັດປີ ເອເປັກ, ໂດຍຮັບຮູ້ເຖິງ ຈິດໃຈ ການເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນວຽກງານ ກະກຽມໃຫ້ປີ ເອເປັກ 2027; ທ່ານຢືນຢັນວ່າສ.ອາເມລິກາ ຈະຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ ກັບ ຫວຽດນາມ ເພື່ອຮັບປະກັນໃຫ້ປີ ເອເປັກ 2027 ໃຫ້ບັນລຸຜົນສຳເລັດ./.

KPL

ຂ່າວອື່ນໆ


Top