KPL
ສ.ອາເມລິກາ ຈະເລີ່ມຊຳລະເງິນງວດທຳອິດ ສຳລັບຄ່າທຳນຽມ ທີ່ຄ້າງຊຳລະຕໍ່ອົງການ ສະຫະປະຊາຊາດ (UN) ທີ່ມີມູນຄ່າຫລາຍຕື້ ໂດລາສະຫະລັດ ໃນອາທິດຕໍ່ໜ້າ, ທ່າມກາງ ແຮງກົດດັນ ດ້ານການເງິນ ຂອງ ຢູເອັນ ທີ່ ພວມຜະເຊີນ ກັບ ຄວາມສ່ຽງຮຸນແຮງ.
ຂປລ.ສໍານັກຂ່າວ ອິນໂຟເຄວສ: ສ.ອາເມລິກາ ຈະເລີ່ມຊຳລະເງິນງວດທຳອິດ ສຳລັບຄ່າທຳນຽມ ທີ່ຄ້າງຊຳລະຕໍ່ອົງການ ສະຫະປະຊາຊາດ (UN) ທີ່ມີມູນຄ່າຫລາຍຕື້ ໂດລາສະຫະລັດ ໃນອາທິດຕໍ່ໜ້າ, ທ່າມກາງ ແຮງກົດດັນ ດ້ານການເງິນ ຂອງ ຢູເອັນ ທີ່ ພວມຜະເຊີນ ກັບ ຄວາມສ່ຽງຮຸນແຮງ.
ທ່ານ ໄມ ວໍລຊ ເອກອັກຄະລັດ ຖະທູດ ສ.ອາເມລິກາ ປະຈຳ ຢູເອັນ ເປີດເຜີຍ ເມື່ອວັນທີ 6 ກຸມພາຜ່ານມາວ່າ: ການໂອນເງິນ ດັ່ງກ່າວ ຈະເປັນການຊຳລະ ລ່ວງໜ້າ ບ້ວງເງິນສຳຄັນ ສຳລັບ ຄ່າທຳນຽມ ປະຈຳປີຂອງ ສ.ອາເມລິກາ , ເຖິງວ່າ ຂະນະນີ້ ຍັງບໍ່ໄດ້ກຳນົດ ຍອດເງິນສຸດທ້າຍ, ແຕ່ຢືນຢັນວ່າ ຈະດຳເນີນການ ໃນໄວໆນີ້ ພ້ອມທັງ ເນັ້ນໜັກວ່າ ຢູເອັນ ຈຳເປັນຕ້ອງ ສືບຕໍ່ ການປະຕິຮູບ ຢ່າງຕໍ່ເນື່ອງ.
ການເຄື່ອນໄຫວ ດັ່ງກ່າວ ໄດ້ດໍາເນີນຂຶ້ນ ຫລັງຈາກ ທ່ານ ອັນໂຕນິໂອ ກູເຕີຣເຣສ ເລຂາທິການໃຫຍ່ ຢູເອັນ ອອກມາເຕືອນວ່າ ສະຖານະການ ທາງການເງິນ ຂອງ ອົງການ ຊຶ່ງມີ ສະມາຊິກ 193 ປະເທດ ພວມຜະເຊີນຄວາມສ່ຽງຕໍ່ການລົ້ມ ລະລາຍ ທາງການເງິນ ໃນໄວໆນີ້ ຈາກການ ທີ່ ປະເທດ ສະມາຊິກ ຈຳນວນຫລາຍ ຍັງບໍ່ຊໍາລະ ຄ່າທຳນຽມໂດຍສະເພາະ ໜີ້ຄ້າງ ຈາກ ສ.ອາເມລິກາ. ນອກນັ້ນ ເຈົ້າໜ້າທີ່ ຢູເອັນ ລະບຸວ່າ ຫລາຍກວ່າ 95% ຂອງ ຍອດເງິນທີ່ຄ້າງຊຳລະ ໃນງົບປະມານ ປົກກະຕິ ຂອງ ຢູເອັນ ເປັນໜີ້ ຈາກ ສ.ອາເມລິກາ ກວມເອົາມູນຄ່າ 2,19 ຕື້ໂດລາ ສະຫະລັດ ໃນຕົ້ນເດືອນກຸມພາ./.
KPL