KPL
ສະມາຊິກ ສະຫະພາບ ເອີຣົບ ລົງມະຕິໃຫ້ການ ຣີໄຊເຄີລ ທາງເຄມີ ມີບົດບາດ ຫລາຍຂຶ້ນ ໃນການຜະລິດຂວດພລາສຕິກ ໃຊ້ແລ້ວຖີ້ມ, ເພື່ອເອົາຊະນະ ຂໍ້ກັງວົນ ກ່ຽວກັບ ເຕັກໂນໂລຊີ ທີ່ໃຊ້ພະລັງງານສູງ.
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ເມື່ອວັນທີ 7 ກຸມພາວ່າ: ສະມາຊິກ ສະຫະພາບ ເອີຣົບ ລົງມະຕິໃຫ້ການ ຣີໄຊເຄີລ ທາງເຄມີ ມີບົດບາດ ຫລາຍຂຶ້ນ ໃນການຜະລິດຂວດພລາສຕິກ ໃຊ້ແລ້ວຖີ້ມ, ເພື່ອເອົາຊະນະ ຂໍ້ກັງວົນ ກ່ຽວກັບ ເຕັກໂນໂລຊີ ທີ່ໃຊ້ພະລັງງານສູງ.
ພາຍໃຕ້ ກົດໝາຍ ຂອງ ສະຫະພາບເອີຣົບ (ອີຢູ) ຂວດພລາສຕິກໃຊ້ແລ້ວຖີ້ມ ຈະຕ້ອງມີພລາສຕິກຣີໄຊເຄີລຢ່າງໜ້ອຍ 25% ໂດຍອັດຕາສ່ວນນີ້ ຈະເພີ່ມຂຶ້ນເປັນ 30% ພາຍໃນປີ 2030.
ປັດຈຸບັນ ສະເພາະ ພລາສຕິກ ທີ່ ຣີໄຊເຄີລ ດ້ວຍວິທີການ ທາງກົນຈັກ ເຊັ່ນ: ການລ້າງ, ການບົດ ແລະ ການຫລອມໃໝ່ ເທົ່ານັ້ນ ທີ່ສາມາດ ນຳມາໃຊ້ ໃນການ ຄຳນວນ ອັດຕາສ່ວນໄດ້. ແຕ່ 27 ປະເທດສະມາຊິກ ອີຢູ ໄດ້ລົງມະຕິໃຫ້ ຂະຫຍາຍ ສິດທິ ປະໂຫຍດ ດຽວກັນນີ້ ໄປຍັງ ພລາສຕິກ ທີ່ ຣີໄຊເຄີລ ດ້ວຍຂະບວນການ ທາງເຄມີ./.
KPL