ໄທ ຈັດການເລືອກຕັ້ງທົ່ວປະເທດ

09/02/2026 17:30
KPL ຜູ້ມີສິດເລືອກຕັ້ງ ໄທ ເກືອບ 53 ລ້ານຄົນ ໄດ້ເລີ່ມເຂົ້າຮ່ວມ ການປ່ອນບັດ ເລືອກຕັ້ງທົ່ວປະເທດ ເລືອກເອົາ ສະມາຊິກ ສະພາຜູ້ແທນລາຊະດອນ (ສະພາຕໍ່າ) 500 ທ່ານ ເພື່ອສ້າງຕັ້ງສະພາແຫ່ງຊາດ ແລະ ລັດຖະບານຊຸດໃໝ່

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 08 ກຸມພາ, ຜູ້ມີສິດເລືອກຕັ້ງ ໄທ ເກືອບ 53 ລ້ານຄົນ ໄດ້ເລີ່ມເຂົ້າຮ່ວມ ການປ່ອນບັດ ເລືອກຕັ້ງທົ່ວປະເທດ  ເລືອກເອົາ ສະມາຊິກ ສະພາຜູ້ແທນລາຊະດອນ (ສະພາຕໍ່າ) 500 ທ່ານ ເພື່ອສ້າງຕັ້ງສະພາແຫ່ງຊາດ ແລະ ລັດຖະບານຊຸດໃໝ່, ພາຍຫລັງ ສະພາແຫ່ງຊາດ ປະເທດນີ້ ຖືກຍົກເລີກ ກ່ອນກຳນົດເວລາ ໃນວັນທີ 12 ທັນວາ 2025.

ການເລືອກຕັ້ງໄດ້ຈັດຂຶ້ນ ຕາມຮູບແບບເລືອກຕັ້ງປະສົມ, ລວມມີ ເລືອກຕັ້ງສະມາຊິກ ສະພາຜູ້ແທນລາຊະດອນ 400 ທ່ານ ຕາມຫົວໜ່ວຍ ເລືອກຕັ້ງ ແລະ ສະມາຊິກ ສະພາຜູ້ແທນລາຊະດອນ 100 ຄົນ ຕາມບັນຊີ ລາຍຊື່ພັກ. ທ່ານນາຍົກລັດຖະມົນຕີ ໄທ ບໍ່ໄດ້ຮັບການເລືອກຕັ້ງໂດຍກົງ ແຕ່ ສະພາຜູ້ແທນລາຊະດອນຊຸດໃໝ່ ຈະເລືອກຕັ້ງໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ ໂດຍບັນດາພັກການເມືອງສະເໜີ. ນີ້ແມ່ນຄັ້ງທຳອິດ ນັບແຕ່ ລັດຖະທຳມະນູນ 2017 ໄດ້ຮັບຮອງເອົາ, ສະມາຊິກວຸດທິສະພາ(ສະພາສູງ) ບໍ່ມີສິດເລືອກຕັ້ງ. ການເລືອກຕັ້ງ ຈະສິ້ນສຸດ ໃນເວລາ 5 ໂມງຂອງວັນດຽວກັນ ແລະ ຄາດວ່າ ຈະປະກາດໝາກຜົນ ບໍ່ເປັນທາງການຂອງ 90% ຍອດຈຳນວນບັດ ເລືອກຕັ້ງ ໃນເວລາແຕ່ 21-23 ໂມງຂອງວັນດຽວກັນ./.

 

KPL

ຂ່າວອື່ນໆ


Top