KPL
ທ່ານ ໂວໂລດີເມຍ ເຊເລນກີ ປະທານາທິບໍດີ ອູແກຣນ ໃຫ້ຮູ້ວ່າ: ສ.ອາເມລິກາ ຊຸກຍູ້ອູແກຣນ ແລະ ຣັດເຊຍ ຊອກຫາມາດຕະການ ແກ້ໄຂການປະທະກັນ ກ່ອນເດືອນມິຖຸນາ 2026 ນີ້ ແລະ ສະເໜີຈັດ ບັນດາ ການເຈລະຈາ ແບບເຊິ່ງໜ້າລະຫວ່າງ 2 ຝ່າຍໃນອາທິດນີ້.
ຂປລ.ສຳນັກຂ່າວວິທະຍຸ ກະຈາຍສຽງ ຫວຽດນາມ: ກ່າວຄຳເຫັນຕໍ່ວົງການ ນັກຂ່າວ ເມື່ອວັນທີ 07 ກຸມພາ, ທ່ານ ໂວໂລດີເມຍ ເຊເລນກີ ປະທານາທິບໍດີ ອູແກຣນ ໃຫ້ຮູ້ວ່າ: ສ.ອາເມລິກາ ຊຸກຍູ້ອູແກຣນ ແລະ ຣັດເຊຍ ຊອກຫາມາດຕະການ ແກ້ໄຂການປະທະກັນ ກ່ອນເດືອນມິຖຸນາ 2026 ນີ້ ແລະ ສະເໜີຈັດ ບັນດາ ການເຈລະຈາ ແບບເຊິ່ງໜ້າລະຫວ່າງ 2 ຝ່າຍໃນອາທິດນີ້. ແຈ້ງການດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງ ຮອບເຈລະຈາ ຄັ້ງທີ 2 ໂດຍ ສ.ອາເມລິກາ ເປັນກາງໄກເກ່ຍ ລະຫວ່າງ ຣັດເຊຍ ແລະ ອູແກຣນ, ຢູ່ ອາບູດາບີ ປະເທດ ສະຫະນະຄອນ ເອເມເຣັດ ອາຣັບ (UAE), ພາຍຫລັງສິ້ນສຸດ ການດຳເນີນ ການເຈລະຈາ ເປັນເວລາ 2 ວັນ ແຕ່ບໍ່ບັນລຸບາດກ້າວ ບຸກທະລຸໃນບັນຫາຫລັກແຫລ່ງ ນອກຈາກ ການແລກ ປ່ຽນ ຊະເລີຍເລິກ 310 ຄົນ.
ໃນຂະນະນັ້ນ, ສຳນັກຂ່າວສານ TASS ໃຫ້ຂ່າວວ່າ: ສ.ອາເມລິກາ ແລະ ອູແກຣນ ພວມປຶກສາຫາລືກ່ຽວກັບຄວາມອາດສາມາດ ຈັດພ້ອມກັນ 2 ວຽກຄື ການເລືອກ ຕັ້ງທົ່ວປະເທດ ແລະ ຂໍຄຳເຫັນປະຊາຊົນ ກ່ຽວກັບຂໍ້ຕົກລົງສັນຕິພາບ ທີ່ມີຄວາມສາມາດບົ່ມຊ້ອນ ຢູ່ອູແກຣນ ໃນເດືອນ ພຶດສະພາ ທີ່ຈະມາເຖິງ./.
KPL